ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນຶ່ງໃນຜູ້ຊະນະ ລາງວັນ Pulitzer ປີນີ້ ເປີດ​ເຜີຍ ​ການ​ໃຊ້ແຮງ​ງານ ແບບ​ຂ້າ​ທາດ


ຮູບພາບເມື່ອວັນທີ 3 ເມສາ 2015 ຂອງການກູ້ໄພ ພວກຊາວ ປະມົງມຽນມາ ພາກັນຍົກມືຂຶ້ນ ເວລາຖາມວ່າ ໃຜຢາກ ກັບເມືອບ້ານ.
ຮູບພາບເມື່ອວັນທີ 3 ເມສາ 2015 ຂອງການກູ້ໄພ ພວກຊາວ ປະມົງມຽນມາ ພາກັນຍົກມືຂຶ້ນ ເວລາຖາມວ່າ ໃຜຢາກ ກັບເມືອບ້ານ.

ການ​ເປີດ​ເຜີຍ​ເຖິງ​ການ​ໃຊ້ແຮງ​ງານ​ແບບ​ຂ້າ​ທາດ ​ໃນອຸດສາຫະກຳ​ອາຫານ​ທະ​ເລ​ຢູ່​ ເອ​ເຊຍ​ອາຄະ​ເນ ​ແລະການລາຍ​ງານຂ່າວ​ດ່ວນ ​ກ່ຽວ​ກັບ​ຜູ້​ກໍ່​ການ​ຮ້າຍ​ຍິງໂຈມ​ຕີ​ຢູ່​ ເມືອງ San Bernardino ​ແມ່ນຮວມຢູ່​ໃນບັນດາ​ຜູ້​ຊະນະ​ເລີດລາງ​ວັນ Pulitzer Prize ປີ 2016.

ນີ້ແມ່ນ​ໂອກາດ​ຄົບຮອບ 100 ປີ ​ຂອງ​ການ​ມອບ​ລາງວັນໃຫ້ແກ່​ບັນ​ດາ​ນັກ​ຂ່າວ ນັກ​ຂຽນ ປື້​ມ ນັກ​ແຕ່ງລະຄອນ ​ແລະນັກ​ດົນຕີ.

ອົງການ​ຂ່າວ AP ​ໄດ້​ຮັບລາງວັນ​ຮັບໃຊ້​ສາທາລະນະຊົນ ​ໃນ​ການ​ສື​ບສວນກ່ຽວກັບ​ວ່າ ພວກຫາ​ກຸ້ງແລະ​ປາ​ຢູ່​ໃນອິນ​ໂດ​ເນ​ເຊຍ ​ໃຊ້ແຮງ​ງານ​ແບບຂ້າ​ທາດຈາກ​ມຽນມາ ​ເພື່ອ​ ຜະລິດ​ອາຫານ​ການ​ກິນ ​ຢູ່​ໃນ​ທົ່ວ​ສະຫະລັດ ​ແລະ​ຢູ​ໂຣບ.

ລາຍ​ງານ​ດັ່ງກ່າວ​ນີ້ ໄດ້​ເປັນ​ຜົນ​ເຮັດ​ໃຫ້​ພວກຜູ້ຊາຍປະມານ 2,000 ຄົນ​ໄດ້​ຮັບ​ອິດສະ ຫຼະພາບ.

ໜັງສືພິມ Los Angeles Times ​ໄດ້ຊະນະ​ການ​ລາຍ​ງານ​ຂ່າວດ່ວນ​ກ່ຽວ​ກັບ ການສັງ ຫານ​ໜູ່ 14 ຄົນ​ທີ່​ເມືອງ San Bernardino ລັດ California ປີ​ກາຍ​ນີ້.

ລາງວັນດ້ານ​ອຶ່ນໆນັ້ນ ໄດ້ຖືກມອບ​ໃຫ້​ແກ່ໜັງສືພິມ New York Times ທີ່​ໄດ້ລາຍງາ​ນ ກ່ຽວ​ກັບ​ຊີວິດທີ່​ທຸກທໍລະມານ ​ທີ່​ໄດ້​ຮັບ ​ໂດຍ​ບັນດາ​ແມ່ຍິງ​ອັຟກາ​ນິສຖານ ​ແລະ​ອົງການ​ ຂ່າວ Thompson Reuters ​ໄດ້​ຮັບ​ໃນ​ການຖ່າຍພາບ​ພວກ​ອົບ​ພະຍົບ.

ນັກ​ຂຽ​ນ Jody Warrick ​ໄດ້​ຊະ​ນະລາງວັນ​ໃນການ​ຂຽນ​ທີ່​ບໍ່ແມ່ນນິຍາຍ ກ່ຽວ ກັບ​ປື້​ມ ຂອງ​ທ່ານທີ່​ມີ​ຊື່ວ່າ Black Flags: The Rise of ISIS ​ແລະ​ລາງວັນ​ບົດ​ຂຽນ​ປະ​ເພດ ​ນິຍາຍ ​ໄດ້ມອບ​ໃຫ້​ແກ່​ນັກ​ຂຽນ ທ່ານ Thanh Nguyen ທີ່ ເກີດ​ຢູ່ຫວຽດນາມ ຊຶ່ງ​ໄດ້​ຂຽນ ​ເລື້ອງ Sympathizer ບົດ​ລະຄອນ​ທີ່​ໄດ້​ຮັບ​ການ​ຍົກຍ້ອງທີ່ເກີດ​ຂຶ້ນ​ຫລັງ​ຈາກການ​ແຕກ ຂອງຫວຽດນາ​ມ​ໃຕ້​ໃນ​ປີ 1975.

ລາງວັນ Pulitzer ​ໄດ້​ຕັ້ງ​ຂື້ນ​ມາ​ໂດຍ​ຜູ້​ພິມ​ເຜີຍ​ແຜ່ໜັງສືພິມ ທ່ານ Joseph Pulitzer ​ໃນ​ປີ 1917 ​ແລະ​ໄດ້ມີ​ການ​ມອບ​ລາງວັນໃນແຕ່ລະ​ປີ​ໂດຍມະຫາວິ ທະຍາ​ໄລ Columbia ​ໃນ​ນະຄອນ New York.

ອ່ານຂ່າວພາສາອັງກິດ

XS
SM
MD
LG