ຜູ້ກໍ່ຕັ້ງແລະເປັນຜູ້ນຳຂອງກຸ່ມຂວາຈັດ ໄດ້ຖືກຈັບແລະຕັ້ງຂໍ້ຫາຢູ່ໃນສານລັດຖະ ບານກາງ ດ້ວຍການສົມຮູ້ຮ່ວມຄິດປຸກລະດົມເພື່ອກໍ່ກະບົດ ສຳລັບການມີສ່ວນພົວພັນຂອງຕົນ ໃນການຈະລາຈົນ ເມື່ອວັນທີ 6 ມັງກອນ 2021 ຢູ່ທີ່ລັດຖະສະພາສະຫະລັດ ຫຼື US Capitol ນັ້ນ.
ທ້າວສະຕວດ ໂຣດສ໌ (Stewart Rhodes) ອາຍຸ 56 ປີ ເປັນຜູ້ກໍ່ຕັ້ງກຸ່ມທີ່ມີຊື່ວ່າ Oath Keepers ແມ່ນນຶ່ງໃນຈຳເລີຍ 11 ຄົນທີ່ໄດ້ຖືກກ່າວຫາວ່າ ຊ່ອຍຍຸແຍ່ໃຫ້ເກີດຄວາມຮຸນແຮງຢູ່ທີ່ລັດຖະສະພາ. ຜູ້ກ່ຽວບໍ່ໄດ້ເຂົ້າໄປໃນລັດຖະສະພາ.
ຄະດີຂອງລາວ ແມ່ນເປັນຄັ້ງທຳອິດ ທີ່ກະຊວງຍຸຕິທຳ ໄດ້ນຳເອົາຂໍ້ຫາການສົມ ຮູ້ຮ່ວມຄິດປຸກລະດົມເພື່ອກໍ່ກະບົດ ມາຟ້ອງຕໍ່ຜູ້ກໍ່ຈະລາຈົນ ໃນວັນທີ 6 ມັງກອນ ປີກາຍນີ້.
ທ້າວໂຣດສ໌ ໄດ້ຖືກຈັບກຸມໃນວັນພະຫັດວານນີ້ ຢູ່ໃນລັດເທັກຊັສ ຊຶ່ງທະນາຍ ຄວາມຂອງລາວ ທ່ານຈອນນາທັນ ໂມສລີ (Jonathan Moseley) ໄດ້ກ່າວຕໍ່ອົງການຂ່າວເອພີ.
ທ່ານໂມສລີ ໄດ້ເວົ້າວ່າ “ລາວເປັນບຸກຄົນທີ່ມີຂໍ້ສົງໄສຫຼາຍຢ່າງ ທີ່ວ່າ ເປັນຫຍັງລາວຈຶ່ງບໍ່ໄດ້ຖືກແຈ້ງຂໍ້ຫາ” ຈົນມາເຖິງປັດຈຸບັນນີ້ ໃນການຈະລາຈົນ ເມື່ອວັນທີ 6 ມັງກອນ ປີກາຍນີ້. ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ຖ້າອັນນີ້ເປັນການຕອບສະໜອງ ຕໍ່ເລື້ອງການສົນທະນາກັນເຫຼົ່ານັ້ນ ຫຼືບໍ່ ແຕ່ພວກເຮົາກໍຄຶດວ່າ ມັນເປັນໂຊກບໍ່ດີເລີຍ. ມັນເປັນສະຖານະການທີ່ບໍ່ປົກກະຕິ.”
ກະຊວງຍຸຕິທຳ ໄດ້ຂຽນລົງໃນຖະແຫລງຂ່າວ ທີ່ໄດ້ນຳອອກເຜີຍແຜ່ ວ່າ “ຄຳຟ້ອງ ກ່ຽວກັບການສົມຮູ້ຮ່ວມຄິດປຸກລະດົມເພື່ອກໍ່ກະບົດນັ້ນ ກ່າວຫາວ່າ ຫຼັງຈາກການເລືອກຕັ້ງປະທານາທິບໍດີ ເມື່ອວັນທີ 3 ພະຈິກ 2020, ທ້າວໂຣດສ໌ ໄດ້ສົມຮູ້ຮ່ວມຄິດກັບບັນດາຄູ່ຈຳເລີຍຂອງຕົນ ແລະຄົນອື່ນໆ ເພື່ອຄັດຄ້ານຕໍ່ການປະຕິບັດກົດໝາຍ ວ່າດ້ວຍການໂອນອຳນາດຂອງປະທານາທິບໍດີ ພາຍໃນວັນທີ 20 ມັງກອນ 2021 ໂດຍການໃຊ້ກຳລັງ.”