ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີຢ່າງນ້ອຍ 10 ຄົນ ເສຍຊີວິດ ໃນເຫດລະເບີດ ທີ່ຄຸ້ມ ປະຫວັດສາດ ໃນນະຄອນ Istanbul


Turkey Blast
please wait
Embed

No media source currently available

0:00 0:00:52 0:00

ຜູ້​ປົກຄອງ ​ນະຄອນ Istanbul, ປະ​ເທດເທີ​ກີ ​ໄດ້​ກ່າວ​ວ່າ ​
ເຫດ​ລະ​ເບີດໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ຄຸ້ມ Sultanahmet ​ ຊຶ່ງ​ເປັນ
​ຄຸ້ມເມືອງ​ເກົ່າ​ທາງ​ປະວັດ​ສາດນັ້ນ ​ໄດ້​ສັງຫານ​ຢ່າງ​ນ້ອຍ 10 ຄົນ
​ແລະເຮັດ​ໃຫ້​ມີ​ຜູ້ບາດ​ເຈັບ​ອີກ 15 ຄົນ.

ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່​ໄດ້​ລົງ​ປະກາດ​ທາງເວັບ​ໄຊຂອງທາງ​
ການໄດ້​ກ່າວວ່າ ​ຊະນິດ​ຂອງ​ລະ​ເບີດ ສາ​ເຫດ ​ແລະວ່າຜູ້​ໃດເປັນ
​ຜູ້​ຮັບຜິດຊອບ​ໃນເຫດລະ​ເບີດ​ຄັ້ງນີ້ນັ້ນ​ແມ່ນ​ກຳລັງ​ຢູ່​ໃນ​ການ​ສືບ
ສວນສອບ​ສວນ.

ພວກ​ທີ່​ເຫັນ​ເຫດການ ​ໄດ້​ອະທິບາຍ​ເຖິງ​ເຫດ​ລະ​ເບີດ​ນີ້​ວ່າ ມັນ​ດັງ​
ແລະ​ຮ້າຍແຮງຫຼາຍຈົນ​ສັ່ນ​ສະ​ເທືອ​ນພື້ນ​ດິນ​ໄປ​ໝົດ.

ຄຸ້ມ Sultanahmet ​ແມ່ນ​ເຂດ ທີ່​ມີ​ພວກ​ນັກ​ທ່ອງ​ທ່ຽວ​ມັກ​ໄປຊຸມນຸມ​ກັນ ​ໃນ​ນະຄອນ Istanbul ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງໂບດສາສະໜາ​ອິສລາມ ທີ່​ເອີ້ນ​ວ່າ Blue Mosque ​ແລະ Haga Sophia.

ທີມກູ້ໄພ ປະຈຳຢູ່ໃນສະຖານທີ່ເຫດລະເບີດ ໃນສູນກາງຂອງ Istanbul, ເທີກີ, 12 ມັງກອນ, 2016.
ທີມກູ້ໄພ ປະຈຳຢູ່ໃນສະຖານທີ່ເຫດລະເບີດ ໃນສູນກາງຂອງ Istanbul, ເທີກີ, 12 ມັງກອນ, 2016.

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Ahmet Davutoglu ​ໄດ້ເປີດ​ກອງ​ປະຊຸມ​ສຸກ​ເສີນ​ກ່ຽວ​ກັບ ເລື້ອງຄວາມ​ປອດ​ໄພ​ ຫຼັງ​ຈາກເກີດເຫດ​ລະ​ເບີດ​ດັ່ງກ່າວ.

​ເທີ​ກີ ​ໄດ້​ລະ​ໝັດ​ລະວັງ​ເລື້ອງ​ການ​ໂຈມ​ຕີ​ຕ່າງໆ ນັບ​ຕັ້ງ​ແຕ່ໄດ້​ມີເຫດລະ​ເບີດສະລະ​ຊີ​ບ​ສອງ ຄັ້ງໃນເດືອນ​ຕຸລາຜ່ານມາ ທີ່​ໄດ້​ສັງຫານ​ຫຼາຍ​ກວ່າ 100 ຄົນ ລະ​ຫວ່າງການ​ຊຸມນຸມ​ ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ເພື່ອສັນຕິພາບ ຢູ່ຂ້າງ​ນອກ​ສະຖານີ​ລົດ​ໄຟ​ໃນ​ນະຄອນ​ຫຼວງ Ankara ນັ້ນ.

ລັດຖະບານ​ໄດ້​ຍົກ​ເລີກ​ການ​ສະຫຼອງ​ປີ​ໃໝ່​ສາກົນ ທີ່​ໄດ້​ວາງ​ແຜນ​ໄວ້ໃນ​ນະຄອນ​ຫຼວງ Ankara ຫຼັງ​ຈາກ ທີ່​ໄດ້​ຈັບ​ກຸມ​ຊາຍສະກັນ 2 ຄົນ ທີ່​ສົງ​ໄສ​ວ່າ​ເປັນ​ສະມາຊິກ​ຂອງ​ກຸ່ມ​ລັດ
ອິສລາມ ທີ່​ເຊື່ອ​ວ່າ ​ໄດ້​ມີ​ການວາງແຜນ ທີ່​ຈະ​ທຳ​ການ​ໂຈມ​ຕີ​ດ້ວຍລະ​ເບີດສະລະ​ຊີ​ບ.

ກອງ​ກຳລັງ​ຂອງ​ເທີ​ກີ ​ໄດ້​ທຳ​ການ​ໂຈມ​ຕີພັກ​ກຳມະກອນ​ຊາວ​ເຄີ​ດນອກ​ກົດໝາຍ​ນັ້ນມາ​ໂດຍຕະຫລອດ ຊຶ່ງ​ມີ​ການຖິ້ມ​ໂທດ​ໃສ່​ວວ່າ ການ​ພວກ​ໂຈມ​ຕີ ທີ່​ຮວມທັງ​ການ​ໂຈມ​ຕີ ​ແນ​ໃສ່​ຕຳຫຼວດ​ແລະ​ທະຫານ ນັ້ນ.​

XS
SM
MD
LG