ເກີດລະເບີດຂະໜາດແຮງ ຢູ່ຊີເຣຍໃນເຊົ້າວັນພະຫັດມື້ນີ້ ໃກ້ໆກັບເຂດສະໜາມບິນນາໆຊາດ Damascus ຍັງຜົນໃຫ້ມີໄຟລຸກໄໝ້ ແລະມີຄຳຖາມ ກ່ຽວກັບສາເຫດຂອງເຫດລະເບີດທີ່ວ່ານີ້.
ກຸ່ມສິ້ງຊອມສິດທີມະນຸດຊີເຣຍ ທີ່ມີຫ້ອງການຢູ່ອັງກິດ ທີ່ຕິດຕາມເບິ່ງບັນຫາຂັດແຍ້ງໃນຊີເຣຍ ໄດ້ກ່າວວ່າ ເຫດລະເບີດດັ່ງກ່າວ ບໍ່ໄດ້ເກີດຂຶ້ນທີ່ສະໜາມບິນ ແຕ່ວ່າ ມັນສາມາດໄດ້ຍິນ ຢູ່ທີ່ນະຄອນ Damascus ທີ່ຕັ້ງຢູ່ປະມານ 25 ຫຼັກ ກິໂລແມັດຫ່າງອອກໄປ.
ລາຍການໂທລະພາບ al-Manar ຂອງ Lebanon ທີ່ນິຍົມກຸ່ມ Hezbollah ໄດ້ລະ ບຸວ່າ ເຫດລະເບີດທີ່ວ່ານີ້ ແມ່ນເປັນຜົນມາຈາກການໂຈມຕີທາງອາກາດໂດຍເຮືອບິນລົບຂອງ
Israel ໃນຂະນະທີ່ ສື່ມົນຊວນຂອງທາງການຊີເຣຍ ໄດ້ລະບຸວ່າ ລູກສອນໄຟອິສຣາແອລ
ໄດ້ຍິງໃສ່ສະຖານທີ່ແຫ່ງນັ້ນ.
ລັດຖະມົນຕີສືບລັບຂອງ Israel ທ່ານ Yisrael Katz ບໍ່ໄດ້ກ່າວວ່າ Israel ເປັນຜູ້ຮັບຜິດ
ຊອບ ແຕ່ກັບໄດ້ກ່າວວ່າ “ແນ່ນອນ ຖືກຕ້ອງທີ່ສຸດ ກັບນະໂຍບາຍທີ່ປະກາດໄປແລ້ວ
ຂອງພວກເຮົາ ຊຶ່ງເປັນນະໂຍບາຍ ທີ່ພວກເຮົາຈັດຕັ້ງປະຕິບັດເຊັ່ນກັນ.”
ຕະຫຼອດໄລຍະສົງຄາມຊີເຣຍ ທີ່ເລີ່ມຂຶ້ນໃນເດືອນມີນາປີ 2011 ນັ້ນ Israel ໄດ້ສະແດງ
ໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ຕົນຈະບໍ່ອະນຸຍາດ ໃຫ້ມີການລຳລຽງອາວຸດ ຈາກອີຣ່ານ
ໄປໃຫ້ພວກ Hezbollah ທີ່ສູ້ລົບຢູ່ໃນຊີເຣຍ. ກອງກຳລັງຂອງ Israel ໃນຫລາຍໆ
ໂອກາດ ໄດ້ທຳການໂຈມຕີທາງອາກາດ ຫຼືບໍ່ ກໍທຳການໂຈມຕີອື່ນໆເພື່ອຂັດຂວາງ
ການເຄື່ອນໄຫວທີ່ວ່ານີ້ ໂດຍທີ່ທາງກອງທັບ Israel ບໍ່ຍອມໃຫ້ການຢືນຢັນວ່າ ຕົນເປັນ
ຜູ້ຮັບຜິດຊອບໃນການໂຈມຕີທັງຫຼາຍ. ກຸ່ມ Hezbollah ແລະ Israel ໄດ້ທຳການຕໍ່ສູ້
ກັນມາ ໃນສົງຄາມ Lebanon ເມື່ອປີ 2006.
ພວກນັກລົບກຸ່ມ Hezbollah ໄດ້ທຳການສູ້ລົບຢ່າງເປັນການເປີດເຜີຍຢູ່ໃນຊີເຣຍ ໃນນາມປະທານາທິບໍດີ Bashar al Assad ຕັ້ງແຕ່ປີ 2013 ເປັນຕົ້ນມາ.