ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ FAA ກ່າວວ່າ ຖ້ຽວບິນຂອງສະຫະລັດ ແມ່ນກັບຄືນສູ່ສະພາບປົກກະຕິແລ້ວ


ພວກຜູ້ໂດຍສານກຳລັງຜ່ານ ສະໜາມບິນສາກົນ ນະຄອນຊອລຕ໌ ເລກ (Salt Lake City International Airport), ວັນທີ 11 ມັງກອນ 2023, ນະຄອນຊອລຕ໌ ເລກ ລັດຢູທາ.
ພວກຜູ້ໂດຍສານກຳລັງຜ່ານ ສະໜາມບິນສາກົນ ນະຄອນຊອລຕ໌ ເລກ (Salt Lake City International Airport), ວັນທີ 11 ມັງກອນ 2023, ນະຄອນຊອລຕ໌ ເລກ ລັດຢູທາ.

ໃນວັນພະຫັດວານນີ້ ອົງການການບິນລັດຖະບານກາງສະຫະລັດ ຫຼື FAA ໄດ້ລາຍງານວ່າ ການສັນຈອນທາງອາກາດໃນສະຫະລັດ ໄດ້ກັບຄືນສູ່ພາວະປົກກະຕິໂດຍສ່ວນໃຫຍ່ແລ້ວ ນຶ່ງວັນຫຼັງຈາກທີ່ແຟ້ມອີເລັກໂທຣນິກ ກ່ຽວກັບການບິນໃນລະບົບຄອມພິວເຕີທຳງານຜິດພາດ ຈຶ່ງກໍ່ໃຫ້ເກີດລະບົບການບິນໃນຄອມພິວເຕີຢຸດທຳງານ ສົ່ງຜົນໃຫ້ຫຼາຍຖ້ຽວບິນຊັກຊ້າ ຫຼືຖືກຍົກເລີກຫຼາຍກວ່າ 11,000 ຖ້ຽວ ທົ່ວສະຫະລັດ.

FlightAware.com ທີ່ເປັນເວັບໄຊຕິດຕາມຖ້ຽວບິນ ຍັງໄດ້ລາຍງານວ່າ ການຊັກຊ້າ ຫຼື ການຍົກເລີກຖ້ຽວບິນທັງຫຼາຍນັ້ນ ໄດ້ກັບຄືນສູ່ລະດັບທີ່ປົກກະຕິສຳລັບວັນພະຫັດວານນີ້.

ເຈົ້າໜ້າທີ່ອົງການ FAA ໄດ້ກ່າວວ່າ ພວກເພິ່ນໄດ້ກວດຫາການຢຸດທຳງານດັ່ງກ່າວ ເປັນຍ້ອນແຟ້ມຖານຂໍ້ມູນໄດ້ຮັບຄວາມເສຍຫາຍ ທີ່ສົ່ງຜົນກະທົບຕໍ່ລະບົບການແຈ້ງຫາພາລະກິດທາງອາກາດ ຫຼື NOTAMS ອັນເປັນພາກສ່ວນນຶ່ງທີ່ສຳຄັນໃນທຸກຂັ້ນຕອນໃນການກຳກັບນຳຖ້ຽວບິນທັງໝົດ ທີ່ບິນອອກຈາກສະໜາມບິນ ໃນສະຫະລັດ.

ພວກນັກບິນທັງຫຼາຍ ຕ້ອງໄດ້ປຶກສາກັບ NOTAMS ກ່ອນທີ່ຈະບິນຂຶ້ນໄດ້. ລະບົບດັ່ງກ່າວ ອອກລາຍການຂອງຜົນກະທົບທີ່ເສຍຫາຍຕ່າງໆ ຊຶ່ງອາດຈະເກີດຂຶ້ນກ່ຽວກັບຖ້ຽວບິນ ຈາກການກໍ່ສ້າງເດີນບິນ ຕະຫຼອດເຖິງບັນຫານ້ຳກ້ອນແຂງຕິດເຮືອບິນ ທີ່ອາດເປັນໄປໄດ້. ລະບົບນີ້ ໃນຄັ້ງນຶ່ງເຄີຍໃຊ້ໂທລະສັບເປັນພື້ນຖານ ໂດຍບັນດານັກບິນ ຈະໂທລະສັບໄປຫາສະຖານີບໍລິການການບິນໂດຍສະເພາະ ສຳລັບຂໍ້ມູນ ແຕ່ຫຼັງຈາກນັ້ນ ມັນໄດ້ຖືກຍ້າຍໄປເປັນລະບົບອອນໄລນ໌.

ລາຍງານຂອງອົງການ FAA ກ່າວວ່າ ລະບົບດັ່ງກ່າວໄດ້ຢຸດທຳງານໃນວັນອັງຄານ ເວລ 8 ໂມງ 28 ນາທີ ຕອນແລງ ຕາມເວລາໃນພາກຕາເວັນອອກຂອງສະຫະລັດ ແຕ່ຍ້ອນວ່າ ບໍ່ມີຖ້ຽວບິນຫຼາຍທີ່ບິນອອກໃນເວລານັ້ນ ພວກນັກບິນ ຈຶ່ງສາມາດໄດ້ຮັບຂໍ້ມູນດ້ວຍການກ່າວບອກ. ພາຍໃນຕອນເຊົ້າວັນພຸດ ລະບົບດັ່ງກ່າວ ກໍຍັງບໍ່ທຳງານ ແລະມີຖ້ຽວບິນຫຼາຍຂຶ້ນ ທີ່ກຳລັງຈະບິນອອກ ຊຶ່ງພວກນັກບິນແຕ່ລະຄົນ ກໍໄດ້ຮັບແຈ້ງການໂດຍຫຍໍ້ ຕໍ່ບັນຫາດັ່ງກ່າວນັ້ນ.

ລັດຖະມົນຕີກະຊວງຂົນສົ່ງສະຫະລັດ ທ່ານພິດຕ໌ ບູຕີເຈດ ໄດ້ກ່າວວ່າ ມັນເປັນໄປໄດ້ສູງ ທີ່ລະບົບຫຼັກໄດ້ປະສົບກັບບັນຫາ ແລະຂໍ້ມູນສຳຮອງທຳງານຢ່າງບໍ່ຖືກຕ້ອງ. ທ່ານກ່າວວ່າ ອົງການ FAA ໄດ້ເປີດລະບົບຫຼັກຄືນໃໝ່ ປະມານ 5 ໂມງເຊົ້າ ແຕ່ມັນໄດ້ໃຊ້ເວລາດົນສົມຄວນ ທີ່ຈະຢືນຢັນໄດ້ວ່າ ຂໍ້ມູນໄດ້ຖືກກວດສອບ ແລະມີພ້ອມແລ້ວ.

ທ່ານບູຕີເຈດ ໄດ້ກ່າວວ່າ ອົງການ FAA ໄດ້ສັ່ງໃຫ້ຖ້ຽວບິນທັງໝົດບໍ່ໃຫ້ບິນຂຶ້ນ ໃນຕອນເຊົ້າວັນພຸດ ແລະເຮືອບິນທັງຫຼາຍກໍໄດ້ຕິດຄ້າງເປັນເວລາຫຼາຍຊົ່ວໂມງ “ເພື່ອໃຫ້ແນ່ໃຈຢ່າງແນ່ນອນວ່າ ການສື່ສານແມ່ນໄປໃນທາງທີ່ຖືກຕ້ອງ ແລະຂໍ້ມູນແມ່ນເພື່ອວັດຖຸປະສົງດ້ານຄວາມປອດໄພ” ແມ່ນ “ທຳງານ ໃນທາງທີ່ມັນຄວນເປັນ.”

ອົງການ ອົງການ FAA ໄດ້ກ່າວວ່າ ຕົນໄດ້ເອົາບາດກ້າວຕ່າງໆ ເພື່ອຮັບປະກັນຄວາມລົ້ມແຫຼວ ແບບຄືກັນນີ້ ຈະບໍ່ເກີດຂຶ້ນອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG