ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຫດ​ລະ​ເບີດ ທີ່​ສົງ​ໄສ​ວ່າ ເປັນ​ການ​ໂຈມ​ຕີ ສະຫຼະ​ຊີບ ທີ່ຄິວລົດເມ ໃນນະຄອນ ຈາກາຕາ


ຕຳຫຼວດ ພາກັນຫາມສົບ ຈາກຄິວລົດ ບ່ອນທີ່ສົງໄສວ່າ ເປັນການ
ດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງຈາກາຕາ, ອິນໂດ
ເນເຊຍ, 25 ພຶດສະພາ , 2017.
ຕຳຫຼວດ ພາກັນຫາມສົບ ຈາກຄິວລົດ ບ່ອນທີ່ສົງໄສວ່າ ເປັນການ ດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງຈາກາຕາ, ອິນໂດ ເນເຊຍ, 25 ພຶດສະພາ , 2017.

ເຫດ​ລະ​ເບີດ ທີ່​ສົງ​ໄສ​ວ່າ​ເປັນ​ການ​ໂຈມ​ຕີສະຫຼະ​ຊີບ​ ​ໄດ້ແຕກ​ຂຶ້ນ 2 ຄັ້ງ ທີ່​ຄິວ​ລົດ​ເມ ​
ໃນ​ນະຄອນຫຼວງຈາ​ກາ​ຕາ ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ພຸດ​ວານ​ນີ້ ເຮັດ​ໃຫ້ຕຳຫຼວດ
ຢ່າງ​ນ້ອຍ 3 ຄົນ ​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່​ອີກ 5 ຄົນ ​ແລະ​ພົນລະ​ເຮືອນ ອີກ 5 ຄົນ ​ກໍໄດ້​ຮັບ​ບາດ​ເຈັບ​ໃນເຫດລະ​ເບີດ​
ຄັ້ງ​ນີ້.

“ຄ່ຳ​ຄືນນີ້, ​ສຳ​ລັບ​ປະຊາຊົນ​ຊາວ​ອິນ​ເນ​ເຊຍ ​ແລະພວກ​ເຮົາ​ທຸກ​ຄົນ ​ໃນທີ່​ນີ້ ​
ໃນ​ສະຖານ​ທີ່​ເກີດ​ເຫດ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຢ່າງ​ຍິ່ງ.
ລະ​ເບີດ​ ໄດ້ແຕກ​ຂຶ້ນ ​ແລະໃນ​ປັດຈຸບັນ​ນີ້ ​ແມ່ນເຊື່ອກັນວ່າ ​ເປັນການ​ໂຈມ​ຕີ​ດ້ວຍ​
ລະ​ເບີດ​ສະຫຼະ​ຊີບ,”
ຊຶ່ງ​ຮອງ​ຜູ້​ບັນ​ຊາ​ການ​ຕຳຫຼວດ​ແຫ່ງ​ຊາດ ທ່ານ Syafruddin
ຜູ້​ຊຶ່ງ​ໃຊ້​ພຽງ​ຊື່​ດຽວ ​ໄດ້​ບອກ​ກັບ​ພວກນັກ​ຂ່າວ ​ເຊັ່ນ​ນັ້ນ.

ຄິວລົດເມ Kampung Melayu, ຈາກາຕາ, ອິນໂດເນເຊຍ
ຄິວລົດເມ Kampung Melayu, ຈາກາຕາ, ອິນໂດເນເຊຍ

​ເຫດລະ​ເບີດ​ທີ່​ວ່າ​ນີ້ ​ໄດ້​ເກີດ​ຂຶ້ນ​ໃກ້ໆ​ກັບຄິວ​ລົດ​ເມ Kampung Melayu ຊຶ່ງ​ເປັນຄິວ​
ລົດ​ຕູ້​ຂະໜາດ​ນ້ອຍ ​ແລະ​ລົດ​ໂດຍສານ ​ໃນ​ຄຸ້ມ​ຂອງ​ພວກ​ກຳມະກອນ ​ໃນ​ພາກ​ຕາ​ເວັນ​
ອອກ​ຂອງນະຄອນຫຼວງຈາ​ກາ​ຕາ ຊຶ່ງ​ບໍ່​ແມ່ນ​ສະຖານ​ທີ່ ​ທີ່​ພວກ​ນັກ​ທ່ອງ​ທ່ຽວຫຼືຊາວ​ຕ່າງ
ປະ​ເທດມັກພາກັນ​ໄປ.

ຜູ້​ບັນຊາ​ການ​ຕຳຫຼວດ​ໃນ​ເຂດພາກ​ຕາ​ເວັນ​ອອກ​ຂອງນະຄອນຫຼວງຈາ​ກາ​ຕາ ທ່ານ
Andry Wibowo ​ໄດ້​ກ່າວ​ວ່າ ຄວາມ​ເສຍ​ຫາຍ​ໃນ​ຂົງ​ເຂດ​ດັ່ງກ່າວ​ນັ້ນ​ແມ່ນ
“​ໃຫຍ່ຫຼາຍ.”

​ຍັງ​ບໍ່​ທັນເປັນ​ທີ່​ຈະແຈ້ງ​ເທື່ອ​ວ່າ​ແມ່ນ​ຜູ້​ໃດ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ໂຈມ​ຕີທີ່​ວ່າ​ນີ້. ​
ຜ່ານ​ມາກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ກໍ່​ການ​ຮ້າຍ
ຢູ່​ໃນປະ​ເທດທີ່​ປະຊາຊົນ ​ເປັນ​ຊາວ​ມຸສລິມໃຫຍ່​ທີ່​ສຸດ​ໃນ​ໂລກ​.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG