ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​​ເຟສບຸກ ກ່າວວ່າ ຕົນຈະເລີ້ມ ລຶບຂໍ້ມູນ ທີ່ຜິດໆ ຈາກໜ້າເວັບໄຊຕ໌ ທີ່ອາດນຳໄປສູ່ ການເກີດ ຄວາມຮຸນແຮງນັ້ນ ອອກ


ປະທານບໍລິສັດ ເຟສບຸກ ທ່ານ ໄມຄ໌ ຊັກເກີຣ໌ເບີກ ພົບກັບ
ບັນດານັກທຸລະກິດ ແລະນັກນະວັດຕະກຳ ໃນກອງປະຊຸມ ໂຕະມົນ ທີ່ນະຄອນເຊັນ ຫລຸຍສ໌, 9 ພະຈິກ2017.
ປະທານບໍລິສັດ ເຟສບຸກ ທ່ານ ໄມຄ໌ ຊັກເກີຣ໌ເບີກ ພົບກັບ ບັນດານັກທຸລະກິດ ແລະນັກນະວັດຕະກຳ ໃນກອງປະຊຸມ ໂຕະມົນ ທີ່ນະຄອນເຊັນ ຫລຸຍສ໌, 9 ພະຈິກ2017.

ເຟສບຸກ ກ່າວວ່າ ຕົນຈະເລີ້ມລຶບຂໍ້ມູນທີ່ຜິດໆ ຈາກໜ້າເວັບໄຊຕ໌ຂອງຕົນ ທີ່ອາດນຳ ໄປສູ່ການເກີດຄວາມຮຸນແຮງນັ້ນ.

“ມັນມີຂໍ້ມູນທີ່ບໍ່ຖືກຕ້ອງຈຳນວນນຶ່ງ ທີ່ອາດສົ່ງຜົນພາໃຫ້ມີການທຳຮ້າຍຮ່າງກາຍ”
ໃນບາງປະເທດ ທີ່ບໍລິສັດສື່ສັງຄົມຍັກໃຫຍ່ຂອງສະຫະລັດ ໄດ້ກ່າວຢູ່ໃນຖະແຫຼງ
ການສະ ບັບນຶ່ງ ໃນວັນພຸດວານນີ້ ກ່ຽວກັບການປະກາດນະໂຍບາຍດັ່ງກ່າວ.

ບໍລິສັດເຟສບຸກ ເວົ້າວ່າ ຕົນຈະເຮັດວຽກກັບອົງການທ້ອງຖິ່ນຕ່າງໆ ເພື່ອລະບຸ
ໃຫ້ເຫັນຂໍ້ມູນເຫຼົ່ານັ້ນ ທີ່ມີຮວມທັງ ບົດຂຽນທີ່ນຳອອກເຜີຍແຜ່ແລະຮູບທີ່ດັດແປງ
ຕ່າງໆ.

ເຟສບຸກ ໄດ້ຖືກກ່າວຫາວ່າ ອະນຸຍາດໃຫ້ພວກນຳໃຊ້ທັງຫຼາຍ ກະຈາຍຂ່າວທີ່ກໍ່ໃຫ້ ເກີດການກຽດຊັງແລະໃຫ້ຂໍ້ມູນທີ່ຜິດໆ ທີ່ນຳໄປສູ່ຄວາມຮຸນແຮງ ໃນສຣີລັງກາ,
ມຽນມາ ແລະອິນເດຍ. ສຣີລັງກາ ໄດ້ປະກາດພາວະສຸກເສີນຢ້ອນກັບໄປເມື່ອເດືອນ
ມີນາ ຜ່ານມາ ຫຼັງຈາກໄດ້ມີພິມເຜີຍແຜ່ຂໍ້ມູນທີ່ຜິດໆ ໃນໜ້າເຟສບຸກ ຊຶ່ງນຳໄປ
ສູ່ການໂຈມຕີຢ່າງຮ້າຍແຮງ ຕໍ່ພວກຊົນກຸ່ມນ້ອຍທີ່ນັບຖືສາສະໜາອິສລາມ ຂອງ
ປະເທດທີ່ສ່ວນໃຫຍ່ເປັນຊາວພຸດນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG