ຂັ້ນຕົ້ນຂອງການພິຈາລະນາຮັບຟັງການສົ່ງຄົນຮ້າຍຂ້າມແດນສຳລັບເຈົ້າໜ້າທີ່ບໍລິຫານຜູ້ອະວຸໂສຂອງບໍລິສັດໂທລະຄົມຍັກໃຫຍ່ຂອງຈີນ ຮົວເຫວີຍ ໄດ້ເລີ້ມຕົ້ນຂຶ້ນໃນວັນຈັນມື້ນີ້ ຢູ່ທີ່ຫ້ອງການສານໃນນະຄອນ ແວນຄູເວີ ຂອງ ການາດາ ຊຶ່ງເປັນຄະດີທີ່ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບ ປັກກິ່ງ ທີ່ໄດ້ເຮັດໃຫ້ວົງການໆທູດໂວຍວາຍ ແລະສ້າງຄວາມຢ້ານກົວວ່າ ຈະເກີດສົງຄາມເທັກໂນໂລຈີທີ່ກຳລັງຝົດຟື້ນຂຶ້ນ ລະຫວ່າງ ຈີນ ກັບ ສະຫະລັດ.
ການຈັບກຸມເຈົ້າໜ້າທີ່ຫົວໜ້າຝ່າຍການເງິນ ທ່ານນາງ ເໝິງ ວ້ານຊູ ຜູ້ທີ່ເປັນລູກສາວຂອງຜູ້ກໍ່ຕັ້ງບໍລິສັດ ຮົວເຫວີຍ ທີ່ມີຊື່ສຽງຜູ້ນຶ່ງ ຂອງການາດາ ໃນທ້າຍປີ 2018 ໂດຍການຂໍຮ້ອງຂອງອາເມຣິການັ້ນ ໄດ້ເຮັດໃຫ້ ປັກກິ່ງ ຕົກຕະລຶງ.
ບໍລິສັດຮົວເຫວີຍ ເປັນແບບຢ່າງຄວາມໄຝ່ຝັນຂອງຈີນ ທີ່ຈະກາຍເປັນມະຫາອຳນາດດ້ານເທັກໂນໂລຈີ ແຕ່ໄດ້ກາຍມາເປັນເລື້ອງຄວາມກັງວົນຂອງ ສະຫະລັດ ມາໄດ້ຫຼາຍປີແລ້ວ. ຈີນ ພິຈາລະນາຄະດີຂອງທ່ານນາງເໝິງ ດັ່ງກັບຄວາມພະຍາຍາມທີ່ຈະຄວບຄຸມການເຕີບໃຫຍ່ຂອງຈີນ.
ທ່ານເວິນຣານ ຈຽງ ເຈົ້າໜ້າທີ່ອາວຸໂສຈາກສະຖາບັນຄົ້ນຄວ້າດ້ານເອເຊຍປະຈຳມະຫາວິທະຍາໄລ ບຣິດຕິສ ໂຄລຳເບຍ ໄດ້ກ່າວໄປວ່າ “ອັນນີ້ເປັນນຶ່ງໃນ
ບຸລິມະສິດລະດັບສູງ ສຳລັບລັດຖະບານຈີນ. ພວກເຂົາເຈົ້າ ໃຈຮ້າຍແທ້ໆເລີຍ. ພວກເຂົາເຈົ້າ ຈະຕິດຕາມເບິ່ງເລື້ອງນີ້ຢ່າງໄກ້ຊິດ.”
ວໍຊິງຕັນ ໄດ້ກ່າວຫາບໍລິສັດຮົວເຫວີຍວ່າ ນຳໃຊ້ບໍລິສັດຕົວແທນໃນຮົງກົງເພື່ອຂາຍອຸປະກອນໃຫ້ແກ່ອີຣ່ານ ທີ່ເປັນການລະເມີດຕໍ່ມາດຕະການລົງໂທດຂອງສະຫະລັດ. ວໍຊິງຕັນກ່າວວ່າ ທ່ານນາງ ເໝິງ ອາຍຸ 47 ປີ ໄດ້ກະທຳການສໍ້ໂກງດ້ວຍການຫລອກລວງທະນາຄານ HSBC ກ່ຽວກັບການພົວພັນດ້ານທຸລະກິດຂອງບໍລິສັດດັ່ງກ່າວຢູ່ໃນອີຣ່ານ.
ທ່ານນາງ ເໝິງ ຜູ້ທີ່ຖືກປ່ອຍເປັນອິດສະຫລະເມື່ອວາງເງິນຄ້ຳປະກັນ ແລະອາໄສຢູ່ນຶ່ງໃນສອງເຮືອນຫລັງໃຫຍ່ ໃນນະຄອນແວນຄູເວີ ທີ່ນາງເປັນເຈົ້າຂອງ ນັ້ນ ກໍໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ. ກຸ່ມທະນາຍຄວາມຝ່າຍຈຳເລີຍຂອງທ່ານນາງ ເໝິງ ໄດ້ບົ່ງຊີ້ເຖິງຄຳເຫັນຕ່າງໆຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຊຶ່ງພວກເຂົາເຈົ້າກ່າວວ່າ ໄດ້ສະເໜີການຄະດີຟ້ອງຮ້ອງຕໍ່ທ່ານນາງນັ້ນ ແມ່ນມີແຮງຈູງໃຈທາງດ້ານການເມືອງ.
ທ່ານນາງເໝິງ ໄດ້ຖືກຄວບຄຸມຕົວ ໃນເດືອນທັນວາ ປີ 2018 ໂດຍທາງການຂອງການາດາ ຢູ່ໃນນະຄອນແວນຄູເວີ ໃນຂະນະທີ່ທ່ານນາງ ກຳລັງຈະປ່ຽນຖ້ຽວບິນ ຊຶ່ງເປັນມື້ດຽວກັນ ທີ່ທ່ານທຣຳ ແລະປະທານປະເທດຈີນ ທ່ານສີ ຈິ່ນຜິງ ໄດ້ພົບປະກັນເພື່ອການເຈລະຈາດ້ານການຄ້າ.
ບັນດາໄອຍະການ ໄດ້ເນັ້ນຢ້ຳວ່າ ຄະດີຂອງທ່ານນາງເໝິງ ແມ່ນບໍ່ລວມກັບຄວາມຂັດແຍ້ງການຄ້າທີ່ກວ້າງຂວາງ ແຕ່ທ່ານທຣຳ ກໍໄດ້ຕັດຄວາມສຳຄັນຂອງເລື້ອງນີ້ລົງຫຼາຍອາທິດຕໍ່ມາ ຫຼັງຈາກທ່ານນາງ ໄດ້ຖືກຈັບກຸມ ເມື່ອທ່ານໄດ້ກ່າວວ່າ ທ່ານຈະພິຈາລະນາ ເຂົ້າແຊກແຊງໃນຄະດີດັ່ງກ່າວ ຖ້າມັນຈະຊ່ອຍເຮັດໃຫ້ຂໍ້ຕົກລົງການຄ້າກັບ ປັກກິ່ງ ບັນລຸໄດ້.