ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Facebook ເວົ້າວ່າ ຕົນຂາດທຶນ ໃນໄຕມາດທີສອງປີນີ້ ເຖິງແມ່ນລາຍຮັບສູງ ເກີນຄາດກໍຕາມ


ພະນັກງານສອງຄົນຢືນລົມກັນ ຢູ່ໃນສໍານັກງານຂອງບໍລິສັດ Facebook ຢູ່ໃນເມືອງ Menlo Park ລັດ California ໃນວັນທີ 8 ກຸມພາ, 2012.
ພະນັກງານສອງຄົນຢືນລົມກັນ ຢູ່ໃນສໍານັກງານຂອງບໍລິສັດ Facebook ຢູ່ໃນເມືອງ Menlo Park ລັດ California ໃນວັນທີ 8 ກຸມພາ, 2012.

Facebook, ຊຶ່ງເປັນເວັບໄຊ໌ເຄືອຂ່າຍສັງຄົມ ທີ່ໂດ່ງດັງທີ່ສຸດຂອງໂລກເວົ້າວ່າ ຕົນຂາດ
ທຶນຢູ່ໃນໄລຍະໄຕມາດທີສອງຂອງປີນີ້ ເຖິງແມ່ນວ່າ ຈະມີລາຍຮັບສູງກວ່າທີ່ຄາດຄິດ
ເອົາໄວ້ກໍຕາມ.

ຢູ່ໃນລາຍງານກ່ຽວກັບລາຍຮັບຄັ້ງທໍາອິດຂອງ Facebook, ນັບຕັ້ງແຕ່ມື້ທີ່ບໍລິສັດໄດ້
ປະກາດໃຫ້ປວງຊົນຊື້ຮຸ້ນຂອງຕົນຢູ່ໃນຕະຫລາດຫລັກຊັບໃນເດືອນພຶດສະພາເປັນ
ຕົ້ນມາ, ເວົ້າວ່າໃນລາຍຮັບຈໍານວນ 1.18 ພັນລ້ານໂດລານັ້ນ ເງິນຂາດທຶນສຸດທິຂອງ
ຕົນແມ່ນ 157 ລ້ານໂດລາ ---- ຊຶ່ງເພີ້ມຂຶ້ນຫລາຍກວ່າ 30% ທຽບໃສ່ໄລຍະດຽວກັນ
ນຶ່ງປີກ່ອນໜ້ານີ້.

ການຂາດທຶນຂອງບໍລິສັດນີ້ແມ່ນຍ້ອນການຊົດເຊີຍໃຫ້ແກ່ພວກນັກລົງທຶນລຸນຫລັງທີ່ ມີອຸບປະຕິເຫດທາງຄອມພີວເຕີ ແລະບັນຫາອື່ນໆຢູ່ໃນໄລຍະການເລີ້ມເປີດໃຫ້ມີການ
ຊື້ຮຸ້ນ ຫລື IPO ຂອງບໍລິສັດນັ້ນ.

ລາຄາຮຸ້ນຂອງ Facebook ໄດ້ຕົກຮວບລົງເກືອບເຖິງ 30% ນັບຕັ້ງແຕ່ບໍລິສັດນີ້ ເປີດ ໃຫ້ຄົນຊື້ຮຸ້ນໃນຕະຫລາດຮຸ້ນຄັ້ງທໍາອິດ ຊຶ່ງສາເຫດສ່ວນໃຫຍ່ແມ່ນມາຈາກຄວາມເປັນ ຫ່ວງຂອງນັກລົງທຶນກ່ຽວກັບວ່າ ບໍລິສັດດັ່ງກ່າວຈະສາມາດສ້າງລາຍຮັບຈາກການ
ໂຄສະນາໄດ້ ຫລືບໍ່.

XS
SM
MD
LG