ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍສິບຄົນຖືກຂ້າຕາຍໃນເຫດລະເບີດແຕກໃນ ຊີເຣຍ ໃກ້ເຂດຊາຍແດນຕິດກັບ ເທີກີ


ເຈົ້າໜ້າທີ່ກູ້ໄພເຂົ້າໄປໃນຊາກຫັກພັງຈາກເຫດລລະເບີດແຕກທີ່ເກີດຂຶ້ນຢູ່ຕະຫຼາດທີ່ມີຄົນໜາແໜ້ນ ໃນເມືອງ Azaz ທີຖືກຄວບຄຸມໂດຍພວກກະບົດ ຕາມເຂດຊາຍແດນ ເທີກີ. 7 ມັງກອນ, 2017.
ເຈົ້າໜ້າທີ່ກູ້ໄພເຂົ້າໄປໃນຊາກຫັກພັງຈາກເຫດລລະເບີດແຕກທີ່ເກີດຂຶ້ນຢູ່ຕະຫຼາດທີ່ມີຄົນໜາແໜ້ນ ໃນເມືອງ Azaz ທີຖືກຄວບຄຸມໂດຍພວກກະບົດ ຕາມເຂດຊາຍແດນ ເທີກີ. 7 ມັງກອນ, 2017.

ລະເບີດແຕກຢ່າງຮ້າຍແຮງໄດ້ເກີດຂຶ້ນທີ່ໃຈກາງເມືອງຊາຍແດນ ທີ່ພວກກະບົດຍຶດຄອງ ທາງພາກເໜືອຂອງ ຊີເຣຍ ໃນວັນເສົາວານນີ້ເຮັດໃຫ້ຫຼາຍກວ່າ 40 ຄົນເສຍຊີວິດ ແລະ ພົນລະເຮືອນຫຼາຍຄົນຂາດທີ່ພັກພາອາໄສເປັນເວລາຫຼາຍເດືອນໃນການສູ້ຮົບກັນ ທີ່ລ້າງ ຜານຫຼາຍພາກສ່ວນໃນເມືອງ ອາເລັບໂປ ທີ່ໄກ້ຄຽງ.

ພວກທີ່ສິ້ງຊອມເບິ່ງກ່າວວ່າ ລະເບີດດັ່ງກ່າວ ຄືຈະມາຈາກລົດຖັງທີ່ບັນຈຸລະເບີດ ທີ່ບີບ ຂະນວນຂຶ້ນໃນຕອນບ່າຍຢູ່ໃນເມືອງ ອາຊາຊ ຢູ່ຂ້າງນອກສານແຫ່ງນຶ່ງ ແລະ ຫ້ອງການ ຮັກສາຄວາມປອດໄພ ປະຈຳການໂດຍພວກນັກຮົບຝ່າຍຄ້ານ ທີ່ຫາທາງໂຄ່ນລົ້ມລັດຖະ ບານ ດາມັສກັສ. ຕະຫຼາຍທີ່ ຢູ່ໄກ້ຄຽງ ຖືກທຳລາຍຮາບກ້ຽງ.

ສຳລັບເຫດການດັ່ງກ່າວນີ້ ຍັງບໍ່ທັນໄດ້ມີຜູ້ໃດອ້າງເອົາຄວາມຮັບຜິດຊອບເທື່ຶອ.

ເມືອງ ອາຊາຊ, ປະເທດ ຊີເຣຍ.
ເມືອງ ອາຊາຊ, ປະເທດ ຊີເຣຍ.

ຮູບວີດິໂອຂອງບ່ອນດັ່ງກ່າວ ບອກໃຫ້ຮູ້ເຖິງຕຶກອາຄານທີ່ຖືກທຳລາຍລົງ ແລະ ເຜົາໃໝ້ ຢ່າງຮາບກ້ຽງ ແລະ ພວກຜູ້ຄົນທີ່ບາດເຈັບດິີ້ນຮົນຫຼົບໜີໄປຈາກເຂດລະເບີດດັ່ງກ່າວ.

ພວກນັກເຄື່ອນໄຫວໃນທ້ອງຖິ່ນເວົ້າວ່າ ພວກທີ່ເສຍຊີວິດອາດມີເຖິງ 60 ຄົນໃນຂະນະທີ່ ທີມຊອກຄົ້ນກຳລັງຫາໂຕຜູ້ລອດຊີວິດຢູ່ ໃນຊາກຫັກພັງເປັນເວລາຫຼາຍຊົ່ວໂມງ ລຸນຫຼັງ ການລະເບີດດ່ັງກ່າວ.

ເມືອງ ອາຊາຊ ທີ່ຢູ່ໃນຄວາມຄວບຄຸມຂອງພວກກະບົດໄດ້ຕົກເປັນເປົ້າໝາຍມາໂດຍ ຕະຫຼອດ ໂດຍພວກວາງລະເບີດ ໃນບໍ່ຫຼາຍເດືອນຜ່ານມາ ໂດຍທີ່ພວກທະຫານບ້ານທີ່ ຕໍ່ຕ້ານລັດຖະບານກ່າວຫາ ວ່າແມ່ນນໍ້າມືຂອງພວກລັດອິສລາມໃນການລະເບີດສອງຄັ້ງ ໃນທ້າຍປີ 2016 ທີ່ເອົາຊີວິດຜູ້ຄົນໄປຫຼາຍກວ່າ 40​ ຄົນຊຶ່ງສ່ວນຫຼາຍແມ່ນພວກກະບົດ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG