ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ ອາລ-ຊາບັບ ດຳເນີນການໂຈມຕີ ໃນນະຄອນຫຼວງ ຂອງປະເທດ ໂຊມາເລຍ


ແຜນທີ່ປະເທດ ໂຊມາເລຍ ຊີ້ໃຫ້ເຫັນທີ່ຕັ້ງຂອງນະຄອນຫຼວງ ໂມກາດິຊູ.
ແຜນທີ່ປະເທດ ໂຊມາເລຍ ຊີ້ໃຫ້ເຫັນທີ່ຕັ້ງຂອງນະຄອນຫຼວງ ໂມກາດິຊູ.

ປະຊາຊົນຫຼາຍກວ່າ 15 ຄົນໄດ້ເສຍຊີວິດ ແລະ ຫຼາຍກວ່າ 20 ຄົນໄດ້ຮັບບາດເຈັບ
ໃນການໂຈມຕີສອງຄັ້ງເມື່ອວັນເສົາວານນີ້ ຢູ່ບໍລິເວນຂອງກະຊວງພາຍໃນ ແລະ ກະ
ຊວງຮັກສາຄວາມປອດໄພຂອງ ໂຊມາເລຍ, ຢູ່ນະຄອນຫຼວງ ໂມກາດິຊູ, ອີງຕາມຜູ້
ເຫັນເຫດການ.

ການໂຈມຕີຄັ້ງທຳອິດໄດ້ເລີ່ມຂຶ້ນ ເມື່ອມືປືນ ໄດ້ກົດປຸ່ມລະເບີດຢູ່ນອກປະຕູໃຫຍ່
ຂອງຕຶກກະຊວງພາຍໃນ ກ່ອນທີ່ພວກຫົວຮຸນແຮງສາມຄົນຈະບຸກໂຈມຕີ. ຄວັນໄຟ
ໄດ້ພົບເຫັນປິວຂຶ້ນຈາກຈຸດເກີດເຫດດັ່ງກ່າວ.

ຜູ້ເຫັນເຫດການເວົ້າວ່າ ກອງກຳລັງຮັກສາຄວາມປອດໄພ ໄດ້ທຳການປະຕິບັດການ
ຕອບໂຕ້ ແລະ ໄດ້ເຂົ້າຮ່ວມໃນການຕໍ່ສູ້ ເປັນຊົ່ວໂມງກັບພວກຫົວຮຸນແຮງ ກ່ອນສິ້ນ
ສຸດລົງດ້ວຍການຍຶດພື້ນທີ່ ແລະ ສັງຫານນັກໂຈມຕີຕິດອາວຸດທັງສາມຄົນນັ້ນ.

ຜູ້ເຫັນເຫດການໄດ້ເວົ້າວ່າ ພະນັກງານລັດຖະບານ ແມ່ນລວມຢູ່ໃນຜູ້ທິີ່ຖືກຂ້າຕາຍ
ໃນການໂຈມຕີຄັ້ງທຳອິດນັ້ນ. ຜູ້ເຫັນເຫດການແມ່ຍິງຄົນນຶ່ງ ໄດ້ກ່າວຕໍ່ວີໂອເອວ່າ
“ຂ້າພະເຈົ້າໄດ້ເຫັນສົບຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນນອນຢູ່ໃນພື້ນທີ່ ຂອງກະຊວງ
ນັ້ນ ດ້ວຍຕາຂອງຂ້າພະເຈົ້າເອງ.”

ໃນການກ່າວ ຕໍ່ບັນດານັກຂ່າວນັ້ນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ໂຊມາເລຍ
ທ່ານ ດາເຮຍ ໂມຮຳມັດ ກີແອລ ກ່າວວ່າ ພວກຫົວຮຸນແຮງ ໄດ້ດຳເນີນການໂຈມຕີ
ໃນມື້ນີ້ ເພື່ອສັງຫານ ແລະ ເຮັດໃຫ້ພົນລະເຮືອນບາດເຈັບສາຫັດ.

ທ່ານ ກີແອລ ໄດ້ກ່າວວ່າ “ພວກເຂົາໄດ້ຂ້າປະຊາຊົນ ຜູ້ທີ່ຢູ່ໃນພື້ນທີ່ຂອງກະຊວງນັ້ນ
ແລະ ເຮັດໃຫ້ເຂົາເຈົ້າບາດເຈັບ, ແຕ່ກອງກຳລັງຮັກສາຄວາມປອດໄພ ໄດ້ຕໍ່ສູ້ກັບ
ພວກຫົວຮຸນແຮງ ແລະ ຂ້າພວກກໍ່ການຮ້າຍນັ້ນຕາຍໝົດ.”

ທ່ານລັດຖະມົນຕີໄດ້ປະຕິເສດທີ່ຈະເວົ້າວ່າ ມີຈັກຄົນ ຖືກຂ້າຕາຍໃນການໂຈມຕີ
ຕ່າງໆ. ເຈົ້າໜ້າທີ່ຄົນນຶ່ງຜູ້ທີ່ໄດ້ຂໍບໍ່ໃຫ້ອອກຊື່ຂອງຕົນນັ້ນ, ເວົ້າວ່າ ຈຳນວນຜູ້ເສຍ
ຊີວິດທັງໝົດອາດເພີ່ມຂຶ້ນ ໃນຂະນະທີ່ບັນດາເຈົ້າໜ້າທີ່ ກຳລັງຊອກຄົ້ນຫາ ຜ່ານຕຶກ
ອາຄານ, ພື້ນທີ່ຂອງກະຊວງ ແລະ ຢູ່ອາຄານຂອງຕຳຫຼວດ ຕັ້ງຢູ່ຂ້າມທາງຈາກກະ
ຊວງພາຍໃນ ແລະ ກະຊວງຮັກສາຄວາມປອດໄພນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Al-Shabab Launches Deadly Assaults in Somali Capital
please wait

No media source currently available

0:00 0:01:27 0:00

XS
SM
MD
LG