ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດ ສັງຫານ 21 ຄົນ ຢູ່ບ່ອນເບິ່ງ ການແຂ່ງຂັນ ບານເຕະໂລກ ທີ່ໄນຈີເຣຍ (ສະໄລດ໌)


ປະຊາຊົນ ເບິ່ງການແຂ່ງຂັນ ບານເຕະໂລກ ສາຍ F ລະຫວ່າງ ທີມໄນຈີເຣຍ ແລະອີຣ່ານ, ວັນທີ 16 ມິຖຸນາ 2014.
ປະຊາຊົນ ເບິ່ງການແຂ່ງຂັນ ບານເຕະໂລກ ສາຍ F ລະຫວ່າງ ທີມໄນຈີເຣຍ ແລະອີຣ່ານ, ວັນທີ 16 ມິຖຸນາ 2014.
ລະ​ເບີດ​ລູກ​ນຶ່ງ​ຊຶ່ງແຕກ​ຂຶ້ນໃນ​ບ່ອນ​ທີ່​ພວກ​ແຟນກີລາ​ບານ​ເຕະ​
ໄນ​ຈີ​ເຣຍ ໄປ​ໂຮມ​ກັນ​ເບິ່ງ​ການ​ແຂ່ງຂັນ​ບານ​ເຕະ​ໂລກ ​ໄດ້​ສັງ
ຫານ​ປະຊາຊົນ​ໄປ​ຢ່າງ​ໜ້ອຍ 21 ຄົນ.

ພວກ​ທີ່​ເຫັນ​ເຫດການ​ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ ກ່າວ
​ໃນ​ວັນ​ພຸດ​ມື້​ນີ້​ວ່າ ມີ​ປະຊາຊົນ​ຕື່ມ​ອີກ​ຢ່າງ​ໜ້ອຍ 27 ຄົນ​ ໄດ້
​ຮັບ​ບາດ​ເຈັບ​ຈາກ​ເຫດລະ​ເບີດ​ແຕກດັ່ງກ່າວໃນ​ວັນ​ອັງຄານ​
ວານ​ນີ້ ທີ່​ເມືອງ Damaturu ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​
ຂອງ​ປະ​ເທດ.

ປະຊາຊົນ​ຈຳນວນ​ຫຼາຍຄົນ ພາກັນ​ໄປ​ຊຸມນຸມ​ກັນ​ຢູ່​ບ່ອນ​ຖ່າຍ
ທອດ​ໂທລະພາບກາງ​ແຈ້ງ​ແຫ່ງ​ນຶ່ງ​ໃນ​ເມືອງ Damaturu ​ເພື່ອ​ເບິ່ງ​ການ​ແຂ່ງຂັນ
ບານ​ເຕະໂລກ ​ລະຫວ່າງທີ​ມ Brazil ​ແລະ​ເມັກ​ຊິ​ໂກ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ ທີ່​ປາກົດ​ວ່າ​ໄດ້​ຖືກ​ເຊື່ອງ​ໄວ້​ໃນ​ລົດ
​ຕັກ​ຊີ​ສາມ​ລໍ້​ຄັນ​ນຶ່ງ ​ໄດ້​ແຕກ​ຂຶ້ນຫຼັງ​ຈາກ​ການ​ແຂ່ງຂັນ​ເລີ້ມ​ຂຶ້ນ​ໄດ້​ບໍ່​ດົນ.

ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ​ໃນ​ເຫດລະ​ເບີດ​ຄັ້ງ​ນີ້.

​ເມືອງ Damaturu ​ເປັນ​ນະຄອນຫຼວງ​ຂອງ​ລັດ Yobe ຊຶ່ງ​ເປັນ​ນຶ່ງ​ໃນ ​3 ຂົງ​ເຂດ​
ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ທີ່​ໄດ້ມີການປະກາດ​ພາວະ​ສຸກ​ເສີນ​ ຫຼັງ​ຈາກ​ເກີດ
​ການ​ໂຈມ​ຕີ​ທີ່ມີ​ຜູ້​ຄົນ​ເສຍ​ຊີວິດ​ຕິດ​ຕໍ່​ກັນ​ມາ​ຫຼາຍ​ຄັ້ງ ທີ່​ເຊື່ອມ​ໂຍງ​ກັບກຸ່ມ​ມຸສລິ​ມ
ຫົວ​ຮຸນ​ແຮງ Boko Haram ນັ້ນ.
XS
SM
MD
LG