ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

​ກຳ​ລັງໂຊມາເລຍ ທັບ​ມ້າງການປິດລ້ອມ ຂອງກຸ່ມອາລ-ຊາບັບ ຕໍ່ສຳນັກງານ ເຈົ້າຄອງ​ກຳ​ແພງ​ນະ​ຄອນໂມກາ​ດິ​ສ​ຊູ


ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໂຊ​ມາ​ເລຍ​ຕັ້ງທ່າ​ຈອບ​ຍິງຢູ່ໃກ້​ສຳ​ນັກ​ງານ​ຂອງເຈົ້າຄອງ​ກຳ​ແພງ​ນະ​ຄອນຫລັງ​ຈາກ​ ມີ​ສຽງ​ລະ​ເບີດ​ແຕກ​ຂຶ້ນໃນ​ນະ​ຄອນ​ຫລວງໂມກາ​ດິ​ສ​ຊູ, ວັນ​ທີ 22 ມັງ​ກອນ, 2023
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໂຊ​ມາ​ເລຍ​ຕັ້ງທ່າ​ຈອບ​ຍິງຢູ່ໃກ້​ສຳ​ນັກ​ງານ​ຂອງເຈົ້າຄອງ​ກຳ​ແພງ​ນະ​ຄອນຫລັງ​ຈາກ​ ມີ​ສຽງ​ລະ​ເບີດ​ແຕກ​ຂຶ້ນໃນ​ນະ​ຄອນ​ຫລວງໂມກາ​ດິ​ສ​ຊູ, ວັນ​ທີ 22 ມັງ​ກອນ, 2023

ກຳລັງທະ​ຫານລັດຖະບານໂຊມາເລຍໄດ້ສິ້ນ​ສຸດການປິດລ້ອມເປັນ​ເວ​ລາກວ່າ 5 ຊົ່ວ​ໂມງຂອງກຸ່ມຂອງ​ອາ​ລ-ຊາ​ບັບ (ອາບ-ຊາ​ບັບ) ຕໍ່ຄຸ້ມທີ່​ເປັນ​ສຳນັກງານເຈົ້າຄອງ​ກຳ​ແພງ​ນະ​ຄອນໂມກາ​ດິ​ສ​ຊູ (Mogadishu) ແລະສຳ​ນັກ​ງານ​ຂອງລັດຖະບານທ້ອງຖິ່ນອື່ນໆ.

ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ​ທ່ອງ​ທ່ຽວ ​ກ່າວ​ວ່າ ກຳ​ລັງ​ຮັກ​ສາ​ຄວາມສະ​ຫງົບ​ໄດ້​ຍິງ​ສັງ​ຫານນັກ​ລົບອາ​ລ-ຊາ​ບັບ 6 ຄົນ ​ຢູ່​ເບື້ອງ​ຫລັງຂອງ​ການ​ໂຈມ​ຕີ​ໃນ​ວັນ​ອາ​ທິດວານນີ້.

ຖະ​ແຫຼງການ​ກ່າວ​ຕື່ມ​ວ່າ, ມີ​ພົນລະ​ເຮືອນ 5 ຄົນ​ເສຍ​ຊີວິດ ​ແລະ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

ລັດຖະບານ​ໂຊ​ມາ​ເລຍ​ກ່າວ​ວ່າ ພວກ​ໂຈມ​ຕີຈາກ​ກຸ່ມອາລ-ຊາ​ບັບ ​ໄດ້​ໄປ​ຮອດ​ສະຖານ​ທີ່​ດັ່ງກ່າວ ​ດ້ວຍ​ການ​ຍ່າງ​ໂດຍນຸ່ງເຄື່ອງ​ປອມ​ຕົວ​ເປັນ​ທະຫານ​ລັດຖະ ບານ.

ການ​ໂຈມ​ຕີ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ​ດ້ວຍ​ລະ​ເບີດ, ​ຕິດ​ຕາມ​ດ້ວຍການ​ບຸກ​ເຂົ້າ​ໄປ​ໃນ​ຕຶກໂດຍ​ພວກ​ມື​ປືນ​.

ຮອງເຈົ້າຄອງ​ນະ​ຄອນ​ໂມ​ກາ​ດິ​ສ​ຊູ ອິ​ຊ​ຊີ ເກີ (Isse Gure) ກ່າວວ່າ "ໃນເວ ລາປະມານ 12 ໂມງ​ທ່ຽງ ພວກເຂົາໄດ້ຖະ​ຫລົ່ມປະຕູເຂົ້າ​ທາງຫລັງ ທີ່ຫັນ​ໜ້າ​ໄປຫາເມືອງຮາ​ມາ​ເຫວນ (Hamarweyne) ດ້ວຍລະເບີດ."

ທ່ານເກີ (Gure) ກ່າວຕໍ່ວີໂອເອວ່າ ບັນດາເຈົ້າໜ້າທີ່ລະດັບສູງ ຂອງລັດຖະ ບານທ້ອງຖິ່ນ ຍົກເວັ້ນເຈົ້າຄອງ​ນະ​ຄອນ ຢູ​ຊຸບ ຮັ​ຊ​ເຊນ ຈີ​ມາ​ລ (Yusuf Hussein Jimale) ແມ່ນຢູ່ໃນບ່ອນເກີດເຫດ ຂະ​ນະ​ທີ່ມີການໂຈມຕີເກີດຂຶ້ນນັ້ນ. ດຽວນີ້ ທ່ານຈີ​ມາ​ລ ແມ່ນຢູ່ຕ່າງປະເທດ.

ທ່ານເກີ (Gure) ຍັງ​ກ່າວ​ອີກວ່າທະຫານ​ມີສະ​ຕິສູງ ​ແລະພະ​ຍາ​ຍາມເຮັດ​ໃຫ້ ມີການ​ບາດ​ເຈັບ ແລະ​ລົ້ມ​ຕາຍໜ້ອຍ​ທີ່​ສຸດ.

ທ່ານເກີ (Gure) ກ່າວຕໍ່​ໄປ​ວ່າ ກໍາລັງ​ຮັກສາ​ຄວາມ​ສະ​ຫງົບ​ໄດ້​ຊ່ອຍຊີ​ວິດ​ຂອງ​ເຈົ້າ​ໜ້າ​ທີ່ ​ແລະ​ພະນັກງານໄວ້​ໄດ້. ທ່ານ​ໄດ້​ຢືນ​ຢັນ​ວ່າ ​ພະ​ນັກ​ງານ​ລັດ​ຖະ​ບານ​ທ້ອງ​ຖິ່ນ​ທີ່​ພິ​ການຄົນ​ນຶ່ງ​ແມ່ນນອນ​ຢູ່​ໃນພວກ​ພົນ​ລະ​ເຮືອນ 5 ຄົນ​ທີ່ເສຍ​ຊີ​ວິດ ນັ້ນ.

ໂດຍຜ່ານແອັບສົ່ງຂໍ້ຄວາມເທ​ເລ​ແກ​ຣມ (Telegram) ກຸ່ມອາລ-ຊາ​ບັບ ໄດ້ ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງ​ກ່າວ. ການ​ໂຈມ​ຕີທີ່​ສະຫ​ລັບ​ສັບ​ຊ້ອນ​ຂອງ​ກຸ່ມອາ​ລ-ຊາ​ບັບ ໂດຍ​ປົກ​ກະ​ຕິ​ແລ້ວ​ ແມ່ນ​ກ່ຽວ​ຂ້ອງ​ກັບ​ການ​ວາງ​ລະ​ເບີດ​ໃນ​ເບື້ອງ​ຕົ້ນ​ໂດຍ​ຜູ້​ວາງ​ລະ​ເບີດ​ສະຫ​ລະ​ຊີບ ທີ່​ບຸກ​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ພວກເຂົາ. ລັດຖະບານກ່າວເຖິງພວກຫົວຮຸນແຮງອາລ-ຊາ​ບັບວ່​າເປັນຄາ​ວາ​ຣີ​ຈ (Khawarij) ຊຶ່ງມີຫມາຍຄວາມວ່າ 'ພວກ​ຜິດ​ປົກ​ກະ​ຕິ’.

​ຢູ່ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ກຸ່ມ​ດັ່ງກ່າວ ​ໄດ້​ອ້າງວ່າ ​ມີ​ຜູ້​ເສຍ​ຊີວິດ 34 ຄົນ​ລວມທັງ​ເຈົ້າ​ໜ້າ​ທີ່, ພະນັກງານ​ບໍລິຫານ, ທະຫານ ​ແລະ​ເຈົ້າ​ໜ້າ​ທີ່. ການກ່າວ​ອ້າງດັ່ງກ່າວ ບໍ່ໄດ້​ຮັບ​ການຢັ້ງ​ຢືນຢ່າງເປັນອິດ​ສະ​ຫລະ​ເທື່ອ.

​ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG