ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເຕືອນວ່າ ກຸ່ມຫົວຮຸນແຮງຂວາຈັດ ມີຄວາມເຂັ້ມແຂງ ແລະ ເປັນອັນຕະລາຍ ຮ້າຍແຮງຂຶ້ນນັບມື້


ສະມາຊິກຂອງກຸ່ມນາຊີ-ໃໝ່ ຫລື Neo-Nazi ພາກັນໂຮມຊຸມນຸມ ຢູ່ນະຄອນຫລວງ ບູດາແປັສທ໌ ຂອງຮັງກາຣີ ໃນວັນທີ 8 ກຸມພາ, 2020.
ສະມາຊິກຂອງກຸ່ມນາຊີ-ໃໝ່ ຫລື Neo-Nazi ພາກັນໂຮມຊຸມນຸມ ຢູ່ນະຄອນຫລວງ ບູດາແປັສທ໌ ຂອງຮັງກາຣີ ໃນວັນທີ 8 ກຸມພາ, 2020.

ປະເທດຕ່າງໆ ຢູ່ທົ່ວໂລກກໍາລັງພາກັນມີຄວາມເປັນຫວ່ງນັບມື້ ນັບຫລາຍຂຶ້ນ ກ່ຽວກັບການກໍ່ຄວາມຮຸນແຮງ ທີ່ເຊື່ອມໂຍງກັບພວກກຸ່ມກໍ່ການຮ້າຍຂວາຈັດ, ອີງຕາມການຄົ້ນຄວ້າບັ້ນໃໝ່ ທີ່ສະແດງໃຫ້ເຫັນວ່າ ມີການໂຈມຕີທີ່ກ່ຽວຂ້ອງ ກັບເລື້ອງນີ້ ຖີບຕົວສູງຂຶ້ນ 320 ເປີເຊັນໃນຮອບ 5 ປີຜ່ານມາ.

ການໂຈມຕີຕ່າງໆທີ່ເປັນອັນຕະລາຍຮ້າຍແຮງໃນປີກາຍນີ້ ເຊັ່ນການຍິງສັງຫານ ທີ່ເມືອງໄຄຣເຈີດ (Christchurch) ປະເທດນິວຊີແລນ ແລະໃນເມືອງ ແອລ ພາໂຊ (El Paso) ຂອງລັດເທັກຊັສຢູ່ໃນສະຫະລັດ ຕະຫຼອດທັງການໂຈມຕີ ສອງສາມຄັ້ງ ຢູ່ໃນເຢຍຣະມັນ ໄດ້ຮັບຄວາມສົນໃຈຈາກສາກົນຫລາຍທີ່ສຸດ.

ແຕ່ວ່າ ການຄົ້ນຄວ້າ ທີ່ເນັ້ນໃຫ້ເຫັນຢູ່ໃນວັນພຸດວານນີ້ ຢູ່ໃນລາຍງານສະບັບ ໃໝ່ຈາກຄະນະກໍາມາທິການບໍລິຫານຕ້ານການກໍ່ການຮ້າຍຂອງອົງການສະຫະ ປະຊາຊາດ ຫລື UN-CTED ກໍຍັງໄດ້ເຕືອນອີກວ່າ ທ່າອ່ຽງຂອງເຫດການນີ້ ແມ່ນມີຄວາມຮ້າຍແຮງເພີ້ມຂຶ້ນ ໂດຍທີ່ມີການໂຈມຕີຂອງ ບຸກຄົນຕ່າງໆ ທີ່ມີການເຊື່ອມໂຍງກັບພວກກຸ່ມຫົວຮຸນແຮງຂວາຈັດ ທີ່ເປັນອັນຕະລາຍ ຮ້າຍແຮງຫລາຍທີ່ສຸດຢ່າງບໍ່ເຄີຍມີມາກ່ອນ ໃນຂະນະທີ່ກຸ່ມຂອງພວກເຂົາ ເຫລົ່ານັ້ນ ກໍມີຄວາມສະຫລັບສັບຊ້ອນຫລາຍຂຶ້ນນັບມື້.

“ເຖິງແມ່ນວ່າ ການກໍ່ການຮ້າຍຂອງພວກຂວາຈັດຈະບໍ່ເປັນເຫດການໃໝ່ກໍຕາມ, ແຕ່ວ່າ ເມື່ອມໍ່ໆມານີ້ ຄວາມຖີ່ຂອງເຫດການ ແລະຄວາມເປັນອັນຕະລາຍຂອງ ມັນໄດ້ເພີ້ມທະວີຂຶ້ນ,” ອີງຕາມຄໍາເວົ້າຂອງຄະນະກໍາມາທິການບໍລິຫານຂອງ ອົງການສະຫະປະຊາຊາດ ທີ່ກ່າວຢູ່ໃນລາຍງານ ກ່ຽວກັບທ່າອ່ຽງດ້ານນີ້ເມື່ອ ເດືອນເມສາຂອງເພິ່ນ.

ແລະການສອດແນມຂອງປະເທດທີ່ເປັນສະມາຊິກດຂອງອົງການສະຫະປະຊາ ຊາດກໍສະແດງໃຫ້ເຫັນວ່າ ລະດັບຂອງການກໍ່ຄວາມຮຸນແຮງບໍ່ມີທ່າທີວ່າ ຈະ ຫລຸດໜ້ອຍຖອຍລົງເລີຍ ໂດຍທີ່ຢູ່ປະະເທດຕາເວັນຕົກ ກໍຄືຂົງເຂດທະວີບຢູ ໂຣບ, ອາເມຣິກາເໜືອ ແລະອອສເຕຣເລຍ ຍັງສືບຕໍ່ໄດ້ເຫັນການໂຈມຕີຢ່າງ ຮຸນແຮງ ເຊັ່ນນັ້ນຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG