ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ຮັບ​ຟັງ​ຄະ​ດີ ສົ່ງ​ຄົນ​ຮ້າຍ​ຂ້າມ​ແດນ ສຳ​ລັບ ຜູ້ກໍ່​ຕັ້ງ​ ອົງ​ການ ວິ​ກີ​ລີກ ໄຂຂຶ້ນ ໃນ​ນະ​ຄອນຫຼວງ ລອນດອນ


ປ້າຍນີ້​ເຫັນ​ໄດ້ ຕິດ​ຕັ້ງ​ຢູ່​ດ້ານນອກ​ສານ Woolwich Crown, ກ່ອນ​ໜ້າ​ການ​ຮັບ​ຟັງ​ຄະ​ດີ ເພື່ອ​ຕັດ​ສິນ​ວ່າ ທ່ານ​ຈູ​ລຽນ ອາ​ຊານ​ຈ໌ ຄວນ​ສົ່ງ​ຕົວ​ໃຫ້​ແກ່​ສະ​ຫະ​ລັດ ຫຼືບໍ່, ​ໃນ​ນ​ຈະ​ຄອນຫຼວງ​ລອນດອນ ຂອງ​ອັງ​ກິດ, ວັນ​ທີ 24 ກຸມ​ພາ 2020. REUTERS/Hannah Mckay
ປ້າຍນີ້​ເຫັນ​ໄດ້ ຕິດ​ຕັ້ງ​ຢູ່​ດ້ານນອກ​ສານ Woolwich Crown, ກ່ອນ​ໜ້າ​ການ​ຮັບ​ຟັງ​ຄະ​ດີ ເພື່ອ​ຕັດ​ສິນ​ວ່າ ທ່ານ​ຈູ​ລຽນ ອາ​ຊານ​ຈ໌ ຄວນ​ສົ່ງ​ຕົວ​ໃຫ້​ແກ່​ສະ​ຫະ​ລັດ ຫຼືບໍ່, ​ໃນ​ນ​ຈະ​ຄອນຫຼວງ​ລອນດອນ ຂອງ​ອັງ​ກິດ, ວັນ​ທີ 24 ກຸມ​ພາ 2020. REUTERS/Hannah Mckay

ການ​ຮັ​ບ​ຟັງ​ຄະ​ດີ ກ່ຽວ​ກັບ​ຄຳ​ຮ້ອງ​ຂອງ​ສະ​ຫະ​ລັດ ເພື່ອ​ໃຫ້​ສົ່ງ​ມອບ​ຄົນ​ຮ້າຍ​ຂ້າມ​ແດນ ຄື ຜູ້ກໍ່​ຕັ້ງ ອົງ​ການວີ​ກີ​ລີກ ທ່ານ​ຈູ​ລຽນ ອາ​ຊານ​ຈ໌ ໄດ້​ເປີດ​ຂຶ້ນ​ຢູ່​ໃນ​ນະ​ຄອນ​ລອນດອນ ໃນ​ວັນ​ຈັນ​ມື້ນີ້.

ຜູ້​ພິ​ພາກ​ສາ​ທ່ານ​ນຶ່ງ ຢູ່​ທີ່​ສານ Woolwich Crown ຈະ​ຮັບ​ຟັງ​ຂໍ້​ໂຕ້​ແຍ້ງ​ຕ່າງໆ ຈາກ​ບັນ​ດາ​ທະ​ນາຍ​ຄວາມ​ທີ່​ວ່າ​ຄວາມ ຕາງ​ໜ້າ​ໃຫ້​ແກ່ ​ສະ​ຫະ​ລັດ ທີ່​ໄດ້​ແຈ້ງ​ໂທດ 17 ກະ​ທົງ ຖານ​ເປັນ​ສາຍ​ລັບ ແລະ ອີກ​ຖານ​ນຶ່ງ ​ຂອງ​ການ​ລັກ​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ.

ຖ້າ​ໄດ້​ຖືກ​ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ ທ່ານ​ຈູ​ລີ​ອຽນ ອາ​ຊານ​ຈ໌ ອາ​ຍຸ 48 ປີ ຊາວ​ອອ​ສ​ເຕ​ຣ​ເລຍ ຜູ້​ໄດ້​ຖືກ​ຄວບ​ຄຸມ​ຕົວ ຈະ​ປະ​ເຊີນ​ກັບ​ໂທດ​ສູງ​ສຸດ ເປັນ​ການ​ຖືກ​ຂັງ​ຄຸກ 175 ປີ.

ຂໍ້​ກ່າວ​ຫາ​ດັ່ງ​ກ່າວ ແມ່ນ​ພົວ​ພັນ​ກັບ ອົງ​ການ​ວິ​ກີ​ລີກ ທີ່​ໄດ້​ເປີ​ດ​ເຜີຍ​ຂໍ້​ມູນ​ລັບຕ່າງໆ ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ແລະ​ທຳ​ນຽບ​ຫ້າ​ແຈ ທີ່​ໄດ້​ໃຫ້​ລາຍ​ລະ​ອຽດ​ແຜນການ​ສູ້​ບົບ​ຂອງກອງ​ທັບ​ສະ​ຫະ​ລັດ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ອີ​ຣັກ ພ້ອມ​ດ້ວຍ​ໂທ​ລະ​ເລກ​ຕ່າງໆ ທີ່​ໄດ້​ສົ່ງ​ໄປ​ຫາ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈາກ​ສະ​ຖານ​ທູດ​ສະ​ຫະ​ລັດ ​ຢູ່ໃນ​ປະ​ເທດ ​ແຫ່ງ​ຕ່າງໆ​ທົ່ວ​ໂລກ ແລະ​ຂໍ້​ມູນ​ທີ່​ສະ​ໜອງ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ ແລະ​ສ່ວນ​ບຸກ​ຄົນ ຜູ້​ທີ່​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ສ​ະ​ຫະ​ລັດ.

ພວກສະ​ໜັບ​ສະ​ໜຸນຂອງ​ທ່ານ​ອາ​ຊານ​ຈ໌ ​ຊຶ່ງ​ລວມໃນ​ນັ້ນ ກໍ​ແມ່ນ​ດາ​ຣາ​ດັງຫຼາຍຄົນ ​ຈາກວົງ​ການດົນ​ຕີ ຕະຫຼອດ​ເຖິງ ວົງ​ການ​ແຟ​ຊັ້ນ ກໍ​ໄດ້​ໂຕ້​ແຍ້ງວ່າ ການຟ້ອງ​ຮ້ອງ​ຕໍ່​ທ່ານ​ອາ​ຊານ​ຈ໌ ນັ້ນ ຈາກ​ຕັ້ງ​ແຕ່​ຕົ້ນ ເປັນ​ເລື້ອງ​ການ​ການ​ເມືອງ ແລະ​ເລື້ອງ​ສ່ວນ​ຕົວ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ​ຕົວ​ທ່ານ​ສະ.

ອົງ​ການ​ເພື່ອ​ການ​ຂ່າວທັງ​ຫຼາຍ ໄດ້​ປຸ້ມ​ລຸມ​ກັນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ທ່ານ​ອາ​ຊານ​ຈ໌ ໂດຍເອີ້ນ​ຂໍ້​ກ່າວ​ຫາ​ທັງຫຼາຍ​ຕໍ່​ທ່ານ ນັ້ນ ເປັນ​ການ​ໂຈມ​ຕີ​ຕໍ່​ເສ​ລີ​ພາບ​ຂອງ​ການ​ຂ່າວ.

ອ່ານ​ຂ່າວນີ້​ຕື່ມ ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG