ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ດີ ສົ່ງ​ຜູ້​ຮ້າຍ ຂ້າມ​ແດນ ຕໍ່​ເຈົ້າ​ໜ້າ​ທີ່ ບໍ​ລິ​ສັດ ຫົວ​ເຫວີຍ ຈະ​ດຳ​ເນີນ​ຕໍ່​ໄປ ຢູ່ ກາ​ນາ​ດາ


ຮູບຫົວ​ໜ້າ​ການ​ເງິນ ຂອງ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ ຫົວ​ເຫວີຍ ທ່ານ​ນາງ​ເມັງ ຊູ ​ຫຼັງ​ຈາກ​ຖືກ​ປະ​ກັນ​ໂຕ ຢູ່​ສານ​​ສູງ ແຂວງບ​ຣິ​ຕິ​ສ ໂຄ​ລຳ​ເບຍ ທີ່​ນະ​ຄອນ​ແວນ​ຄູ​ເວີ ປະ​ເທດ​ກາ​ນາ​ດາ. (11 ທັນ​ວາ 2018)
ຮູບຫົວ​ໜ້າ​ການ​ເງິນ ຂອງ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ ຫົວ​ເຫວີຍ ທ່ານ​ນາງ​ເມັງ ຊູ ​ຫຼັງ​ຈາກ​ຖືກ​ປະ​ກັນ​ໂຕ ຢູ່​ສານ​​ສູງ ແຂວງບ​ຣິ​ຕິ​ສ ໂຄ​ລຳ​ເບຍ ທີ່​ນະ​ຄອນ​ແວນ​ຄູ​ເວີ ປະ​ເທດ​ກາ​ນາ​ດາ. (11 ທັນ​ວາ 2018)

ກາ​ນາ​ດາ ​ກ່າວ​ວ່າ ຕົນ​ຈະ​ອະ​ນຸ​ຍາດ​ໃຫ້ມີ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ​ການ​ສົ່ງ​ຕົວ​ ຫົວ​ໜ້າ​ການ​ເງິນ​ ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຫົວ​ເຫວີຍ​ຂອງ​ຈີນ ດຳ​ເນີນ​ຕໍ່​ໄປ ເພື່ອ​ແຜ້ວ​ທາງ​ໃຫ້​ມີ​ການ​ຕໍ່​ສູ້​ກັນ​ທາງ​ກົດ​ໝາຍ ທີ່​ອາດ​ພາ​ໃຫ້​ເກີດ​ຄວາມສັບ​ສົນຫຍຸ້ງ​ຍາກຕໍ່​ຄວາມ​ສຳ​ພັນ​ຂອງ​ກາ​ນາ​ດາ​ແລະ​ສະ​ຫະ​ລັດ ກັບ​ຈີນ.

ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ກາ​ນາ​ດາ​ໄດ້​ປະ​ກາດ​ໃນ​ວັນ​ສຸກວານນີ້​ວ່າ ​ຜູ້​ບໍ​ລິ​ຫານ​ຂອງບໍ​ລິ​ສັດ​ຫົວ​ເຫວີຍ ນາງ​ເມັງ ວານ​ຊູ ຈະ​ໄປ​ປາ​ກົດ​ຕົວ​ທີ່​ສານ​ນະ​ຄອນ​ແວນ​ຄູ​ເວີໃນວັນ​ທີ 6 ມີ​ນາ​ຈະ​ມານີ້ ເພື່ອ​ກຳ​ນົດ​ວັນ​ເວ​ລາ​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ກ່ຽວ​ກັບການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ.

ກະ​ຊວງ​ຍຸ​ຕິ​ທຳ​ກາ​ນາ​ດາ ​ກ່າວ​ວ່າ “ທາງ​ກະ​ຊວງ ​ແມ່ນ​ມີ​ຄວາມ​ພໍ​ໃຈ ທີ່​ວ່າ ​ມີ​ຫຼັກ​ຖານ​ພຽງ​ພໍ ຊຶ່ງຈະ​ນຳ​ສະ​ເໜີ​ຕໍ່​ຜູ້​ພິ​ພາກ​ສາ ​ຮັບ​ຜິດ​ຊອບ​ເລື້ອງສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ​ເພື່ອ​ທຳ​ການ​ຕັດ​ສິນ.”

ສະ​ຖານ​ທູດ​ຈີນ ຢູ່​ປະ​ເທດ​ກາ​ນາ ​ຖະ​ແຫຼງວ່າ ຕົນ​ “ບໍ່​ພໍ​ໃຈ​ເປັນ​ຢ່າງ​ຍິ່ງ​ແລະ​ຄັດ​ຄ້ານ​ຢ່າງ​ແຂງ​ຂັນ” ຕໍ່​ການ​ຕັດ​ສິນ​ໃຈ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ຄະ​ດີນີ້ ດຳ​ເນີນ​ຕໍ່​ໄປ.

ພວກ​ທະ​ນາຍ​ຄວາມ​ຂອງ​ນາງ​ເມັງ​ກ່າວ​ວ່າ ທ່ານ​ນາງ​ຍັງ​ສືບ​ຕໍ່​ຢືນ​ຢັດ​ວ່າ​ທ່ານ​ນາງ​ບໍ່​ມີ​ຄວາມ​ຜິດ ແລະ​ເອີ້ນ​ການ​ທີ່​ສະ​ຫະ​ລັດ​ຂໍ​ໃຫ້​ສົ່ງ​ໂຕ​ທ່ານ​ນາງ​ໃຫ້​ນັ້ນ​ວ່າ ເປັນ​ການ​ລະ​ເມີດ​ຂັ້ນ​ຕອນ​ທາງ​ດ້ານ​ກົດ​ໝາຍ.

ທ່ານ​ນາງ​ເມັງ​ຖືກ​ຈັບ ຕາມ​ການ​ຂໍ​ຮ້ອງ ​ຂອງ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ປ່ຽນ​ເຮືອ​ບິນຢູ່​ນະ​ຄອນ​ແວນ​ຄູ​ເວີ້ ເມື່ອ​ເດືອນ​ທັນ​ວາ​ປີ​ກາຍ. ວໍ​ຊິງ​ຕັນ​ຕ້ອງ​ການໂຕ​ທ່ານ​ນາງ ໃນ​ຂໍ້​ຫາ​ສົມ​ຮູ້​ຮ່ວມ​ຄິດ ເພື່ອ​ລະ​ເມີດ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດຕໍ່​ອີ​ຣ່ານ.

ຄະ​ດີ​ດັ່ງ​ກ່າວນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສຳ​ພັນ​ລະ​ຫວ່​າງ​ຈີນ​ກັບ​ການາ​ດາ. ຫຼັງ​ຈາກ​ທ່ານ​ນາງ​ເມັງ​ຖືກ​ຈັບ​ແລ້ວ ຈີນ​ກໍ​ໄດ້​ຈັບ​ຊາວ​ກາ​ນາ​ດາ 2 ຄົນ ໃນ​ຂໍ້​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ​ສານ​ຂອງ​ຈີນ ​ກໍ​ໄດ້​ຕັດ​ສິນ​ປະ​ຫານຊີ​ວິດ ຜູ້​ຊາຍ​ກາ​ນາ​ດາ​ຄົນ​ນຶ່ງ ຜູ້​ຊຶ່ງ​ກ່ອນ​ໜ້ານີ້​ໄດ້​ຖືກ​ຈຳ​ຄຸກ​ຍ້ອນ​ຂໍ້​ຫາ​ຄ້າ​ຢາ​ເສບ​ຕິດ​ເທົ່າ​ນັ້ນ.

ຈີນ​ໄດ້​ຮຽກ​ຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ໃຫ້​ກາ​ນາ​ດາ​ ປ່ອຍ​ທ່ານ​ນາງ​ເມັງ ແຕ່​ທາງ​ຝ່າຍ​ກາ​ນາ​ດາ​ໄດ້​ປະ​ຕິ​ເສດ ໂດຍ​ກ່າວ​ວ່າ ຄະ​ດີນີ້​ແມ່ນ​ເລື້ອງ​ກົດ​ໝາຍ ບໍ່​ແມ່ນ​ເລື້ອງການ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG