ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Facebook ປິດ​ບັນຊີ​ ຂອງຜູ້​ນໍາ​ຊາວ​ເຈັກ​ເຈນ ຍ້ອນວ່າ ທ່ານ​ຖືກ ລັດຖະບານ​ ສຫ​ລ ​ລົງ​ໂທດ


ທ່ານ Ramzan Kadyrov ​ຜູ້​ນໍາສາທາລະນະລັດ​ເຈັກ​ເຈນ (Chechen) ທີ່ໜຸນຫລັງ​ໂດຍ​ວັງ​ແກຣມ​ແລັງ​ ກ່າວຄໍາປາໄສ ຢູ່ໃນການໂຮມຊຸມນຸມ ຢູ່ນະຄອນຫລວງ Grozny ໃນວັນທີ 4 ກັນຍາ, 2017ເພື່ອສະແດງການສະໜັບສະໜຸນແກ່ ຊາວມຸສລິມໂຣຮິງຢາ ພາຍຫລັງ ທີ່ມີຄວາມຮຸນແຮງເກີດຂຶ້ນ ໃນມຽນມາ.
ທ່ານ Ramzan Kadyrov ​ຜູ້​ນໍາສາທາລະນະລັດ​ເຈັກ​ເຈນ (Chechen) ທີ່ໜຸນຫລັງ​ໂດຍ​ວັງ​ແກຣມ​ແລັງ​ ກ່າວຄໍາປາໄສ ຢູ່ໃນການໂຮມຊຸມນຸມ ຢູ່ນະຄອນຫລວງ Grozny ໃນວັນທີ 4 ກັນຍາ, 2017ເພື່ອສະແດງການສະໜັບສະໜຸນແກ່ ຊາວມຸສລິມໂຣຮິງຢາ ພາຍຫລັງ ທີ່ມີຄວາມຮຸນແຮງເກີດຂຶ້ນ ໃນມຽນມາ.

ບໍລິສັດ Facebook ​ເວົ້າວ່າ ຕົນ​ໄດ້​ປິດ​ບັນຊີ​ ສື່​ສັງຄົມ​ອອນ​ລາຍ​ຂອງທ່ານ Ramzan
Kadyrov ຍ້ອນ​ວ່າ​ຜູ້​ນໍາ​ຊາວ​ເຈັກ​ເຈນ (Chechen) ທີ່ໜຸນຫລັງ​ໂດຍ​ວັງ​ແກຣມ​ແລັງ​ນັ້ນ ​ຖືກລັດຖະບານ​ສະຫະ​ລັດ ​ລົງ​ໂທດ​ທາງ​ການ​ເງິນ ​ແລະ​ບໍ່​ໃຫ້​ເດີນທາງ.

ບໍລິສັດດັ່ງ​ກ່າວ​ໄດ້​ເວົ້າ ຢູ່​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ມີ
​ “ພາລະ​ຄວາມ​ຮັບຜິດຊອບ​ທາງ​ກົດໝາຍ” ທີ່​ຕ້ອງ​ໄດ້​ເຮັດ​ໃຫ້​ບັນຊີ​ຂອງ​ທ່ານ Kadyrov
ຢູ່​ໃນFacebook ​ແລະ​ໃນ Instagram ທີ່​ຕົນ​ເປັນ​ເຈົ້າຂອງ​ນັ້ນ​ໄວ້ ພາຍຫລັງ​ທີ່​ຫ້ອງ
ການຄວບ​ຄຸມ​ຊັບ​ສິນ​ຢູ່​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ເງິນ ຫລື OFAC ​ຂອງສະຫະລັດ
​ໄດ້​ວາງມາດ​ຕະການ​ລົງ​ໂທດ​ຕໍ່ຜູ້​ນໍາ​ຊາວ​ເຈັກ​ເຈນ (Chechen) ອອກ​ມາ​ໃນ​ວັນ​ທີ 20
ທັນວາ​ຜ່ານ​ມານີ້.

ຖະ​ແຫລ​ງການ​ສະບັບດັ່ງກ່າວ​ຂຽນວ່າ "ພວກ​ເຮົາ​ໄດ້​ຮູ້ຈັກ ​ແລະ​ດຽວນີ້ກໍ​ໄດ້ກໍ​ຢືນຢັນ​ວ່າ
ບັນ​ຊີ​ດັ່ງກ່າວ​ປາກົດ​ວ່າ​ໄດ້​ຖືກ​ຄວບ​ຄຸມ​ໂດຍພາກສ່ວນ​ທີ່​ປາກົດ​ວ່າ​ຢູ່​ໃນ​ລາຍການ​ຂອງ
ປະຊາຊົນ​ທີ່​ໄດ້​ຖືກ​ຈັດ​ໃຫ້​ເປັນ​ກໍລະນີ​ພິ​ເສດຂອງ​ສະຫະລັດ ຫລືບໍ່ກໍ​ແມ່ນ​ຄວບ​ຄຸມ​ໂດຍ
​ຜູ້​ຕາງໜ້າ ຂອງ​ພວກ​ນີ້ ​ເພາະສະນັ້ນ ມັນ​ຈຶ່ງ​ຖືກ​ລົງ​ໂທດ​ທາງ​ການ​ຄ້າ​ຈາກ​ສະຫະລັດ."

ຖະ​ແຫລ​ງການ​ສະບັບດັ່ງກ່າວຍັງເວົ້າ​ເພີ້ມອີກວ່າ "ຍ້ອນ​ເຫດ​ນີ້ Facebook ​ແມ່ນ​ມີ
​ພາລະໜ້າທີ່​ທາງ​ກົດໝາຍ ທີ່​ຕ້ອງ​ໄດ້​ເຮັດ​ໃຫ້​ບັນຊີ​ດັ່ງກ່າວເຫລົ່ານີ້ ​ຖືກລົບລ້າງໄປ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG