ເກີດລະເບີດແຕກໃນລົດເມ ໃນ Nairobi ເມືອງຫລວງເຄັນຢາ
ແລະໄດ້ສັງຫານຢ່າງໜ້ອຍ 7 ຄົນ.
ສະພາກາແດງ ເຄັນຢາ ກ່າວວ່າ ຢ່າງໜ້ອຍ 29 ຄົນໄດ້ຮັບບາດເຈັບ.
ເຫດລະເບີດແຕກໃນວັນອາທິດ ໄດ້ເກີດຂື້ນຢູ່ໃນລົດເມທ້ອງຖິ່ນ ຊຶ່ງເປັນບ່ອນທີ່ມີຊາວ Somali ຢູ່ຢ່າງໜາແໜ້ນ ນອກເມືອງ Eastlleigh.
ລາຍງານຕອນຕົ້ນກ່າວວ່າ ກົນໄກຂອງລະເບີດໄດ້ແກວ່ງເຂົ້າໄປໃສ່ລົດເມ ເຮັດໃຫ້ເກີດລະເບີດຂຶ້ນ. ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ຕໍາຫລວດ ຍັງບໍ່ໄດ້ຢັ້ງຢືນເລື້ອງດັ່ງກ່າວ.
ເຄັນຢາ ໄດ້ຖືກໂຈມຕີຢູ່ຕໍ່ເນື່ອງກັນມາຢ່າງຮ້າຍແຮງ ຖິ້ມໂທດໃສ່ ພວກກໍ່ການຮ້າຍ Somali ແລະບັນດາຜູ້ເຫັນໃຈຂອງເຂົາເຈົ້າ ເພື່ອແກ້ແຄ້ນເຄັນຢາ ຕັດສິນໃຈສົ່ງທະຫານເຂົ້າໄປໃນປະເທດ ປີກາຍນີ້.