ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມີຄົນພຽງ ເລັກນ້ອຍ ເສຍຊີວິດ ໃນເຫດລະເບີດແຕກ ທີ່ເອທິໂອເປຍ


ຊາວເອທິໂອແປຍຮ້ອງຄໍາຂັວນສະໜັບສະໜຸນທ່ານ Abiy Ahmed ນາຍົກລັດຖະມົນຕີຄົນໃໝ່ ທີ່ນະຄອນອາດິສ ອາບາບ ໃນວັນທີ 23 ມິຖຸນາ, 2018.
ຊາວເອທິໂອແປຍຮ້ອງຄໍາຂັວນສະໜັບສະໜຸນທ່ານ Abiy Ahmed ນາຍົກລັດຖະມົນຕີຄົນໃໝ່ ທີ່ນະຄອນອາດິສ ອາບາບ ໃນວັນທີ 23 ມິຖຸນາ, 2018.

ນາຍົກລັດຖະມົນຕີຄົນ​ໃໝ່​ຂອງເອທິ​ໂອ​ເປຍ​ຫາກໍ່ສິ້ນສຸດ​ການ​ກ່າວ​ຄໍາ​ປາ​
ໄສ​ຂອງ​ທ່ານລົງ ທີ່​ກ່າວຢູ່​ໃນ​ການ​ໂຮມ​ຊຸມນຸມ​ທີ່​ນະຄອນຫລວງ​ຂອງ​ປະ​ເທດ
​ໃນ​ວັນເສົາ​ມື້ນີ້ໃນ​ຕອນ​ທີ່​ມີລະ​ເບີດ​ແຕກ​ຂຶ້ນ.

ຂ່າວທາງໂທລະ​ພາບ​ຂອງ​ລັດ​ໄດ້​ຕັດ​ລົງ​ຢ່າງ​ວ່ອງ​ໄວ​ໃນ​ຂະນະ​ທີ່​ທ່ານ​ອາ​ບີ ອາ​ເມດ​
ແລ່ນ​ລົງ​ຈາກ​ເວທີ​ໄປ ​ຢູ່​ໃນ​ສະໜາມຫລວງເມັສ​ເຄລຂອງ​ນະຄອນ ອາ​ດິສອາ​ບາ​ບາ
ຊຶ່ງ​ມີຫລາຍ​ພັນ​ຄົນໄປ​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ການ​ກ່າວ​ຄໍາ​ປາ​ໄສ​ຂອງ​ນັກ​ການ
​ເມືອງໜຸ່ມນ້ອຍ​ ທີ່​ໃສ່ໝວກ​ຄາວ​ບອຍ ​ແລະ​ເສື້ອຍືດຄົນນັ້ນ.

​ຫລັງຈາກ​ນັ້ນມ່ານນາຍົກລັດຖະມົນຕີກໍ​ເວົ້າ​ວ່າ “ມີ​ຄົນ​ຈຳນວນ​ນຶ່ງ” ​ໄດ້​ຖືກ
ຂ້າ​ຕາຍ​ໃນເຫດການ​ເກີດ​ລະ​ເບີດ​ແຕກ ​ໃນ​ຂະນະ​ທີ່​ບາງ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ​ອາ​ບີ ອາ​ເມດ ນາຍົກລັດຖະມົນຕີຂອງເອທິໂອເປຍ
ທ່ານ​ອາ​ບີ ອາ​ເມດ ນາຍົກລັດຖະມົນຕີຂອງເອທິໂອເປຍ

​ໃນ​ການກ່າວ​ຜ່າ​ນການ​ສຳພາດທາງ​ໂທລະພາບພາຍຫລັງ​ທີ່​ມີ​ລະ​ເບີດ​ແຕກ​ນັ້ນ
ທ່ານ ອາ​ບີ ​ເວົ້າ​ວ່າ ​ເຫດການ​ດັ່ງ​ກ່າວ​ “​ເປັນ​ຄວາມ​ພະຍາຍາມທີ່ບໍ່ສຳ​ເລັດຜົນ​ຂອງ​ກອງ​ກຳລັງທີ່​ບໍ່​ຢາກເຫັນເອທິ​ໂອ​ເປຍ​ທ້ອນ​ໂຮ​ມກັນ.”

ທ່່ານກ່າວ​ເພີ້ມອີກ​ວ່າ “ຄວາມ​ຮັກ​ກັນ​ ຍ່ອມ​ຈະ​ຊະນະ​ສະ​ເໝີ. ການເຂັ່ນຂ້າ​ຄົນ​ອື່ນ​ແມ່ນ​ປະລາ​ໄຊ. ສໍາລັບ​ພວກ​ທີ່​ຢາກ​ຈະ​ໃຫ້​ພວກ​ເຮົາ​ແຕກ​ແຍກ​ກັນ ຂ້ອຍ​ຢາບອກ​ໃຫ້​ພວກ​ເຈົ້າຮູ້​ໄວ້ໂລດ​ວ່າ ​ພວກເຈົ້າມີ​ທາງ​ ທີ່​ຈະ​ໄດ້​ຮັບ​ໄຊຊະນະ.”

ທ່ານ ຟິດຊໍາ ອາຣີກາ ​ຫົວໜ້າຫ້ອງການ​ຂອງ​ທ່ານ​ນາຍົກ​ລົດ​ຖະມົນຕີ​ໄດ້​ຂຽນຂໍ້ ຄວາມ​ລົງ​ໃນ​ທວີ​ດ​ເທີ​ວ່າ ​ລະ​ເບີດທີ່​ແຕກ​ແມ່ນ​ເປັນ​ລະ​ເບີດ​ມື.

ນັບ​ຕັ້ງ​ແຕ່​ນາຍົກລັດຖະມັນ​ຕີ​ອາ​ບີ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ ທ່ານ​ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງຢ່າງ​ໃຫຍ່​ຫລວງແກ່​ປ​ະ​ເທດ​ຊຶ່ງຮວມທັງ​ການປ່ອຍ​ໂຕ ​ພວກ​ນັກ​ຂ່າວ​ທີ່​ຕິດ​ຄຸກ​ເກືອບ​ທັງ​ໝົດ​ທຸກ​ຄົນ, ຍົກ​ເລີກການ​ກ່າວ​ຫາ​ຕໍ່​ພວກ​ນັກ​ເຄື່ອນ​ໄຫວ​ທີ່​ຕິຕຽນ​ລັດຖະບານ ​ແລະກ້າວ​ໄປ​ເຮັດ​ໃຫ້ເສດຖະກິດ ມີ​ລັກສະນະ​ເສລີ​ຂຶ້ນ.

ທ່ານ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ກ້າວ​ໄປດໍາ​ເນີນ​ງານ​ເພື່ອສ້າງ​ຄວາມປ​ອງ ດອງ​ກັບ​ຄູ່ສັດຕູ ​ເອຣິ​ເທເຣຍ​ ໂດຍ​ການຈັດຕັ້ງ​ປະຕິບັດຕາມ​ການໝາຍຫລັກ​ຊາຍ​ແດນ​ທີ່​ໄດ້​ປັກ​ຢູ່ໃນ​ປີ 2002 ​ທີ່​ບໍ່ໄດ້ຖືກ​ເອົາ​ຫົວຊາ​ນັ້ນ. ປະທານາທິບໍດີ​ເອຣິ​ເທຣຍ, ທ່ານ​ໄອ​ແຊ​ອາສ ອັຟ​ເວີ​ກີ ໄດ້​ອະທິບາຍ​ໃນອາທິດ​ນີ້​ວ່າ ​ການ​ປະກາດສັນຕິພາບຈາກ​ເອທິ​ໂອ​ເປຍ​ຖື​ວ່າ​ເປັນ “ສັນຍານໃນ​ທາງ​ບວກ.”

ທ່ານ​ອາ​ບີ​ກ່າວ​ຢູ່​ໃນ​ການ​ໂຮມ​ຊຸມນຸມ​ນັ້ນ ​ເພີ້ມອີກວ່າ “ຄວາມ​ກຽດຊັງ​ກັນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ທໍາ​ລາຍ​ພວກ​ເຮົາ ຢ່າງໃຫຍ່​ຫລວງມາ​ໄດ້​ 100 ປີ​ແລ້ວ.” ສະນັ້ນ ຈະ​ຕ້ອງ​ມີການ​ປະ​ຕະຮູບ​ເພີ້ມຂຶ້ນ. “​ເອທິ​ໂອ​ເປຍ​ຈະ​ກັບ​ມາ​ເປັນ​ປະ​ເທດ ທີ່​ນໍາໜ້າໝູ່ອີກ ​ແລະ​ພື້ນຖານ​ຂອງ​ປະ​ເທດ​ຈະ​ແມ່ນ ຄວາມ​ຮັກ​ແພງ​ກັນ, ສາມັກ​ຄີ​ກັນ, ​ແລະ​ຄວາມ​ທ້ອນ​ໂຮມ​ກັນ.”

ທໍານຽບຂາວ​ກ່າວ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ​ວ່າ​ ຕົນ​ຮູ້ສຶກ​ດີໃຈຂຶ້ນ​ເມື່ອ​ເຫັນ​ວ່າ​ມີ ​ຄວາມ​ຄືບ​ໜ້າ​ຂອງເອທິ​ໂອ​ເປຍ​ຫວ່າງ​ ​ແລະ​ເອຣິ​ເທຣຍ​ມໍ່​ໆ​ມາ​ນີ້ ​ໂດຍ​ກ້າວ​ໄປ​ສູ່​ການແກ້​ໄຂ​ຄວາມ​ຄິດ​ເຫັນ​ທີ່​ບໍ່ຖືກຕ້ອງ​ກັນ​ທີ່​ມີ​ມາແຕ່ດົນ​ນານນັ້ນ. ຖະ​ແຫຼ​ງການດັ່ງກ່າວ​ໄດ້ ພັນ​ລະນາ​ໃຫ້​ເຫັນ​ວ່າ​ກາ​ນນຳພາ​ຂອງ​ທ່ານ​ອາ​ບີ ​ແລະ​ໄອ​ແຊ​ອາ​ສ ​ແມ່ນ “ຄວາມກ້າຫານ.”

ລັດຖະບານ​ເອທິ​ໂອ​ເປຍ​ຍັງກ່າວ​ອີກວ່າ ຕົນ​ໄດ້​ຍົກ​ເລີກ​ການ​ຈໍາກັດຕໍ່​ເວັບໄຊ​ໃນ​ອິນ​ເຕີ​ແນັດ​ 246 ອັນ ​ແລະຍົກ​ເລີກ​ຂໍ້​ເກືອດ​ຫ້າມ​ຕໍ່ໂທລະພາບຊ່ອງຕ່າງ​ໆ ອີກ​ດ້ວຍ.

ກໍາລັງຮັກສາຄວາມສະຫງົບຂອງເອທິໂອແປຍ ເຂົ້າຜ່າໄປຍັງຝູງຊົນໃນສະໜາມ Meskel Square ໃນນະຄອນ Addis Ababa ໃນວັນທີ 23 ມິຖຸນາ 2018
ກໍາລັງຮັກສາຄວາມສະຫງົບຂອງເອທິໂອແປຍ ເຂົ້າຜ່າໄປຍັງຝູງຊົນໃນສະໜາມ Meskel Square ໃນນະຄອນ Addis Ababa ໃນວັນທີ 23 ມິຖຸນາ 2018

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG