ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຄະນະກຳມະການ ທີ່ສະໜັບສະໜຸນໂດຍ ເຟສບຸກ ເລີ້ມການພິຈາລະນາຕັດສິນກ່ຽວກັບ ຂໍ້ມູນທີ່ບໍ່ຖືກຕ້ອງໃນ ອອສເຕຣເລຍ


ເຄື່ອງໝາຍຂອງ ເຟສບບຸກ (Facebook), ຫວັດສແອັນຍ (Whatsapp) ແລະອິນສ໌ຕາແກຣມ ໄດ້ຖືກນຳສະແດງອອກໃຫ້ເຫັນ ໃນພາບຖ່າຍນີ້ ເມື່ອວັນທີ 4 ຕຸລາ 2021.
ເຄື່ອງໝາຍຂອງ ເຟສບບຸກ (Facebook), ຫວັດສແອັນຍ (Whatsapp) ແລະອິນສ໌ຕາແກຣມ ໄດ້ຖືກນຳສະແດງອອກໃຫ້ເຫັນ ໃນພາບຖ່າຍນີ້ ເມື່ອວັນທີ 4 ຕຸລາ 2021.

ໜ່ວຍງານດ້ານເທັກໂນໂລຈີຂອງອອສເຕຣເລຍທີ່ໄດ້ຮັບການສະໜັບສະໜຸນຈາກເຟສບຸກ (Facebook) ແລະ ທວີດເຕີ (Twitter) ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຕົນໄດ້ຈັດຕັ້ງຄະນະກຳມະການດ້ານອຸດສາຫະກຳຂຶ້ນມາເພື່ອພິຈາລະນາຕັດສິນຄຳຮ້ອງກ່ຽວກັບການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ນຶ່ງວັນຫຼັງຈາກລັດຖະບານໄດ້ຂູ່ວ່າ ຈະໃຊ້ກົດໝາຍທີ່ເຂັ້ມງວດກວ່າເກົ່າຕໍ່ການນຳເອົາຂໍ້ມູນທີ່ບໍ່ມີຄວາມຈິງແລະເຮັດໃຫ້ເຊື່ອມເສຍຊື່ສຽງລົງໃນສື່ສັງຄົມ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ນາຍົກລັດຖະມົນຕີ ສະກັອດ ມໍຣີສັນ ເມື່ອອາທິດແລ້ວນີ້ ໄດ້ເອີ້ນສື່ສັງຄົມວ່າ “ເປັນປາສາດແຫ່ງຄົນຂີ້ຂາດ” ໃນຂະນະດຽວກັນລັດຖະບານ ໄດ້ກ່າວໃນວັນອາທິດວານນີ້ ວ່າ ຕົນກຳລັງຫາມາດຕະການເພື່ອເຮັດໃຫ້ບັນດາບໍລິສັດສື່ສັງຄົມທັງຫຼາຍມີຄວາມຮັບຜິດຊອບຫຼາຍຂຶ້ນ ທີ່ລວມທັງບັງຄັບໃຫ້ຮັບຜິດຊອບທາງດ້ານກົດໝາຍຕໍ່ເນື້ອຫາທີ່ໄດ້ຖືກນຳລົງອອກເຜີຍແຜ່ໃນສື່ສັງຄົມຂອງພວກເຂົາ.

ບັນຫານຂອງການນຳເອົາເລື້ອງຕ່າງໆລົງໃນອອນໄລນ໌ທີ່ສ້າງຄວາມເສຍຫາຍ ໄດ້ກາຍມາເປັນການສູ້ລົບລະຫວ່າງບໍລິສັດເທັກໂນໂລຈີໃຫຍ່ແລະອອສເຕຣເລຍ ຊຶ່ງເມື່ອປີກາຍນີ້ ອອສເຕຣເລຍ ໄດ້ຮັບຜ່ານກົດໝາຍສະບັບນຶ່ງ ເພື່ອເຮັດໃຫ້ພວກສື່ສັງຄົມທັງຫຼາຍຈ່າຍເງິນຄ່າໃບອະນຸຍາດສຳລັບເນື້ອຫາໃນສື່ສັງຄົມ ຈຶ່ງກໍ່ໃຫ້ເກີດມີການປິດເຟສບຸກເປັນການຊົ່ວຄາວໃນເດືອນກຸມພາ.

ບໍລິສັດກຸ່ມອຸດສາຫະກຳດິຈິໂຕລ ຫຼື DIGI ຊຶ່ງເປັນຕົວແທນໜ່ວຍງານຂອງບໍລິສັດເຟສບຸກ ອາລຟາແບັດຂອງກູໂກລ ແລະທວີດເຕີ ຢູ່ໃນອອສເຕຣເລຍ ໄດ້ກ່າວວ່າ ອະນຸຄະນະກຳມະການກວດກາຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງຊຸດໃໝ່ຂອງຕົນນັ້ນ ໄດ້ສະແດງໃຫ້ເຫັນວ່າ ອຸດສາຫະກຳນີ້ ເຕັມໃຈທີ່ຈະຄຸ້ມຄອງຕົນເອງຕໍ່ການນຳເອົາເນື້ອຫາທີ່ເສຍຫາຍທັງຫຼາຍລົງໃນສື່ສັງຄົມຂອງຕົນ.

ພວກບໍລິສັດເທັກໂນໂລຈີຍັກໃຫຍ່ທັງຫຼາຍ ໄດ້ຕົກລົງຢູ່ແລ້ວ ໃນເລື້ອງຂອງຫຼັກການປະຕິບັດໃນການຕໍ່ຕ້ານການນຳເອົາເລື້ອງທີ່ຜິດລົງໃນສື່ສັງຄົມ ວ່າ “ແລະພວກເຮົາຕ້ອງການທີ່ຈະເຮັດໃຫ້ມັນແຂງແກ່ນຂຶ້ນ ດ້ວຍການກວດກາຈາກບັນດານັກຊ່ຽວຊານທີ່ເປັນອິດສະຫຼະ ແລະຮັບຜິດຊອບຕໍ່ມະຫາຊົນ” ອີງຕາມ ຖະແຫລງການຂອງທ່ານ ຊູນີຕາ ໂບສ ຜູ້ອຳນວຍການບໍລິຫານຂອງ ບໍລິສັດ DIGI ທີ່ໄດ້ກ່າວໄປນັ້ນ.

ບໍລິສັດ DIGI ໄດ້ກ່າວວ່າ “ຄະນະອະນຸກຳມະການທີ່ເປັນອິສສະລະ” ທີ່ປະກອບມີສາມຄົນຈະຫາທາງແກ້ໄຂຄຳຮ້ອງທັງຫຼາຍກ່ຽວກັບການລະເມີດທີ່ອາດເປັນໄປໄດ້ຕໍ່ຫຼັກລະບຽບການ ໂດຍຜ່ານເວັບໄຊທີ່ເປີດເຜີຍຕໍ່ມະຫາຊົນ ແຕ່ຈະບໍ່ຮັບເອົາຄຳຮ້ອງກ່ຽວກັບການນຳລົງຂອງບຸກນຄົນໃດນຶ່ງ.

ລະບຽບການຂອງອຸດສາຫະກຳດັ່ງກ່າວ ລວມມີສິ່ງຕ່າງໆເຊັ່ນວ່າ ເອົາມາດຕະການຕໍ່ການໃຫ້ຂໍ້ມູນຜິດທີ່ສົ່ງຜົນກະທົບຕໍ່ສຸຂະພາບຂອງມະຫາຊົນ ຊຶ່ງຄວນຈະລວມທັງໄວຣັສໂຄໂຣນາສາຍພັນໃໝ່ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG