ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີ​ຢ່າງ​ນ້ອຍ 21 ຄົນ ເສຍຊີວິດ ໃນເຫດລະເບີດ ໃນຊີເຣຍ (ສະໄລດ໌)


ແຜນທີ່ເເຂວງ Daraa, Syria
ແຜນທີ່ເເຂວງ Daraa, Syria
ພວກນັກ​ເຄື່ອນ​ໄຫວ​ຊີ​ເຣຍ ກ່າວ​ວ່າ ລະ​ເບີດທີ່​ແຕກ​ຂຶ້ນ​ໃສ່​
ລົດຄັນ​ນຶ່ງໃນ​ພາກ​ໃຕ້​ຂອງ​ຊີ​ເຣຍ ​ໄດ້ສັງຫານ​ຢ່າງ​ນ້ອຍ 21
ຄົນ ຊຶ່ງ​ຮວມທັງ​ແມ່ຍິງ 6 ຄົນ​ ແລະເດັກນ້ອຍ​ 4 ຄົນນໍາ.

ກຸ່ມ​ສັງ​ເກດ​ການ​ເພື່ອ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ​ທີ່​ມີ​ສໍານັກງານ​
ຢູ່​ອັງກິດ ​ກ່າວ​ວ່າ ​ລະ​ເບີດ​ດັ່ງກ່າວ​ນັ້ນ​ໄດ້​ແຕກຂຶ້ນ​ໃນເຊົ້າວັນ
ພຸດມື້​ນີ້ ​ໃນຂະນະ​ທີ່​ລົດຄັນ​ນັ້ນ​ກໍາລັງ​ແລ່ນ​ໄປ ຢູ່​ໃກ້​ເມືອງ
Tel al-Juma ​ໃນແຂວງ Daraa.

ພວກນັກ​ເຄື່ອນ​ໄຫວ​ປະນາມ​ ກອງ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​
ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ວ່າເປັນ
​ຜູ້​ຫ້າງລະ​ເບີດ​ໄວ້​ຢູ່​ຖະໜົນ​ເສ້ນ​ນັ້ນ. ກຸ່ມ​ສັງ​ເກດ​ການກ່າວ​ວ່າ ມີຄ້າຍທະ ຫານຕັ້ງ​ຢູ່​ໃກ້ໆ
​ນັ້ນ ທີ່ຖືກປິດ​ລ້ອມ​ໂດຍພວກກຸ່ມ​ຕໍ່ຕ້ານ​ລັດຖະບານ​.

ຍັງ​ບໍ່​ທັນ​ມີ​ການສະ​ແດງຄວາມເຫັນ​ໃດໆໃນທັນທີນີ້​ ​ຈາກ​ທາງ​ລັດຖະບານ​ເທື່ອ.


ແຂວງ Daraa ​ແມ່ນ​ຈຸດ​ເລີ້ມ​ຕົ້ນຂອງ​ວິ​ກິດ​ການ​ຊີ​ເຣຍ ທີ່​ໄດ້​ເລີ່​ມຂຶ້ນໃນ​ເດືອນ​ມີນາ
2011 ​ຈາກ​ການ​ປະ​ທ້ວງ​ຢ່າງ​ສັນຕິ ທີ່​ໄດ້​ຄ່ອຍໆ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ ຈົນ​ກາຍ​ມາ​
ເປັນ​ສົງຄາມ​ກາງ​ເມືອງ ທີ່​ຍັງ​ຜົນ​ໃຫ້​ມີ ຫຼາຍ​ກວ່າ 100,000 ຄົນ​ເສຍ​ຊີວິດ​ນັ້ນ. ອົງກາ​ນ
ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ຕໍ່ສູ້​ກັນ​ໄດ້ບີບ​ບັງຄັບ​ໃຫ້​ ຫຼາຍ​ກວ່າ 2 ລ້ານ​ຄົນ ອົບ​ພະ
ຍົບຫລົບ​ໜີ ຈາກ​ຊີ​ເຣຍ ​ແລະ​ອີກ 4 ລ້ານ 2 ​ແສນ 5 ໝື່ນ​ຄົນ ​ໄດ້ກາຍ​ເປັນອົບ​ພະຍົບ
ພາຍ​ໃນ​ປະ​ເທດ.
XS
SM
MD
LG