ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​​​ຜູ້​ກໍ່​ຕັ້ງ ​ເຟສບຸກ ກ່າວວ່າ ພວກເຮົາ ແມ່ນ​ຜິດພາດ ໃນການພະຍາຍາມ ຈະປົກປ້ອງ ຂໍ້ມູນຜູ້ຊົມໃຊ້


ສັນຍາລັກເຢສບຸກ ທີ່ມະແດງໃນນະຄອນປາຣີ, ຝຣັ່ງ, 17 ມັງກອນ 2017.
ສັນຍາລັກເຢສບຸກ ທີ່ມະແດງໃນນະຄອນປາຣີ, ຝຣັ່ງ, 17 ມັງກອນ 2017.

ຜູ້​ກໍ່​ຕັ້ງ​ບໍລິສັດເຟສບຸກ ທ່ານມາກຄ໌ ຊັກເກີ​ເບີກ (Mark Zuckerberg) ກ່າວ​ໃນ​ການໃຫ້
​ສຳພາດ​ທີ່​ບໍ່​ສູ້​ມີ ​ໃນ​ວັນ​ພຸດວາ​ນນີ້ວ່າ ​ເຟສບຸກ​ແມ່ນ​ໄດ້​ຜິດພາດ​ໃນກໍລະນີ​ຂອງ​ການ​ເກັບ
​ກຳ​ຂໍ້​ມູນ​ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ.

ທ່ານ​ໄດ້​ບອກ​ກັບອົງການ​ຂ່າວຊີ​ແອັນ​ແອັນ (CNN) ວ່າ “ນີ້​ແມ່ນ​ການ​ເຮັດ​ໃຫ້​ຄວາມ​ເຊື່ອ​
ຖື​ຫລຸດ​ລົງທີ່ສຳຄັນ. ຂ້າພະ​ເຈົ້າ​ຂໍ​ໂທດ​ຂໍອະ​ໄພ​ນຳ​ຫຼາຍໆ ທີ່​ວ່າ​ສິ່ງ​ເຫຼົ່ານີ້ໄດ້​ເກີດ​ຂຶ້ນ.
ພວກ​ເຮົາມີ​ຄວາມ​ຮັບຜິດຊອບ​ຂັ້ນ​ພື້ນຖານ ​ເພື່ອ​ປົກ​ປ້ອງ​ຂໍ້​ມູນ​ຂອງ​ພວກ​ຜູ້​ຄົນ​ທີ່​ຊົມ​ໃຊ້.”

ທ່ານ ຊັກເກີ​ເບີກ ບໍ່​ໄດ້​ອະທິບາຍ​ຢ່າງ​ລະອຽດ​ກ່ຽວ​ກັບ​ວ່າ​ ແມ່ນ​ຫຍັງ​ແທ້​ທີ່​ທາງເຟສບຸກ ​
ເຮັດ​ຜິດ, ​ແຕ່​ວ່າ​ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ກວດ​ເບິ່ງ ​ແອັບ​ສ໌ (apps) ທັງໝົດ ​ແລ​ະຈະ​ກວດກາເບິ່ງຢ່າງລະອຽດ​.

ທ່ານ​ຍັງ​ໄດ້​ບອກ​ກັບຊີ​ແອັນ​ແອັນ ວ່າ ທ່ານແມ່ນ​ແນ່ນອນວ່າ ຈະ​ມີ​ຄົນ​ເຂົ້າ​ມາ​ລົບ​ກວນ
​ແຊກ​ແຊງ​ເຂົ້າ ການ​ເລືອກ​ຕັ້ງ​ລັດຖະສະພາ​ສະຫະລັດ​ກາງ​ສະ​ໄໝ​ ໃນເດືອນ​ພະຈິກ​ທີ່​ຈະ
​ມາ​ເຖິງ​ນີ້. ທ່ານ​ຍັງ​ໄດ້​ກ່າວ​ວ່າ ​ເຟສບຸກ “​ແມ່ນ​ເອົາ​ໃຈ​ໃສ່​ແທ້ໆ” ທີ່​ຈະ​ສະກັດ​ກັ້ນ​ຜູ້​ໃດ​ຜູ້​ນຶ່ງ ​ທີ່ຈະເຂົ້າ​ໄປ​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ​ຜ່ານ​ທາງ​ເຟສບຸກ, ​ຮວມທັງການ​ເລືອກ​ຕັ້ງ​ທີ່​
ຈະ​ມາ​ເຖິງ​ນີ້ ໃນ​ບຣາຊີ​ລ ​ແລະ​ອິນ​ເດຍ ນຳດ້ວຍ.

ເຊີນຊົມ: ການເກັບກຳຂໍ້ມູນຂອງພວກຊົມໃຊ້ໃນທາງທີ່ບໍ່ເໝາະສົມ ຂອງເຟສບຸກ

Facebook Under Fire for Data Misuse
please wait

No media source currently available

0:00 0:02:24 0:00

ເຟສບຸກ​ເປີດ​ເຜີຍ​ ​ໃນ​ວັນ​ສຸກຜ່ານ​ມາ​ນີ້ ​ເປັນ​ທີ່​ຮູ້​ກັນ​ວ່າ ນັບ​ຕັ້ງ​ແຕ່​ປີ 2015 ນັກວິ​ໄຈ​
ຊາວອັງກິດ ທ່ານ ອາ​ເລັກ​ຊານ​ເດີ ​ໂຄ​ກັນ (Aleksandr Kogan) ທີ່​ໄດ້​ແບ່ງປັນ​ຂໍ້​ມູນ
ຂອງ​ພວກ​ຊົມ​ໃຊ້​ ແບບ​ຜິດ​ກົດໝາຍ ກັບ​ບໍລິສັດ​ຄົ້ນຄວ້າ ຫຼັງ​ຈາກ​ທີ່​ລາວ​ໄດ້​ເກັບ​ກຳ
​ຂໍ້ມູນ​ແບບ​ຜິດ​ກົດໝາຍ​ ຜ່ານ​ທາງອັບ​ປລີເຄສັນ (application) ຜ່ານການສອບຖາມ
​ສ່ວນຕົວ.​

​ບໍລິສັດ​ຄົ້ນຄວ້າ ຖືກ​ກ່າວ​ຫາ​ວ່າ ​ໄດ້​ນຳ​ໃຊ້​ຂໍ້ມູນ​ແບບ​ຜິດ​ກົດໝາຍ​ ທີ່​ກະ​ປະມານ 50
ລ້ານ​ຄົນ ຂອງ​ພວກ​ທີ່​ຊົມ​ໃຊ້ເຟສບຸກ​ ​ເພື່ອ​ສ້າງ​ໜ້າເຟສບຸກ​ ​ສຳ​ລັບການໂຄສະນາ​ຫາ​
ສຽງ​ທາງ​ການ​ເມືອງ​ສະຫະລັດ ທີ່​ຮວມທັງ ການ​ໂຄສະນາ​ສຽງຂອງ​ປະທານາທິບໍດີ
ດໍ​ໂນລ ທຣຳ.

ເຟສບຸກ​ ​ໄດ້​ຖືກຕ້ອງຕິກ່ຽວ​ກັບ​ຄວາມບໍ່ສາມາດ ຕໍ່ການ​ສົ່ງ​ສັນຍານ​ເຕືອນ​ໃຫ້​ພວກ
​ຊົມ​ໃຊ້ ​ໃນ​ເຫດການ​ນຶ່ງ​ເມື່ອ​ປີ 2015. ວັນ​ພຸດ​ວານ​ນີ້ ​ແມ່ນ​ເປັນ​ຄັ້ງ​ທຳ​ອິດ ທີ່​ທ່ານ
ຊັກເກີ​ເບີກ ໄດ້​ກ່າວເຖິງ​ບັນຫາ​ດັ່ງກ່າວຢ່າງເປັນການເປີດເຜີຍ.

ຮວມຢູ່​ໃນ​ລາຍ​ງານ​ຂອງ​ທ່ານ ​ແມ່ນຕະລາງ​ເວລາ ຂອງ​ເຫດການ​ຕ່າງໆ ທີ່​ລະບຸ​ວ່າ
ເຟສບຸກ​ ​ໄດ້​ທວງໃຫ້ ບໍລິສັດ​ວິ​ໄຈ ແຄມ​ບຣີຈ ​ແອນ​ນາລິ​ສຕິກ​ກາ (Cambridge
Analystica) ​ໃນ​ປີ 2015 ລຶບ​ຂໍ້​ມູນ ​ທີ່​ເກັບ​ກຳມາ​ໄດ້​ແບບ​ບໍ່​ສົມຄວນ​ນັ້ນ. ທ່ານ​ຍັງ
​ໄດ້​ກ່າວ​ໃນ​ສັບປະດາ​ແລ້ວ​ນີ້​ວ່າ ທ່ານ​ໄດ້​ຮຽນ​ຮູ້​ຈາກແຫຼ່ງຂ່າວ ທີ່ວ່າ ບໍລິສັດດັ່ງກ່າວ
ອາດ​ຈະ​ບໍ່​ໄດ້​ລຶບ​ຂໍ້​ມູນ​ຖິ້ມ ​ເຖິງ​ແມ່ນ​ວ່າ ​ໄດ້ຮັບຮອງ​ວ່າ ຕົນ​ໄດ້​ລຶບ​ຖິ້ມ​ໄປ​ແລ້ວກໍຕາມ.

ບໍລິສັດ​ວິ​ໄຈ ແຄມ​ບຣີຈ ​ແອນ​ນາລິ​ສຕິກ​ກາ ໄດ້ປະຕິເສດວ່າ ຕົນໄດ້ເກັບຂໍ້ມູນເຫລົ່າ
ນັ້ນໄວ້. ຜູ້ບໍລິຫານບໍລິສັດເຟສບຸກຄົນນຶ່ງ ທີ່ຮັບຜິດຊອບກ່ຽວກັບເລື່ອງຄວາມໝັ້ນຄົງ
ມີລາຍງານວ່າ ໄດ້ລາອອກຈາກບໍລິສັດ ຍ້ອນເລື່ອງດັ່ງກ່າວນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້​ກໍ່​ຕັ້ງ​ບໍລິສັດເຟສບຸກ ທ່ານ ມາກຄ໌ ຊັກເກີ​ເບີກ (Mark Zukerberg) ກ່າວຕໍ່ກອງປະຊຸມສຸດຍອດ ຂອງປະຊາຄົມເຟສບຸກ, ທີ່ຊິຄາໂກ, ລັດອິລລີນອຍ, 21 ມິຖຸນາ 2017.
ຜູ້​ກໍ່​ຕັ້ງ​ບໍລິສັດເຟສບຸກ ທ່ານ ມາກຄ໌ ຊັກເກີ​ເບີກ (Mark Zukerberg) ກ່າວຕໍ່ກອງປະຊຸມສຸດຍອດ ຂອງປະຊາຄົມເຟສບຸກ, ທີ່ຊິຄາໂກ, ລັດອິລລີນອຍ, 21 ມິຖຸນາ 2017.

XS
SM
MD
LG