ຕົກມາເຖິງວັນພະຫັດມື້ນີ້ ຊາວອາເຣິກັນຫຼາຍລ້ານຄົນ ຍັງຄົງຊອກຫາວິທີຜ່ອນຄາຍ ຈາກອາກາດໜາວທີ່ສຸດເປັນປະຫວັດການໃນທະວີບນີຂອງສະຫະລັດ.
ພວກເຈົ້າໜ້າທີ່ເວົ້າວ່າ ອຸນນະພູມໄດ້ລົງຕໍ່າກວ່າຈຸດນໍ້າກ້ອນຢູ່ໃນ 85 ພາກສ່ວນ
ຂອງປະເທດ ນອກຈາກອາລາສກາ ກັບລັດຮາວາຍ.
ຢູ່ເມືອງ Grant Chute ລັດ ວິສຄອນຊີນ ເວລາໂຍນໝໍ້ນໍ້ຮ້ອນທີ່ພວມຟົດຢູ່ຂຶ້ນໄປ
ເທິງອາກາດ ມັນຈະກະຈາຍເປັນຫິມະຕົກລົງມາທັນທີ.
ພວກນັກພະຍາກອນອາກາດ ພາກັນຖິ້ມໂທດຄວາມໜາວແຂງຂອງອາກາດນີ້ໃສ່
ການແຕກພັງທະລາຍຂອງນໍ້າກ້ອນຢູ່ຂົ້ວໂລກວອກແຕັກສ໌ ຊຶ່ງແມ່ນອາກາດໜາວ
ຢູ່ເທິງຂົ້ວໂລກເໜືອ ສົ່ງລົງມາທາງໃຕ້ຜ່ານອາເມຣິກາເໜືອຍ້ອນການພັງທະລາຍ
ຂອງຄວາມຮ້ອນ ຈາກທະວີບອາຟຣິກາເໜືອ.
ຄວາມໜາວຂອງອາກາດ ໃນອາທິດນີ້ ຈະເປັນພຽງຄວາມຊົງຈຳພາຍໃນສອງສາມ
ມື້ເວລາການພະຍາກອນອາກາດຢູ່ທາງຕາເວັນຕົກກາງໄປຫາທາງຝັ່ງຕາເວັນອອກ
ຈະບອກວ່າອຸນນະພູມຈະສູງຂຶ້ນ ສູ່ລະດັບ 40 ອົງສາ ໄປຫາສູງກວ່າ 50 ອົງສາ.