ການຍິງລູກສອນໄຟຂີປະນາວຸດຂອງເກົາຫຼີເໜືອຄັ້ງຕໍ່ໄປອາດມີຂຶ້ນພາຍໃນສອງສາມ
ມື້ຂ້າງໜ້ານີ້ ອີງຕາມລັດຖະບານສະຫະລັດ ແລະບັນດານັກວິເຄາະຢູ່ທາງນອກ.
ວັນທີ 9 ຕຸລາ ເປັນຂີດໝາຍຄົບຮອບການທົດລອງອາວຸດນິວເຄລຍຂອງເກົາຫຼີເໜືອ
ໃນປີ 2006. ແລະວັນທີ 10 ຕຸລາແມ່ນເວລາທີ່ປະເທດຊຶ່ງກຳລັງຖືກໂດດດ່ຽວເພີ້ມຂຶ້ນ
ນັບມື້ ສະຫລອງການກໍ່ຕັ້ງ ການປົກຄອງຂອງພັກກຳມະກອນເກົາຫຼີເໜືອ ໃນປີ 1945.
ທ່ານນາງ Sue Mi Terry ອະດີດນັກວິເຄາະຂອງອົງການສືບລັບ CIA ຊຶ່ງ ເປັນຜູ້
ອຳນວຍການກຸ່ມ Bower ເຂດເອເຊຍ ໃນເກົາຫຼີ ກ່າວວ່າ “ເກົາຫຼີເໜືອມັກມີຄວາມຮູ້
ສຶກກ່ຽວກັບເວລາຢູ່ສະເໝີ. Kim Jong Un ຈະສະແດງໃຫ້ເຫັນວ່າ ລາວແມ່ນສົມ
ກັບຊື່ມະນຸດຈະຫລວດ ທີ່ແຕ່ງຕັ້ງໃຫ້ລາວ.”
ປະທານາທິບໍດີ ດໍໂນລ ທຣໍາ ໄດ້ເວົ້າຊໍ້າແລ້ວຊໍ້າອີກໃນທາງທີ່ບໍ່ດີຫວ່າງມໍ່ໆມານີ້ຕໍ່
ຜູ້ນຳເກົາຫຼີເໜືອວ່າເປັນ “ມະນຸດຈະຫລວດ.”
ການຍິງລູກສອນໄຟຄັ້ງຕໍ່ໄປຂອງເກົາຫຼີເໜືອ ອາດເປັນລູກສອນໄຟ Hwasong-12
(HS-12) ຊຶ່ງເປັນລູກສອນໄຟເຄື່ອນທີ່ ໃຊ້ເຊື້ອໄຟທ່ອນ ສາມາດບັນທຸກລະເບີດນິວ
ເຄລຍ ແລະມີລັດສະໝີໄລຍະກາງ ຫລືບໍ່ກໍອາດຈະເປັນລູກສອນໄຟຂີປະນາວຸດ Hwasong-14 (HS-14) ທີ່ໄດ້ທົດລອງເທື່ອທຳອິດ ໃນເດືອນກໍລະກົດ ທີ່ເຊື່ອກັນ
ວ່າ ເປັນສອງລະບົບສອງທ່ອນ ຂອງລູກສອນໄຟ HS-12 ທີ່ສາມາດຍິງໄດ້ໃນໄລ
ຍະໄກກວ່າເກົ່າ ແລະຂ້າມທະວີບໄດ້.
ທ່ານ Joshua Pollack ນັກຄົ້ນຄວ້າອະວຸໂສທີ່ສະຖາບັນສຶກສາສາກົນ Mid-
dlebury ທີ່ເມືອງ Monterey ກ່າວວ່າ “ຂ້າພະເຈົ້າຄິດວ່າ ເຂົາເຈົ້າຍັງບໍ່ເສັດສິ້ນກັບ
ການທົດລອງລູກສອນໄຟ HS-12 ຍິງໄປສູ່ມະຫາສະໝຸດປາຊິຟິກເທື່ອ. ເຂົາເຈົ້າຍັງ
ບໍ່ທັນເລີ້ມທົດລອງລູກສອນໄຟ HS-14 ຢ່າງເຕັມອັດຕາເທື່ອ.”
ທ່ານ Pollock ຍັງເປັນບັນນາທິການວາລະສານ the Nonproliferation Review
ທີ່ກ່າວວີໂອເອວ່າ “ເວລາໃດເຂົາເຈົ້າ ໄດ້ທົດລອງສອງສາມເທື່ອແລ້ວ ຂ້າພະເຈົ້າມີ
ຄວາມເປັນຫ່ວງກ່ຽວກັບການທົດລອງນິວເຄລຍໃນບັນຍາກາດທີ່ອາດມີຂຶ້ນໃນເຂດ
ປາຊີຟິກ.”
ສື່ມວນຊົນຣັດເຊຍໃນວັນສຸກວານນີ້ ໄດ້ອ້າງຄຳເວົ້າສະມາຊິກສະພາຄົນນຶ່ງຢູ່ໃນມົສກູ
ທີ່ກ່າວວ່າ ເກົາຫຼີເໜືອກຳລັງກະກຽມການທົດລອງລູກສອນໄຟໄລຍະປານກາງທີ່ສາ
ມາດຍິງເຖິງແຄມຝັ່ງຕາເວັນຕົກຂອງສະຫະລັດ.
ຄຳເວົ້າດັ່ງກ່າວໂດຍທ່ານ Anton Morozov ສະມາຊິກຄົນນຶ່ງຂອງຄະນະກຳມະການ
ຄວາມສຳພັນກັບຕ່າງປະເທດຂອງສະພາ Duma ນຶ່ງໃນບັນດາສະມາຊິກສະພາ ທີ່ຫາ
ກໍກັບຄືນມາຈາກການຢ້ຽມຢາມພຽງຢາງ ໃນວັນສຸກວານນີ້ຫຼັງຈາກໄດ້ຮ່ວມ “ປະຊຸມລະ
ດັບສູງ” ທີ່ນັ້ນ.