ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ເຮີຣິເຄນ ປາຕຣີເຊຍ ກຳລັງຂົ່ມຂູ່ ພາກຕາເວັນ ຕົກສຽງໃຕ້ ເມັກຊິໂກ


ປະຊາຊົນພາກັນຕຽມພ້ອມຮັບມືກັບການມາເຖິງຂອງເຮຣິເຄນ Patricia ໂດບເອົາແປ້ນປິດປະຕູປ່ອງຢ້ຽມໜ້າຮ້ານ ຢູ່ບ່ອນຕາກອາກາດ ທີ່ເມືອງ Puerto Vallarta ປະທດ Mexico.

ຊາວ​ເມັກ​ຊິ​ໂກ ຢູ່​ໃນ​ເຂດ​ພາກຕາ​ເວັນ​ຕົກສຽງ​ໃຕ້ຂອງ​ປະ​ເທດ
ພາກັນ​ຫ້າງ​ຫາ​ເຄື່ອງກິນ​ທີ່​ຈະບໍ່ບູດບໍ່ເໜົ່າ​ໄວ ​ໃນ​ຂະນະ​ທີ່​ເຂົາ​
ເຈົ້າພາກັນ​ຕຽມ​ ເຂົ້າ​ໄປ​ຢູ່​ບ່ອນລີ້​ໄພ ​ລົມພາຍຸເຮີຣິ​ເຄນ Patricia
ຊຶ່ງ​ຄາດວ່າ ຈະ​ພັດ​ຂຶ້ນຝັ່ງໃນ​ຕອນບ່າຍ​ວັນ​ສຸກ​ມື້​ນີ້.

ສູນ​ກາງ​ເຮຣິ​ເຄນ​ ​ແຫ່ງ​ຊາດ ສະຫະລັດ ກ່າວ​ວ່າ ຄວາມ​ແຮງ​ທີ່​
ຂຶ້ນໆລົງ​ໆຂອງ​ລົມພາຍຸຫົວນີ້ ອາດ​ຈະ​ເກີດ​ຂຶ້ນ ​ໃນ​ວັນ​ສຸກ​ມື້​ນີ້ ​
ແຕ່ເຮີຣິເຄນ Patricia ກໍຍັງ “ຄາດ​ວ່າ​ຍັງຈະ​ຄົງ​ໂຕ​ຢູ່ໃນ​ລະດັບ
5 ເປັນລົມພາຍຸທີ່ແຮງ​ສຸດ ​ເວລາ​ພັດ​ຂຶ້ນຝັ່ງ”.

ບັນດາ​ນັກ​ພະຍາ​ກອນ​ອາກາດກ່າວ​ວ່າ ລົມພາຍຸຫົວໜີ້ ທີ່​ມີ​ລົມ
​ແຮງ​ສຸດ 325 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ຄາດ​ວ່າ ​ຈະ​ເຮັ​ດ​ໃຫ້​ມີຝົນຕົກ​ ລະຫວ່າງ 20 ຫາ 30 ຊັງ​
ຕີແມັດ ແລະ​ອາດ​ຈະສູງ​ເຖິງ 50 ຊັງ​ຕີ​ແມັດ​ ຢູ່​ໃນ​ບາງ​ຂົງ​ເຂດ. ສູນ​ກາງ​ເຮຣິ​ເຄນແຫ່ງຊາດ
ກ່າວ​ວ່່າ ຝົນຕົກ​ໜັກອາດ​ຈະພາໃຫ້ເກີດນ້ຳຖ້ວມຊຸແລະດິນເຈື່ອນ ທີ່ເປັນໄພອັນຕະລາຍ
ຕໍ່ຊີວິດ.

ເຮິຣິເຄນ Patricia ​ໄດ້​ເຮັດ​ໃຫ້​ເກີດ​ຜົນ​ກະທົບ ​ຕໍ່​ບາງພາ​ກສ່ວນ​ຂອງເຂດແຄມຝັ່ງ​ທະ​
ເລ​ພາກ​ໃຕ້​ຂອງ​ເມັກ​ຊິ​ໂກ ​ແລະ​ຈະແຜ່ຂະຫຍາຍ​ຂື້ນ​ໄປ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ພາຍໃນນຶ່ງຫລືສອງ​ມື້ຂ້າງ​ໜ້າ​ນີ້. ສູນ​ກາງ​ເຮີຣິ​ເຄນກ່າວ​ວ່າ ຄວາມແຮງ​ຂອງລົມມີທ່າ
ທາງວ່າ “ຈະ​ເປັນໄພຂົ່ມຂູ່​ຕໍ່ຊີວິດຍ້ອນສະພາບ​ຄື້ນຟອງແລະ ​ກະແສນຳ້ພັດ.” ການ​
ເຕືອນກ່ຽວກັບເຮຣິ​ເຄນຫົວນີ້ ​ໄດ້​ມີການຕິດປະກາດ ແຕ່ ​ເມືອງ San Blas ທາງ​ພາກ
ໃຕ້ ​ໄປ​ຫາ ​ເມືອງ Lazaro Cardenas.

ຫົວໜ້າຄະນະ​ກຳມາທິການນຳ້​ແຫ່ງ​ຊາດ ຂອງ​ເມັກ​ຊິ​ໂກ ​ທ່ານ Roberto Ramirez de
la Parra ກ່າວ​ວ່າ ເຮີຣິເຄນ Patricia ແມ່ນມີທ່າທາງວ່າຈະກາຍ​ມາ​ເປັນ​ເຮີຣິ​ເຄນ ທີ່​ມີ
“ຄວາມ​ແຮງ​ສຸດທີ່ບໍ່ເຄີຍມີ​ມາ​ກ່ອນ” ຂອງ​ເມັກ​ຊິ​ໂກ ນັບ​ແຕ່ລັດຖະບານ ​ໄດ້​ເລີ້ມ​ເກັບກຳ​
ບັນທຶກໃນ​ປີ 1949.

Hurricane Patricia
please wait
Embed

No media source currently available

0:00 0:00:26 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG