ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລະ​ເບີດ​ແຕກ​ ໄດ້​ສັ່ນ​ສະ​ເທືອນ​ ໃນ​ນະ​ຄ​ອນຫຼວງ ທຣິໂປ​ລີ


ຊ​າງ​ລີ​ເບຍ​ເດີນ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ສິ້​ນ​ສຸດ ການ​ໂຈມ​ຕີ ຂອງ ​ຄາ​ລິ​ຟາ ຮັ​ຟ​ຕາ ຕ້ານ​ທ​ຣິ​ໂປ​ລີ ວັນ​ທີ 19 ເມ​ສາ 2019.
ຊ​າງ​ລີ​ເບຍ​ເດີນ​ປະ​ທ້ວງ ຮຽກ​ຮ້ອງ​ໃຫ້​ສິ້​ນ​ສຸດ ການ​ໂຈມ​ຕີ ຂອງ ​ຄາ​ລິ​ຟາ ຮັ​ຟ​ຕາ ຕ້ານ​ທ​ຣິ​ໂປ​ລີ ວັນ​ທີ 19 ເມ​ສາ 2019.

ລະ​ເບີດ​ແຕກ​ໄດ້​ສັ່ນ​ສະ​ເທືອນ​ໃນ​ນະ​ຄ​ອນຫຼວງ ທ​ຣິໂປ​ລີ ຂອງ​ລີ​ເບຍ ໃນ​ຕອນ​ແລງ
ວັນເສົາ​ວານ​ນີ້ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ອີງ​ຕາມ​ການ​ກ່າວ​ຂອງພວກ​ຊາວ
​ບ້ານ​, ໃນ​ການໂຈມ​ຕີສອງ​ອາ​ທິດ​ທີ່​ຮຸນ​ແຮງ​ຂຶ້ນ ໂດຍກອງ​ກຳ​ລັງ​ຕາ​ເວັນ​ອອກ ໃນ
​ເມືອງ​ທີ່​ຖືກ​ຍຶດ​ຄອງ​ໂດຍ​ລັດ​ຖະ​ບານ​ທີ່​ຖືກ​ຮັບ​ຮູ້​ໂດຍ​ສາ​ກົນ.

ນັກ​ຂ່າວ​ຣອຍ​ເຕີ​ຄົນ​ນຶ່ງ ແລະ​ ພວກຊາວ​ບ້ານທີ່ຖືກ​ສຳ​ພາດ​ຫຼາຍ​ຄົນກ່າວ​ວ່າ ເຂົາ​ເຈົ້າ
​ໄດ້​ເຫັນ​ເຮືອ​ບິນ​ລໍ​າ​ນຶ່ງ​ບິນ​ເວີ່ນ​ອ້ອມ​ກວ່າ 10 ນ​າ​ທີຢູ່​ເທິງ​ນະ​ຄອນ​ຫຼວງ ດ້ວຍ​ສຽງ​ນອງ
​ນັນ ກ່ອນ​ເປີດ​ສາກ​ຍິງ​ລົງ​ມາ​ໃສ່ເຂດຊານ​ເມືອງຕອນ​ໃຕ້, ເປັນ​ການ​ຕໍ່​ສູ້​ທີ່​ຮຸນ​ແຮງ​ທີ່​
ສຸດລະ​ຫວ່າງກອງກຳ​ລັງ​ຄູ່​ແຂ່ງນັ້ນ.

ອົງ​ການ​ຂ່າວ​ຣອຍ​ເຕີ ບໍ່​ສາມ​າດ​ຢືນ​ຢັນໄດ້ວ່າ​ເຮືອ​ບິນ​ລຳ​ດັ່ງ​ກ່າວ ຫຼື​ເຮືອ​ບິນ​ໂດ​ຣນ
ທີ່​ບໍ່​ມີ​ຄົນ​ຂັບ​ນັ້ນ ແມ່ນຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ ທີ່​ເຮັດ​ໃຫ້​ເກີດ​ການ​ຍິງ​ຕ້ານ​ເຮືອ​ບິນ​ຢ່າງ
​ຮ້າຍ​ແຮງ ຫຼືບໍ່. ພວກ​ຊາວ​ບ້ານ​ໄດ້​ລາຍ​ງານ​ວ່າເຮືອ​ບິນ​ໂດ​ຣນ ໄດ້​ທຳ​ການ​ໂຈມ​ຕີ​ໃນ
​ຫຼາຍ​ມື້​ທີ່​ຜ່ານ​ມາ ແຕ່​ບໍ່​ໄດ້​ມີ​ການ​ຢືນ​ຢັນ ແລະ​ ສຽງ​ລະ​ເບີດ​ແຕກ​ແມ່ນ​ສາ​ມາດໄດ້​ຍິນ​
ຢູ່ໃນ​ໃຈ​ກາງ​ເມືອງ ເທື່ອ​ນີ້ດັງ​ແຮງກວ່າ​ຫຼາຍ​ມື້​ທີ່​ຜ່ານ​ມາ.

ແຜ​ນ​ທີ່​ນະ​ຄອນ​ຕ​ຣີ​ໂປ​ລີ ປະ​ເທດ​ລີ​ເບຍ.
ແຜ​ນ​ທີ່​ນະ​ຄອນ​ຕ​ຣີ​ໂປ​ລີ ປະ​ເທດ​ລີ​ເບຍ.

ພວກ​ຊາວ​ບ້ານ​ໄດ້​ພາ​ກັນ​ນັບ​ລູກ​ສອນ​ໄຟ​ໂຈມ​ຕີ​ຫຼາຍ​ລູກ ຊຶ່ງ​ໄດ້​ຕົກຖືກ​ຄ້າຍ​ທະ​ຫານ​
ຂອງ​ກຳ​ລັງ​ທີ່​ຈົງ​ຮັກ​ພັກ​ດິ​ຕໍ່ລັດ​ຖະ​ບານ ທ​ຣິ​ໂປ​ລີ ຢູ່​ໃນ​ເຂດ​ ຊາ​ບາ. ພວກ​ເຈົ້າ​ໜ້າ​ທີ່​
ໄດ້​ປິດ​ສະ​ໜາມ​ບິນທີ່​ມີ​ໃຊ້ພຽງແຫ່ງ​ດຽວຂອງ​ ທ​ຣິ​ໂປ​ລີ​. ກອງ​ທັບ​ບົກ​ແຫ່ງ​ຊາດ ​ລີ​ເບຍ
(LNA) ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ຜູ້​ບັນ​ຊາ​ການ ທ່ານ​ ຄາ​ລີ​ຟາ ຮັ​ຟ​ຕາ ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​
ສອງ​ອາ​ທິດ​ກ່ອນໜ້ານີ້ ແຕ່​ບໍ່​ສ​າ​ມາດ​ທັບ​ມ້າ​ງການ​ປ້ອງກັນທາງ​ພາກ​ໃຕ້ຂອງ​ລັດ​
ຖະ​ບານ​.

ຖ້າ​ຫາກ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ໂດ​ຣນ​ໄດ້ຮັບ​ການຢືນ​ຢັນ ນີ້ຈະເປັນການ​ເຮັດ​ສົງ​
ຄາມ​ທີ່​ມີ​ຄວາມ​ຊຳ​ນິ​ຊຳ​ນານ. ປັດ​ຈຸ​ບັນ​ນີ້ກຳ​ລັງ LNA ໄດ້​ໃຊ້​ເຮືອ​ບິນ​ລົບ ​ເກົ່າ​ຂອງ ຣັ
ດ​ເຊຍ ເປັນ​ສ່ວນ​ໃຫຍ່ ຈາກກອງ​ທັບ​ອາ​ກາດ​ຂອງທ່ານ ​ມົວມາ ກາ​ດດາ​ຟີ ທີ່​ຖືກ​ໂຄນ
​ລົ້ມ​ໃນ​ປີ 2011, ເຊິ່ງບໍ່​ມີ​ຄວາມ​ແນ່ນອນ​ໃນ​ການ​ຍິງ ແລະ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ອີງ​
ຕາມ​ພວກ​ຊາວ​ບ້ານ ແລະ​ແຫຼ່ງ​ຂ່າວ​ທະ​ຫານ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG