ຄະນະລັດຖະບານທ່ານທຣຳ ກ່າວວ່າ ຕົນກຳລັງກວດສອບຄືນໃໝ່ ສາຍສຳພັນກັບ
ແອລຊາລວາດໍ ຫຼັງຈາກທີ່ປະເທດອາເມຣິກາກາງແຫ່ງນີ້ ໄດ້ຕັດຄວາມສຳ ພັນທາງ
ດ້ານການທູດ ກັບໄຕ້ຫວັນ ໃນການເຂົ້າຂ້າງກັບຈີນ. ໃນຖະແຫຼງການ ສະບັບນຶ່ງ
ທຳນຽບຂາວ ໄດ້ຕ້ອງຕິ ການຕັດສິນໃຈຂອງປະເທດດັ່ງກ່າວ ພ້ອມດ້ວຍການຊັກ
ຊວນທາງດ້ານການທູດຂອງປັກກິ່ງ ໄດ້ນຳໄປສູ່ການເຄື່ອນໄຫວ ນັ້ນ.
ຖະແຫລງການ ຂອງທຳນຽບຂາວ ທີ່ໄດ້ພິມເຜີຍແຜ່ ໃນແລງວັນພະຫັດຜ່ານມານີ້ ກ່າວ
ວ່າ “ການຍອມຮັບ ຂອງລັດຖະບານ ແອລຊາລວາດໍ ຕໍ່ການແຊກແຊກເຂົ້າໃນເລື້ອງ
ການເມືອງ ພາຍໃນປະເທດ ຢູ່ຊີກໂລກກ້ຳຕາເວັນຕົກ ຂອງຈີນ ທີ່ເຫັນໄດ້ຢ່າງຊັດ
ເຈນນັ້ນ ເປັນຄວາມກັງວົນຢ່າງຍິ່ງ ແກ່ສະຫະລັດ ແລະຈະສົ່ງຜົນໃຫ້ທົບທວນຄືນ
ໃໝ່ ເບິ່ງສາຍສຳພັນຂອງພວກເຮົາ ກັບ ປະເທດແອລຊາລ ວາດໍ.”
ຖະແຫລງການຂອງລັດຖະບານ ແມ່ນເຫັນໄດ້ວ່າເປັນການຕອບໂຕທີ່ແຮງທີ່ສຸດ ຕໍ່
ການປຸກລະດົມ ເພື່ອຈະເຮັດໃຫ້ໄຕ້ຫວັນໂດດດ່ຽວ ຂອງຈີນ ແລະ ບັນດານັກວິເຄາະ
ກ່າວວ່າ ມັນໝາຍເຖິງ ເປັນການສົ່ງຄຳເຕືອນ.
ປາກົດວ່າ ກໍລະນີຂອງແອລຊາລວາດໍ ນີ້ ແມ່ນ “ເປັນການປຸກ ສະຫະລັດ ໃຫ້ຕື່ນຕົວ”
ແລະ ພາໃຫ້ມີການຕອບໂຕ້ ຢ່າງແຮງທີ່ສຸດ ທີ່ເບິ່ງຄືວ່າ ເພື່ອແນໃສ່ການສະກັດກັ້ນ
ບໍ່ໃຫ້ປະເທດອື່ນໆ ເຮັດແບບດຽວກັນນີ້ ໂດຍສະເພາະຢູ່ໃນປະ ເທດເພື່ອນບ້ານຂອງ
ສະຫະລັດ ອີງຕາມຄຳເວົ້າຂອງທ່ານນາງບອນນີ້ ແກລດເຊີຣ ຜູ້ອຳນວຍການ ດ້ານ
ໂຄງການຂະຫຍາຍອຳນາດຂອງຈີນ ຢູ່ທີ່ສູນສຶກສາຄົ້ນຄວ້າ ແລະສຶກສາຍຸດທະສາດ
ນານາຊາດ.
ບັນດາເຈົ້າໜ້າທີ່ ກະຊວງການຕ່າງປະເທດ ໄດ້ກ່າວວ່າ ພວກເພິ່ນວາງແຜນທີ່ຈະສົ່ງ
ຄຳເຕືອນ ຢ່າງແຈ້ງ ໄປຍັງບັນດາລັດຖະບານ ຢູ່ໃນຂົງເຂດ ລວມທັງ ຮອນດູຣາສ ແລະ
ນິກາຣາກົວ ທີ່ວ່າ ການປ່ຽນສາຍສຳພັນທາງການທູດ ໄປຮັບຮູ້ຈີນ ນັ້ນ ຈະເຮັດໃຫ້
ສາຍສຳພັນຂອງພວກເຂົາເຈົ້າ ກັບ ສະຫະລັດ ເສຍຫາຍ.
ເມື່ອວັນສຸກວານນີ້ ໃນການຂຽນລົງທາງທວີດເຕີນັ້ນ ສະມາຊິກສະພາສູງສັງກັດພັກ
ຣີພັບບລີກັນ ທ່ານ ມາຣໂກ ຣູບີໂອ ຈາກລັດຟລໍຣີດາ ໄດ້ກ່າວວ່າ ແອລຊາລວາດໍ
“ຈະຮູ້ຈັກໃນໄວໆນີ້” ກ່ຽວກັບຜົນກະທົບ ທີ່ຈະຕິດຕາມມາ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ