ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຫດລະ​ເບີດ​ ຢູ່ ໄນ​ເຈີ​ເຣຍ ​ສັງຫານ ຢ່າງ​ນ້ອຍ 21 ຄົນ ​(ວີດີໂອ)


Bomb Blast in Nigerian Capital Kills At Least 21
please wait

No media source currently available

0:00 0:01:38 0:00

ເຫດລະ​ເບີດ​ ທີ່​ສູນ​ກາງ​ການ​ຄ້າແຫ່ງນຶ່ງ ​ໃນ​ໄນ​ເຈີ​ເຣຍ ​ໄດ້​ສັງຫານ
ຢ່າງ​ນ້ອຍ 19 ຄົນ ​ແລະ​ບາດ​ເຈັບ​ອີກ 52 ຄົນ ​ໃນ​ວັນ​ພຸດ​ວານ​ນີ້.
ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບເທື່ອ ​ແຕ່​ມີ
ການສົງ​ໄສວ່າ ອາດ​ຈະ​ແ​ມ່ນກຸ່ມ​ຫົວ​ຮຸນ​ແຮງອີ​ສລາມຈັດເປັນຜູ້ກະທຳ.

ລາຍ​ງານ​ໃນຂັ້ນຕົ້ນແຈ້ງ​ວ່າ ມີ 21 ຄົນ​ເສຍ​ຊີວິດ ຈາກ​ເຫດລະ​
ເບີດທີ່ສູນກາງການຄ້າ Emab Plaza ​ໃນ​ນະຄອນຫລວງ
Abuja ໃນ​ຂະນະ​ທີ່​ພວກ​ຜູ້​ຄົນ​ພາກັນ​ອອກໄປ​ຈ່າຍ​ຕະຫຼາດ
ສຳລັບກຽມ​ເບິ່ງການ​ແຂ່ງ​ຂັນ​ເຕະ​ບານໂລກ ທີ່​ທີ​ມໄນ​ເຈີ​ເຣຍ
ລົງ​ແຂ່ງ​ກັບ​ທີ​ມ Argentina ນັ້​ນ.

ຕຳຫຼວດ​ກ່າວ​ວ່າ ຊາກລົດທີ່ຖືກ​ໄຟ​ເຜົາ​ ຊິ້ນ​ສ່ວນ​ຂອງ​ຮ່າງກາຍ​ແລະ​ກອງ​ເລືອດນັ້ນ ​ໄດ້​
ກະຈັດກະຈາຍ​ໄປ​ທົ່ວ. ມີ​ຜູ້​ນຶ່ງ​ໄດ້​ຖືກ​ຈັບ​ກຸມ​ແລ້ວ. ພວກ​ທີ່​ເຫັນ​ເຫ​ດການ​ກ່າວ​ວ່າ ມີ​ຄົນ​ນຶ່ງ​
ນັ່ງ​ລົດຈັກ​ຜ່ານ​ມາ​ ແລ້ວ​ແກວ່ງ​ລະ​ເບີດ​ໃສ່.

ມີການ​ສົງ​ໄສ​ວ່າ ແມ່ນກຸ່ມ​ ​Boro Haram ຊຶ່ງເປັນກຸ່ມຫົວ​ຮຸນ​ແຮງ​ຈັດອີສລາມ ເປັນຜູ້ຮັບ
ຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຫຼາຍ​ໆພັນ​ຄົນ ​ໃນ​ການ​ໂຈມຕີກໍ່​ການ​ຮ້າຍ ເພື່ອຫັນປ່ຽນໃຫ້​
ພາກເໜືອ​ຂອງໄນ​ເຈີ​ເຣຍ ​ກາຍເປັນ​ລັດອິສລາມນັ້ນ.

XS
SM
MD
LG