ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຟສບຸກ, ອິນສຕາແກຣມ ແລະວັສແອັບກັບຄືນມາ ໃຊ້ງານໄດ້ອີກແລ້ວ ຫຼັງຈາກຢຸດການໃຊ້ງານ ໃນວັນຈັນວານນີ້


ເຄື່ອງໝາຍ Facebook, Whatsapp ແລະ Instagram ໄດ້ສະແດງໃຫ້ເຫັນຢູ່ໃນພາບທີ່ຖ່າຍໃນວັນທີ 4 ຕຸລາ, 2021 (ໂດຍ REUTERS/Dado Ruvic/Illustration)
ເຄື່ອງໝາຍ Facebook, Whatsapp ແລະ Instagram ໄດ້ສະແດງໃຫ້ເຫັນຢູ່ໃນພາບທີ່ຖ່າຍໃນວັນທີ 4 ຕຸລາ, 2021 (ໂດຍ REUTERS/Dado Ruvic/Illustration)

ເຟສບຸກ (Facebook) ກັບຄືນມາອອນລາຍອີກແລ້ວ ຫຼັງຈາກໄດ້ຢຸດການໃຊ້ງານໃນວັນຈັນວານນີ້ ທີ່ໄດ້ເຮັດໃຫ້ປະຊາຊົນຫຼາຍລ້ານຄົນໃນທົ່ວໂລກບໍ່ສາມາດໃຊ້ມັນໄດ້, ພ້ອມກັບເວທີຂອງອິນສຕາແກຣມ (Instagram) ແລະ ວັດສ໌ແອັບ (WhatsApp).

ຜູ້ໃຊ້ເຟສບຸກກ່າວໃນຕອນແລງວັນຈັນວານນີ້ວ່າ ພວກເຂົາເຈົ້າສາມາດເຂົ້າຫາເວັບໄຊທ໌ຄືນໄດ້ ໃນເວລາປະມານຫົກຊົ່ວໂມງ ຫຼັງຈາກມັນຢຸດການໃຊ້ງານ.

ຕໍ່ມາບໍລິສັດໄດ້ຢືນຢັນຢູ່ໃນທວີດເຕີ (Twitter) ວ່າ ເວທີດັ່ງກ່າວສາມາດເຂົ້າເຖິງໄດ້ແລ້ວ "ພວກເຮົາໄດ້ເຮັດວຽກຢ່າງໜັກເພື່ອຟື້ນຟູການເຂົ້າເຖິງແອັບແລະການບໍລິການຂອງພວກເຮົາຄືນ ແລະມີຄວາມຍິນດີທີ່ຈະລາຍງານວ່າ ມັນກັບມາໃຊ້ໄດ້ອີກແລ້ວດຽວນີ້."

ເຟສບຸກກ່າວຕື່ມວ່າ: "ຕໍ່ກັບປະຊາຄົມອັນໃຫຍ່ຫຼວງຂອງຜູ້ຄົນ ແລະທຸລະກິດໃນທົ່ວໂລກທີ່ເພິ່ງພາພວກເຮົາ: ພວກເຮົາຂໍອະໄພ. ... ຂອບໃຈທີ່ຢູ່ກັບພວກເຮົາ."

ການຢຸດໃຊ້ງານ ໄດ້ເລີ້ມຕົ້ນຂຶ້ນບໍ່ດົນກ່ອນຮອດຕອນທ່ຽງ. ສາມສິບນາທີຕໍ່ມາ, ເຟສບຸກໄດ້ສົ່ງຂໍ້ຄວາມທາງທວີດເຕີອອກມາວ່າ "ພວກເຮົາຮູ້ວ່າ ບາງຄົນມີບັນ ຫາໃນການເຂົ້າເຖິງແອັບ ແລະຜະລິດຕະພັນຂອງພວກເຮົາ. ພວກເຮົາກໍາລັງເຮັດວຽກເພື່ອເຮັດໃຫ້ສິ່ງຕ່າງໆ ກັບຄືນສູ່ສະພາບປົກກະຕິໄດ້ໂດຍໄວເທົ່າທີ່ຈະໄວໄດ້, ແລະພວກເຮົາຂໍອະໄພສໍາລັບຄວາມບໍ່ສະດວກ."

ເຈົ້າໜ້າທີ່ເຟສບຸກບໍ່ໄດ້ບອກວ່າອັນໃດເປັນສາເຫດຂອງບັນຫາ. ຢ່າງໃດກໍຕາມ, ຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີກ່າວວ່າ ເສັ້ນທາງອອນລາຍທີ່ຕໍ່ຈາກ ນໍາຜູ້ໃຊ້ໄປສູ່ເວທີຂອງເຟສບຸກໄດ້ຖືກຂັດຂວາງ. ເນື່ອງຈາກວ່າເຟສບຸກເປັນຜູ້ຄວບຄຸມເສັ້ນທາງເຫຼົ່ານັ້ນ, ຜູ້ຊ່ຽວຊານກ່າວວ່າ, ບັນຫາອາດຈະເປັນບັນຫາພາຍໃນ.

ບໍ່ມີຫຼັກຖານສະແດງໃຫ້ເຫັນກິດຈະກໍາທີ່ເປັນອັນຕະລາຍ, ອີງຕາມບໍລິສັດຄວາມປອດໄພທາງດ້ານເວັບໄຊທ໌ຄລາວແຟລ (Cloudflare). ຫົວໜ້າຜູ້ບໍລິຫານຫລື CEO ຂອງບໍລິສັດ, ທ່ານແມດທີວ ພຣິນສ໌ (Matthew Prince), ໄດ້ຂຽນຂໍ້ ຄວາມລົງໃນທວີດເຕີວ່າ "ບໍ່ມີຫຍັງທີ່ພວກເຮົາເຫັນ ທີ່ກ່ຽວຂ້ອງກັບການຢຸດໃຫ້ບໍລິການຂອງເຟສບຸກສະແດງວ່າ ມັນເປັນການໂຈມຕີເລີຍ."

ບໍລິສັດຄລາວແຟລ (Cloudflare) ກ່າວຢູ່ໃນບົດຄວາມບລັອກ (blog) ວ່າ ເຟສບຸກໄດ້ “ເຊື່ອມຕໍ່ກັບອິນເຕີເນັດໃນທົ່ວໂລກຄືນໃໝ່” ພາຍໃນຕອນແລງວັນຈັນ ແຕ່ວ່າ ມັນຈະໃຊ້ເວລາແດ່ ເພື່ອໃຫ້ການບໍລິການທັງໝົດຂອງເຟສບຸກດຳ ເນີນໄປຢ່າງໄດ້ສະດວກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG