ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຫົວຮຸນແຮງ​ໂຊມາເລຍ ໂຈມ​ຕີ ຫ້ອງການສືບ​ລັບ ຂອງ​ປະ​ເທດ ​ໃນ​ນະຄອນຫລວງ


ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ

ເຈົ້າໜ້າ​ທີ່​ໂຊ​ມາ​ເລຍ ກ່າວ​ວ່າ ພວກ​ຫົວ​ຕໍ່ສູ້ ​ໄດ້​ໂຈມ​ຕີ ຫ້ອງການ
​ສືບ​ລັບຂອງ​ປະ​ເທດ ​ໃນ​ນະຄອນຫລວງ.

​ເຈົ້າໜ້າ​ທີ່ດັ່ງ​ກ່າວ ​ເວົ້າວ່າ ພວກ​ກະບົດ ​ໄດ້​ໂຈມ​ຕີ​ອາຄານຂອງ
​ໜ່ວຍ​ສືບ​ລັບ ​ໃນ​ນະ​ຄອນ​ຫລວງ Mogadishu ​ໃນ​ວັນ​ອາທິດ
​ມື້​ນີ້ ດ້ວຍ​ລົດ​ບັນທຸ​ກລະ​ເບີດ ຊຶ່ງ​ຕິດຕາ​ມມາ​ດ້ວຍ​ການ​ຍິງ​ຕໍ່ສູ້​ກັນ.

ສ່ວນ​ນຶ່ງ​ຂອງ​ອາຄານ​ດັ່ງກ່າວ ​ແມ່ນນຳ​ໃຊ້​ເປັນ​ສະຖານ​ທີ່​ຄຸມ​ຂັງ
ພວກ​ທີ່​ສົງ​ໄສ​ວ່າ ​ເປັນ​ພວກຫົວ​ຕໍ່ສູ້.

​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ​ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ມີ​ຝ່າຍ​ໃດ​ ອອກ​ມາອ້າງ
​ເອົາ​ຄວາມ​ຮັບຜິດຊອບ​ ​ໃນທັນ​ທີນີ້ເທື່ອ ກໍ​ຕາມ ​ແຕ່ການ​ໂຈ​ມຕີ​ດັ່ງກ່າວ​ແມ່ນ​ມີສັນຍາ​ລັກ
​ທັງ​ໝົດ ​ຂອງ​ພວກກະບົດ​ຫົວ​ຮຸນ​ແຮງອິສລາມ al-Shabab ຊຶ່ງ​ໄດ້​ເພີ້​ມທະວີ​ການ​ໂຈມ​ຕີ
ຂອງ​ພວກ​ເຂົາ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ໃນ​ນະຄອນຫລວງ​ຂອງ​ໂຊ​ມາ​ເລຍ.

XS
SM
MD
LG