ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກ ຢູ່ອ້ອມແອ້ມ ໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ ຂອງ ຢູເຄຣນ


ເຕົາປະຕິກອນຂອງໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ, ແນມເຫັນຈາກເມືອງ ນິໂປໂປລ, ພາກພື້ນ ນິໂປຣເປຕຣອບ, 7 ພະຈິກ 2022.
ເຕົາປະຕິກອນຂອງໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ, ແນມເຫັນຈາກເມືອງ ນິໂປໂປລ, ພາກພື້ນ ນິໂປຣເປຕຣອບ, 7 ພະຈິກ 2022.

ການລະເບີດທີ່ຮຸນແຮງໄດ້ກະທົບເຂດທີ່ຢູ່ອ້ອມແອ້ມໂຮງໄຟຟ້ານິວເຄລຍ ຊາໂປຣິສເຊຍ ຂອງ ຢູເຄຣນ ໃນວັນເສົາທີ່ຜ່ານມາ ແລະ ອີກຄັ້ງນຶ່ງໃນ ວັນອາທິດວານນີ້, ​ເຊິ່ງຫົວໜ້າອົງການປະລະມະນູ ຂອງອົງການສະຫະປະຊາຊາດໄດ້ເອີ້ນການຕໍ່ສູ້ລະຫວ່າງ ຣັດເຊຍ ກັບ ຢູເຄຣນ ໃນພາກພື້ນນັ້ນວ່າ “ໜ້າເປັນຫ່ວງຢ່າງຍິ່ງ.”

ການລະເບີດຫຼາຍຄັ້ງໄດ້ສິ້ນສຸດໄລຍະເວລາທີ່ຂ້ອນຂ້າງສະຫງົບໃນທັນທີຢູ່ໂຮງໄຟຟ້າດັ່ງກ່າວ, ເຊິ່ງແມ່ນໂຮງໄຟຟ້ານິວເຄລຍທີ່ໃຫຍ່ທີ່ສຸດຂອງ ຢູໂຣບ.

ທ່ານ ຣາຟາແອລ ກຣອສຊີ, ຜູ້ອຳນວຍການໃຫຍ່ ຂອງອົງການປະລະມະນູສາ ກົນໄດ້ກ່າວວ່າ “ຜູ້ໃດກໍ່ຕາມທີ່ຢູ່ເບື້ອງຫຼັງເຫດການນີ້, ມັນຕ້ອງຢຸດໃນທັນທີ. ຄືທີ່ຂ້າພະເຈົ້າໄດ້ເວົ້າຫຼາຍຄັ້ງກ່ອນໜ້ານີ້, ພວກເຈົ້າກຳລັງຫຼິ້ນກັບໄຟ.”

ທ່ານ ກຣອສຊີ ໄດ້ຂໍຮ້ອງຕໍ່ ຣັດເຊຍ ແລະ ຢູເຄຣນ ໃຫ້ຕົກລົງກັນຢ່າງຮີບ ດ່ວນເພື່ອປະຕິບັດເຂດປອດໄພ ແລະ ຮັກສາຄວາມປອດໄພນິວເຄລຍ ໃກ້ກັບໂຮງໄຟຟ້ານິວເຄລຍດັ່ງກ່າວ, ແນວໃດກໍ່ຕາມການຂໍຮ້ອງນັ້ນ ບໍ່ໄດ້ສົ່ງຜົນໃຫ້ມີການຄວບຄຸມໃໝ່ໃດໆ ກ່ຽວກັບ ການຕໍ່ສູ້ໃນພາກພື້ນນັ້ນ.

ອົງການປະລະມະນູສາກົນເວົ້າວ່າການໂຈມຕີຕ່າງໆຢູ່ ຊາໂປຣິສເຊຍ ໄດ້ສ້າງຄວາມເສຍຫາຍຕໍ່ຕຶກບາງຫຼັງ, ລະບົບ ແລະ ເຄື່ອງມື, ແຕ່ບໍ່ໄດ້ ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພ ແລະ ການຮັກສາຄວາມປອດໄພນິວເຄລຍ. ມັນບໍ່ໄດ້ມີລາຍງານ ກ່ຽວກັບ ການບາດເຈັບ ແລະ ເສຍຊີວິດ.

ໃນຂະນະທີ່ອາກາດລະດູໜາວທີ່ຮຸນແຮງກະທົບຢູເຄຣນນັ້ນ, ຣັດເຊຍ ໄດ້ໂຈມ ຕີສາຍໄຟຟ້າ ແລະ ພື້ນຖານໂຄງລ່າງທີ່ສຳຄັນອື່ນໆຂອງ ຢູເຄຣນ ຈາກອາ ກາດ, ເຮັດໃຫ້ເກີດໄຟຟ້າມອດຢ່າງກວ້າງຂວາງສຳລັບປະຊາຊົນ ຢູເຄຣນ ຫຼາຍລ້ານຄົນ. ໃນພາກພື້ນ ຊາໂປຣິສເຊຍ ແຫ່ງດຽວ, ປະທານາທິບໍດີ ຢູເຄຣນ ໄດ້ກ່າວວ່າ, ກອງກຳລັງ ຣັດເຊຍ ໄດ້ລະດົມຍິງໃສ່ພື້ນຖານໂຄງລ່າງ ພົນລະເຮືອນໃນປະມານ 12 ຊຸມຊົນ, ທຳລາຍເຮືອນ 30 ຫຼັງ.

ນຶ່ງຄົນໄດ້ຮັບບາດເຈັບ, ແລະ ຕຶກ 20 ຫຼັງໄດ້ຮັບຄວາມເສຍຫາຍ ໃນການລະ ດົມຍິງໃສ່ເມືອງ ນິໂກໂປລ, ເຊິ່ງແມ່ນເມືອງທີ່ຕັ້ງຢູ່ຂ້າມແມ່ນໍ້າຈາກໂຮງໄຟຟ້າຊາໂປຣິສເຊຍ, ອີງຕາມການລາຍງານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG