ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຟັສບຸກ ປ່ຽນເຄື່ອງໝາຍາສັນຍາລັກໃໝ່​ຂອງຕົນ ມາເປັນ 'ເມ​ຕາ ຫຼື Meta' 


ໂທ​ລະ​ສັບ​ມື​ຖື​ທີ່​ມີ​ຮູບ​ເຄື່ອງ​ໝາຍ Facebook ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ເຄື່ອງ​ໝາຍ Meta ທີ່​ເປັນ​ຊື່​ໃໝ່ ໃນ​ວັນ​ທີ 28 ຕຸ​ລາ, 2021
ໂທ​ລະ​ສັບ​ມື​ຖື​ທີ່​ມີ​ຮູບ​ເຄື່ອງ​ໝາຍ Facebook ທີ່​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ເຄື່ອງ​ໝາຍ Meta ທີ່​ເປັນ​ຊື່​ໃໝ່ ໃນ​ວັນ​ທີ 28 ຕຸ​ລາ, 2021

ເຟັສບຸກ (Facebook) ໄດ້ປະກາດໃນວັນພະຫັດວານນີ້ ວ່າຕົນກໍາລັງປ່ຽນຊື່ ເປັນເມ​ຕາ (Meta), ໂດຍ​ໄດ້ສະ​ຖາ​ປະ​ນາ​ຕົນ​ເອງວ່າເປັນບໍລິສັດທີ່ມີນະວັດຕະກໍາທາງດິຈິຕອລທີ່ກ້າວຂຶ້ນໄປເໜືອຫນ້າຈໍ 2D ອີກ ເຖິງແມ່ນການເປີດເຜີຍຈາກ​ຄົນພາຍໃນເຮັດໃຫ້ຄົນ​ເຫັນ​ວ່າບໍ​ລິ​ສັດເທັກໂນໂລຈີຍັກໃຫຍ່ອັນ​ນີ້ເມີນເສີຍ​ຕໍ່ການໃຊ້​ຄຳເວົ້າແບບກຽດຊັງ, ໃຫ້ຂໍ້ມູນບິດ​ເບືອນ ແລະບັນ​ຫາສຸຂະພາບຈິດກໍ​ຕາມ.

ຜູ້ກໍ່ຕັ້ງ ແລະຫົວ​ໜ້າ​ຜູ້ບໍ​ລິ​ຫານ ຫລື CEO ຂອງ Facebook, ທ່ານມາກ​ຄ໌ ຊັກ​ເກີ​ເບີກ (Mark Zuckerberg) ກ່າວໃນລະຫວ່າງກອງປະຊຸມທີ່ຖ່າຍທອດ ສົດ ແລະທາງ​ອອນ​ລາຍ​ທີ່​ເໝືອນຈິງ ຫລື VR ໃນວັນພະຫັດວານນີ້ວ່າການ ປ່ຽນຊື່ຂອງ Facebook ສະທ້ອນໃຫ້ເຫັນເຖິງການປ່ຽນແປງນອກເຫນືອໄປ ຈາກການປ້ອນ​ຂໍ້​ມູນ​ເຂົ້າ​ໃນສື່ສັງຄົມທີ່ສາມາດເລື່ອນຂຶ້ນ​ເລື່ອນ​ລົງໄດ້ນັ້ນອີກ.

ພາບ​ໃນ​ໜ້າ​ຈໍ​ຄອມ​ພິວ​ເຕີ​ອັນ​ນຶ່ງ​ໃນ​ເມືອງ Sausalito, ລັດ​ຄາ​ລິ​ຟໍ​ເນຍ, ສະ​ແດງ​ໃຫ້​ເຫັນ​ພາບ​ ທ. Mark Zuckerberg, CEO ຂອງ Facebook ປະ​ກາດ​ຊື່ໃໝ່ວ່າ Meta ຢູ່​ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ທາງ​ອອນ​ລາຍໃນ​ວັນ​ທີ 28 ຕຸ​ລາ, 2021
ພາບ​ໃນ​ໜ້າ​ຈໍ​ຄອມ​ພິວ​ເຕີ​ອັນ​ນຶ່ງ​ໃນ​ເມືອງ Sausalito, ລັດ​ຄາ​ລິ​ຟໍ​ເນຍ, ສະ​ແດງ​ໃຫ້​ເຫັນ​ພາບ​ ທ. Mark Zuckerberg, CEO ຂອງ Facebook ປະ​ກາດ​ຊື່ໃໝ່ວ່າ Meta ຢູ່​ໃນ​ພິ​ທີ​ທີ່​ຈັດ​ຂຶ້ນ​ທາງ​ອອນ​ລາຍໃນ​ວັນ​ທີ 28 ຕຸ​ລາ, 2021

ທ່ານກ່າວວ່າ "ເວັບໄຊ້ຕໍ່ໄປໃນການນຳສື່ຂໍ້ມູນນັ້ນ ຍິ່ງຈະເຮັດ​ໃຫ້​ຄົນມີຄວາມຮູ້​ສຶກ​ເໝືອນ​ໄດ້ສຳ​ພັດ​ກັບ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງກວ່າເກົ່າ​ອີກ.” "ເປັນອິນເຕີແນັດທີ່ເປັນຕົວເປັນຕົນເຊິ່ງ​ທ່ານຈະ​ໄດ້​ຮູ້​ໄດ້​ເຫັນນັ້ນ ໂດຍບໍ່ພຽງແຕ່ເບິ່ງມັນເທົ່າ​ນັ້ນ. ພວກເຮົາເອີ້ນສິ່ງນີ້ວ່າເມ​ຕາ​ເວີ​ສ໌ (metaverse)."

ທ່ານ​ຊັກ​ເກີ​ເບີກ (Zuckerberg) ກ່າວວ່າທ່ານໄດ້ຮັບແຮງດົນໃຈມາຈາກພວກ​ດີ​ເດັ່ນ​ຍອດ​ຢ້ຽມສະ​ໄໝ​ກ່ອນ ຫລືຄລາສສິກ. ທ່ານ​ກ່າວ​ວ່າ “ເມ​ຕາ” ("Meta") ມາຈາກຄໍາເວົ້າ​ໃນພາສາກຣີ​ສທີ່​ໝາຍ​ຄວາມ​ວ່າ "ເກີນ". ແອັບທີ່ເຟັ​ສ​ບຸກເປັນ ເຈົ້າຂອງເຊັ່ນ Instagram, WhatsApp ແລະ Messenger ຈະຍັງຖືກ​ພິ​ຈະ​ລະ​ນາ​ເຂົ້າ​ໃນພາລະກິດເບື້ອງ​ໜ້າຂອງບໍລິສັດຢູ່, ແຕ່ໃນ​ຂະ​ນະ​ທີ່ມັນສ້າງວິໄສທັດ​ເໝືອນ​ຈິງ ຫລື VR ຂອງຕົນຢູ່ນີ້, Facebook ໄດ້ພົບ "ດາວເຫນືອ ໃຫມ່ທີ່ຈະພາໃຫ້ເມ​ຕາ​ເວີ​ສ໌ (metaverse) ເກີດ​ຂຶ້ນ​ໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ​ຊັກ​ເກີ​ເບີກ.

ເຟັສບຸກໄດ້ເປັນຫົວເລື່ອງທີ່​ມີການກວດສອບຢ່າງເຂັ້ມງວດນັບຕັ້ງແຕ່ນາງ​ ແຟ​ຣນ​ເຊັ​ສ ຮໍເກັນ (Frances Haugen), ອະດີດພະນັກງານ, ໄດ້ລັກເອົາເອກະ ສານພາຍໃນບໍ​ລິ​ສັດທີ່ປັດຈຸບັນເອີ້ນວ່າເອກະສານເຟສບຸກນັ້ນ ອອກ​ມາ​ເປີດ​ເຜີຍ​ໃຫ້​ຄົນ​ຮູ້. ອີງ​ຕາມໜັງ​ສື​ພິມ The New York Times, ນາງ ​ຮໍເກັນ (Haugen) ໄດ້​ພົບ​ກັບ​ບັນ​ດາສະ​ມາ​ຊິກສະ​ພາ ແລະ ຜູ້ອອກ​ລະ​ບຽບ​ການ​ໃນ ​ສະ​ຫະ​ລັດ ​ແລະ​ ຢູ​ໂຣບ, ໂດຍໃຫ້​ເຫດ​ຜົນ​ວ່າ​ຕ້ອງ​ໃຫ້ມີການ​ຄວບ​ຄຸມ​ທີ່​ເຂັ້ມ​ງວດຂຶ້ນ​ກ່ຽວ​ກັບ​ບໍ​ລິ​ສັດ​ທີ່​ເຕີບ​ໂຕ​ຢ່າງ​ວ່ອງ​ໄວນີ້.

​ໂດຍເປັນສ່ວນຫນຶ່ງຂອງການສ້າງ​ຫຍີ່​ຫໍ້​ໃໝ່ໃຫ້ຕົນເອງນັ້ນ, Facebook ຈະພັດທະນາທາງເລືອກ VR ໃຫມ່ ທີ່​ເຮັດ​ໃຫ້ຄົນມີຄວາມຮູ້​ສຶກ​ເໝືອນ​ໄດ້ສຳ​ພັດ​ຕົວ​ຈິງ. ທ່ານ ຊັກ​ເກີ​ເບີກ ກ່າວ​ວ່າຮູບ​ຕົວ​ແທນໃຫ້ຄົນ​ແບບ​ດິ​ຈິ​ຕອລ​ຈະ​ເປັນ "​ຕົວ​ແທນແບບ 3 ມິ​ຕິ​ ຫລື 3D ທີ່​ມີ​ຊີ​ວິດ" ໃຫ້ແກ່​ຜູ້​ໃຊ້ມັນ, ເຊິ່ງ​ຈະ​ເຮັດ​ໃຫ້​ຄົນ​ເຮັດ​ວຽກ, ຫຼິ້ນ​ເກມ ແລະນັ່ງ​ຫລິ້ນນັ່ງ​ລົມນຳ​ກັນຈາກ​ທາງ​ໄກ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG