ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພຄວາມຮ້ອນສຸດຂີດ ເເລະ ການສ້າງເຂື່ອນທີ່ເພີ່ມ ຂຶ້ນເຮັດໃຫ້ປະຊາຊົນລຸ່ມ ເເມ່ນ້ຳຂອງໃນລາວຍາກຈົນກວ່າ​ເກົ່າ


​ແມ່​ຍິງ​ຄົນ​ນຶ່ງ​ຫໍ່​ໝາກ​ມີ້​ເພື່ອ​ຂາຍ​ຢູ່​ຕາມ​ຖະ​ໜົນ​ໃນ​ນະ​ຄອນຫຼວງ​ພະ​ບາງ, 31 ມັງ​ກອນ 2024.
​ແມ່​ຍິງ​ຄົນ​ນຶ່ງ​ຫໍ່​ໝາກ​ມີ້​ເພື່ອ​ຂາຍ​ຢູ່​ຕາມ​ຖະ​ໜົນ​ໃນ​ນະ​ຄອນຫຼວງ​ພະ​ບາງ, 31 ມັງ​ກອນ 2024.

ໃນເດືອນທີ່ຜ່ານມາປະເທດລາວໄດ້ປະສົບພົບ​ພໍ້ ກັບບັນຫາຄວາມຮ້ອນສຸດ ຂີດໃນລະຫວ່າງເດືອນເມສາຫາເດືອນກໍລະກົດນີ້. ບັນຫາຄວາມຮ້ອນເເມ່ນ ໄດ້ ສົ່ງຜົນຕໍ່ປະຊາຊົນລາວໂດຍສະເພາະເເມ່ນປະຊາຊົນຜູ້ທີ່ມີລາຍດຳລົງຊີ ວິດຕາມລຸ່ມ ເເລະ ເເຄມເເມ່ນ້ຳຂອງທົ່ວປະເທດຜູ້ທີ່ມີລາຍໄດ້ໜ້ອຍ. ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ​ຈາກ​ນັກ​ຂ່າວ​ຂອງ​ພວກ​ເຮົາ​ມາ​ສະ​ເໜີ​ທ່ານ.

ສະພາບອາກາດຮ້ອນໃນປະເທດລາວໄດ້ຂຶ້ນສູງທະລຸເຖິງ 30 ຫາ 40 ອົງ ສາແຊລ​ຊຽ​ສ ໃນທົ່ວປະເທດໃນໄລຍະເດືອນເມສາຫາເດືອນພຶດສະພາທີ່ ຜ່ານມານີ້ຕາມການລາຍງານຂອງກົມອຸຕຸນິຍົມ ເເລະ ອຸທົກກະສາດລາວ ເຊິ່ງຄື້ນຄວາມຮ້ອນດັ່ງກ່າວເຮັດໃຫ້ຜູ້ມີລາຍໄດ້ໜ້ອຍທຸກຍາກລຳບາກກວ່າ ເກົ່າ.

ນາງອອ່ນປະຊາຊົນທີ່ອາໄສຕາມເເມ່ນ້ຳຂອງຜູ້ຫາລ້ຽງຊີບໂດຍການຮ້ອຍ ໝາກເບັງຂາຍຢູ່ຕະຫຼາດນະຄອນຫຼວງໄດ້ກ່າວວ່າ ຄອບຄົວລາວໄດ້ຮັບ ຜົນກະທົບຈາກຄື້ນຄວາມຮ້ອນໂດຍກົງຍ້ອນວ່າຕ້ອງໄດ້ຫາລາຍໄດ້ໃຫ້ພໍຄ່າ ໃຊ້ຈ່າຍໂດຍສະເພາະແມ່ນອາກາດຮ້ອນໃນປີນີ້.

ລາວໄດ້ເວົ້າວ່າ: “ບາງເທື່ອເຮົາກໍປູກຜັກເອງເເຕ່ລະປີປູກເອງ(ເຮັດສວນເອງ) ປີນີ້ບໍ່ໄດ້ເຮັດ ເເຕ່ລະປີນີ້ຜັກໝີ່ນີ້ບໍ່ໄດ້ຊື້. ປູກຜັກ, ປູກຕົ້ນໄມ້, ປູກດອກໄມ້ ເຮົາເຮັດເອງ ປີນີ້ບໍ່ປູກຍ້ອນມັນຮ້ອນຫຼາຍບໍ່ໄຫວນ້ຳ. ເຮົາກໍບໍ່ມີແອແຫລະ ເຮົາທຸກເຮົາຍາກບໍ່ມີເງິນຊື້ເເອຄ່ານ້ຳຄ່າໄຟກະເເພງ ກະຢູ່ຕາມທຳມະຊາດ ລະກະລຶ້ງໄປ”

ການຫາປາໃນລຸ່ມເເມ່ນ້ຳຂອງກາຍເປັນເລື່ອງທີ່ຫຍຸ້ງຍາກຫຼາຍຂຶ້ນໂດຍສະ ເພາະຄອບຄົວຂອງນາງອອ່ນ ເເລະ ຫຼາຍໆຄອບຄົວອາໄສຢູ່ລຸ່ມແມ່ນ້ຳຂອງ ຕ້ອງເດີນທາງຂີ່ເຮືອເຂົ້າໄປໃກ້ຝັ່ງໄທຫຼາຍຂຶ້ນເພື່ອຫາປາໃນລະດູເເລ້ງເຊິ່ງມີຄວາມສ່ຽງຕໍ່ທີ່ຈະຖືກເຈົ້າໜ້າທີ່ຝັ່ງໄທກວດ ຫຼື ຈັບກຸມ.

“ຄັນຫຼາຍຄົນລົງເຮົາກໍລົງຄືປີກ່ອນຮອດຝັ່ງໄທນ້ຳເເຫ້ງ. ເຂົາເຈົ້າບໍ່ໃຫ້ໄປມໍ່ ເລີຍໄປໃກ້ຝັ່ງເຂົາເຈົ້າກະຮ້ອງໃສ່ເເລ້ວເຮືອໄຫຼມອງຫຼັງຈາກ 5 ໂມງເຂົາ ເຈົ້າກະໃຫ້ເຊົາເລີຍຍ້ອນເຂົາເຈົ້າຍ້ານ(ເຮືອລາວ) ໄປໄຫຼຢູ່ຝັ່ງນັ້ນເດ”

ຄວາມຮ້ອນຍັງໄດ້ເຮັດໃຫ້ລັດທະບານລາວສັ່ງຢຸດການຮຽນໃນໂຮງຮຽນພາກ ເອກະຊົນເເລະພາກລັດທີ່ມີບໍ່ມີອຸປະກອນໃຫ້ຄວາມເຢັນເຊັ່ນເເອ ຫຼື ພັດລົມ ໃນການສອນໃນຊັ້ນຕ່າງໆທົ່ວປະເທດຍ້ອນອາກາດທີ່ຮ້ອນສຸດຂີດໃນຊ່ວງ ເດືອນເມສາທີ່ຜ່ານມາ.

ນັກວິຊາການຕ່າງປະເທດໄດ້ກ່າວວ່າປະກົດການເອວນິໂນ El Niño ທີ່ເກີດ ຂຶ້ນຈາກການປ່ຽນເເປງຂອງມະ​ຫາ​ສະ​ໝຸດປາຊິຟິກ ເເລະ ການສ້າງເຂື່ອນ ທີ່ເພີ່ມຂຶ້ນໃນລາວກໍ​ໄດ້ສົ່ງຜົນກະທົບປະຊາຊົນເເມ່ນ້ຳຂອງໃນປີນີ້.

ທ່ານ ນາງ ຄອດນີ້ ເວເທີບີ (Courtney Weatherby) ຮອງປະທານໂຄງ ການສູນສະຕິ່ມຊັນໃນອາຊີຕາເວັນອອກສ່ຽງໃຕ້ໄດ້ກ່າວວ່າ:”ປະລິມານນ້ຳຜົນທີ່ໜ້ອຍ ເເລະ ຄວາມເເຫ້ງເເລ້ງເປັນເຫດໃຫ້ປະຊາຊົນຜູ້ທີ່ເຮັດວຽກທາງ ດ້ານກະສິກຳ ຫຼື ວຽກທີ່ຕ້ອງຕາກເເດດດົນໄດ້ຮັບຜົນກະທົບຈາກໄພຄວາມ ຮ້ອນຫຼາຍໃນປີນີ້”

ທ່ານໄດ້ເວົ້າຕໍ່ອີກວ່າ:” ຕາມປົກກະຕິເເລ້ວໃນຍາມຝົນເຂື່ອນຫຼາຍໆເຂື່ອນ ເພື່ອເກັບໄວ້ຜະລິດພະລັງງານໄຟຟ້າໃນລະດູເເລ້ງ. ໃນຫຼາຍໆປີຜ່ານມາ ພວກເຮົາສັງເກດເຫັນວ່າຄວາມສາມາດຂອງເຂື່ອນໃນການຜະລິດໄຟຟ້າໃນ ລະດູເເລ້ງເເມ່ນຫຼຸດລົງ. ເເຕ່ຖ້າກໍລະນີທີ່ເຂື່ອນໂຕໃດທີ່ບໍ່ສາມາດຜະລິດ ໄຟຟ້າໄດ້ມັນຈະເກັບນ້ຳໄວ້ເເລ້ວປ່ອຍໃນລະດູຝົນ. ສະນັ້ນ, ມັນສົ່ງຜົນ ກະທົບຕໍ່ຄວາມສົມດຸນຂອງນ້ຳໂດຍສະເພາະເເມ່ນລຸ່ມເເມ່ນ້ຳຂອງທີ່ມີເຂື່ອນ ຫຼາຍກວ່າ 100 ເຂື່ອນ. ດ້ວຍເຫດນີ້ເຮົາຈຶ່ງຮູ້ວ່າເປັນຫຍັງເວລາຍາມຝົນຕົກນ້ຳເພີ່ມຂຶ້ນຢ່າງໄວວາໃນສາຍນ້ຳສາຂາເເມ່ນ້ຳຂອງ”

ທ່ານ ນາງ ຄອດນີ້ຍັງໄດ້ໃຫ້ຂໍ້ມູນເພີ່ມເຕີມອີກວ່າໃນປີນີ້ເປັນປີທີ່ອາກາດ ຮ້ອນຫຼາຍ, ສະນັ້ນເເມ່ນ້ຳຂອງຕອນເທິງທີ່ຢູ່ໃນປະເທດຈີນອາດຈະມີການ ລະເຫີຍຂອງຫິມະເຮັດໃຫ້ນ້ຳໃນເເມ່ນ້ຳຂອງເພີ່ມຫຼາຍຂຶ້ນເເຕ່ນີ້ກໍບໍ່ໄດ້ໝາຍ ຄວາມວ່ານ້ຳທີ່ໄດ້ມາຈາກຫິມະນັ້ນຈະລົງມາສູ່ເເມ່ນ້ຳຂອງໂດຍກົງຍ້ອນວ່າ ເຂື່ອນຢູ່ຈີນກັກກັນນ້ຳໃຫ້ນ້ຳໄຫຼສູ່ອ່າງເກັບນ້ຳໃນຈີນເພື່ອນເພີ່ມປະລິມານສູ້ ກັບໄພເເຫ້ງເເລ້ງໃນປະເທດຂອງເຂົາເຈົ້າເອງ.

ດັ່ງນັ້ນ,ປະຊາຊົນຕາມລຸ່ມເເມ່ນ້ຳຂອງຕ້ອງປະສົບບັນຫາໄພເເຫ້ງເເລ້ງໃນ ຍາມເເລ້ງຍ້ອນການກັກເກັບນ້ຳຂອງເຂື່ອນ ເເລະ ພັດປະເຊີນບັນຫານ້ຳ ຖ້ວມຢ່າງໄວວາໃສ່ເຂດປະຊາຊົນຜູ້ອາໄສຕາມສາຂາເເມ່ນ້ຳຂອງໃນລະດູຝົນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG