ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຢ່າງນ້ອຍ 2 ຄົນເສຍຊີວິດ ໃນເຫດຕຶກລະເບີດ ນອກນະຄອນຫລວງປາຣີ (ສະໄລດ໌)


ຕຶກ 4 ຊັ້ນຫລັງນຶ່ງ ໃນເຂດຊານເມືອງກ້ຳຕາເວັນອອກສຽງເໜືອ
ຂອງນະຄອນຫລວງປາຣີ ໄດ້ພັງລົງ ຫລັງຈາກເກີດເຫດລະເບີດ
ໃນຕອນເຊົ້າວັນອາທິດມື້ນີ້ ເຮັດໃຫ້ເດັກນ້ອຍຄົນນຶ່ງ ກັບແມ່ຍິງ
ຊະລາຄົນນຶ່ງ ເສຍຊີວິດ. ເວລານີ້ ທີມງານກູ້ໄພກຳລັງຊອກຫາ
ຜູ້ທີ່ອາດລອດຊີວິດຢູ່ໃຕ້ຊາກຫັກພັງ.

ພະນັກງານກູ້ໄພ ປະມານ 150 ຄົນກຳລັງຮ່ວມໃນການຊອກ
ຄົ້ນ ພ້ອມກັບໝາດົມກິ່ນຈຳນວນນຶ່ງ ເພື່ອພະຍາຍາມຊອກຫາ
6 ຄົນທີ່ຍັງບໍ່ເຫັນ ອິງຕາມເຈົ້າໜ້າທີ່ເຂດ Saint-Seine-Denis
ທ່ານ Philippe Galli.

ໂຄສົກໜ່ວຍດັບເພີງ ທ່ານ Gabriel Plus ເວົ້າວ່າ ເດັກນ້ອຍ ອາຍຸ 8 ປີຄົນນຶ່ງ ເສຍຊີວິດ ເວລາຕຶກພັງລົງ ແລະພວກພະນັກງານມອດໄພ ໄດ້ພົບເຫັນ ຍິງຊະລາ ໄວ 80 ຄົນນຶ່ງ ໃນສະພາບບໍ່ຮູ້ສຶກຕົວ ແລະຜູ້ກ່ຽວໄດ້ເສຍຊີວິດ ໃນຂະນະທີ່ຖືກຊ່ວຍອອກມາ ຈາກຊາກ ຫັກພັງ.

ທ່ານໃຫ້ຮູ້ຕື່ມວ່າ 10 ຄົນ ຖືກດຶງອອກມາຈາກຊາກຫັກພັງ ໃນນັ້ນ 4 ຄົນແມ່ນບາດເຈັບ ສາຫັດ.

ລັດຖະມົນຕີກະຊວງພາຍໃນ ທ່ານ Bernard Cazeneuve ກ່າວຕໍ່ພວກນັກຂ່າວ ຢູ່
ບອ່ນເກີດເຫດວ່າ ເຫດລະເບີດເກີດຂຶ້ນ ໃນເວລາປະມານ 7 ໂມງເຊົ້າ ຕາມເວລາທ້ອງ
ຖິ່ນ ຊຶ່ງເບິ່ງຊົງວ່າ ເກີດຈາກແກສຮົ່ວ.

ຢ່າງໃດກໍຕາມ ທ່ານກ່າວວ່າ “ພວກເຮົາຄວນຮອບຄອບ ບໍ່ຄວນດ່ວນລົງຄວາມເຫັນ ຍ້ອນວ່າ ການສືບສວນສອບສວນກຳລັງດຳເນີນໄປ. ຍັງບໍ່ມີຄວາມແນ່ນອນໃດໆເທື່ອ.”

ເບື້ອງນຶ່ງຂອງຕຶກຫລັງດັ່ງກ່າວ ຢູ່ໃນເຂດຊານເມືອງ Rosny-Sous-Bois ແມ່ນພັງ ລົງຢ່າງສິ້ນເຊີງ ຊຶ່ງພາໃຫ້ແລເຫັນທາງໃນຂອງເຮືອນ apartments ໃນຕຶກ. ພວກເຈົ້າ
ໜ້າທີ່ທ້ອງຖິ່ນກ່າວວ່າ ໂຄງສ້າງຂອງຕຶກ ປະກົດວ່າ ໄດ້ຖືກສ້າງຂຶ້ນຢ່າງຖືກຕ້ອງຕາມ
ກົດລະບຽບ.

XS
SM
MD
LG