ເມື່ອປະມານ 400 ກວ່າປີ ມາແລ້ວ, ນັກສຳຫຼວດຊາວອັງກິດຮ້ອຍເອກ ຈອນ ສມິທ໌
ໄດ້ເດີນທາງຮອບອ່າວ ຈີຊາພີກ ທາງພາກຕາເວັນອອກຂອງສະຫະລັດ ຊຶ່ງເປັນປາກ
ແມ່ນ້ຳ ບ່ອນທີ່ນ້ຳຈືດກັບນ້ຳເຄັມມາບັນຈົບກັນ ທີ່ໃຫຍ່ທີ່ສຸດຂອງປະເທດ.
ທ່ານສມິທ໌ ໄດ້ແຕ້ມແຜນທີ່ໄວ້ ກວມເອົາປະມານ 4,800 ກິໂລແມັດ ຂອງອ່າວດັ່ງກ່າວ
ແລະພວກແມ່ນ້ຳທີ່ໃກ້ຄຽງແຖບນັ້ນ. ປັດຈຸບັນນີ້ ແມ່ນໍ້າ 11 ແມ່ ໃນຈຳນວນທັງໝົດນັ້ນ ຈະສາມາດເບິ່ງເຫັນໄດ້ ໃນວິທີທາງໃໝ່ ຜ່ານທາງການຈຳລອງພາບເໝືອນຈິງ ທາງ
ອອນໄລນ໌. ນັກຂ່າວວີໂອເອ ເດັບໂບຣາ ບລອກຄ໌ ໄດ້ໄປຊົມດ້ວຍການນັ່ງສຳຫຼວດຢູ່
ເທິງແພນ້ອຍໆ ໃນແມ່ນ້ຳ ພາທັກຊັນ ທີ່ບັນຈຸດ້ວຍພວກກ້ອງຖ່າຍທັງຫຼາຍ ລວມທັງ
ເຄື່ອງຄອມພິວເຕີນຳ ເພື່ອຮຽນຮູ້ ເຖິງການປະຕິບັດງານດັ່ງກ່າວ ວ່າໄດ້ເຮັດຂຶ້ນດ້ວຍ
ວິທີໃດ ຊຶ່ງວັນນະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ແມ່ນ້ຳ ພາທັກຊັນ ໃນລັດແມຣີແລນດ໌ ທີ່ເປັນສາຂາຂອງອ່າວຈີຊາພີກ ນີ້ແມ່ນແພ
ທີ່ອອກແບບໂດຍ ທ່ານໄຣອັນ ເອບຣາແຮມຊັນ, ເຈົ້າຂອງຜູ້ກໍ່ຕັ້ງບໍລິສັດເທີແຣນ 360
(Terrain 360) ທີ່ເປັນບໍລິສັດເຮັດແຜນທີ່ເໝືອນຈິງ ທີ່ໄດ້ຮັບສິ່ງດົນບັນດານໃຈ
ຈາກກູໂກ ສຕຣີຕ໌ ວີວ, ທ່ານເອບຣາແຮມຊັນ ຈຶ່ງໄດ້ສ້າງແຜນທີ່ເໝືອນຈິງ 360 ອົງສາ
ຂຶ້ນມາ ສຳລັບພວກນັກທ່ອງທ່ຽວ ເພື່ອໃຫ້ສາມາດທ່ຽວຊົມແມ່ນໍ້າຕ່າງໆ ຢູ່ໃນເຮືອພາຍ
ລຳນ້ອຍໆ. ການແຕ້ມແຜນທີ່ລຳແມ່ນໍ້າແບບເໝືອນຈິງ ຫຼື Virtual Mapping
ແມ່ນການທ້າທາຍອັນນຶ່ງ.
ທ່ານໄຣອັນ ເອບຣາແຮມຊັນ, ເຈົ້າຂອງຜູ້ກໍ່ຕັ້ງບໍລິສັດເທີແຣນ 360(Terrain 360)
ກ່າວວ່າ “ຢູ່ເທິງເສົາທາງກາງ ເຮົາຈະມີກ້ອງຖ່າຍຮູບ 6 ໜ່ວຍ ມີເຄື່ອງເຊັນເຊີຈັບ
ແສງ ແລະມີລະບົບຈີພີແອັສ(GPS). ແລະໃນພື້ນດ້ານລຸ່ມນີ້ ພວກເຮົາຈະມີເຄື່ອງ
ຄອມພິວເຕີ ທີ່ມີແສງເຫຼື້ອມແຮງ ພ້ອມທັງຈໍ ມໍນີເຕີນຳ ທີ່ສາມາດກົດໄດ້. ກ້ອງຖ່າຍ
ຮູບຈະຖືກກະຕຸ້ນ ຈາກເຄື່ອງຄອມພິວເຕີ ທີ່ຈະທຳການບັນທຶກໃນເວລາດຽວກັນ,
ລະບົບ GPS ຈະໃຫ້ການປະສານງານກັບ, ເຄື່ອງວັດຄວາມກົດດັນອາກາດຄວາມ
ຊຸ່ມຊື້ນ ແລະອຸນນະພູມນຳ.”
ໃນຂະນະທີ່ແພລ່ອງລອຍໄປຕາມລຳແມ່ນ້ຳພາທັກຊັນນັ້ນ, ເລັນກ້ອງທີ່ສາມາດ
ຊ່ອງເຫັນມູມກວ້າງໄດ້ຫຼາຍທີ່ສຸດນັ້ນ ກໍຈະຖ່າຍທຳຮູບພາບໄປເລື້ອຍໆ ໃນທຸກໆ
12 ແມັດ. ມັນຈະຖ່າຍພາບເອົາພື້ນທີ່ ເປັນຮ້ອຍໆ ເປັນພັນໆຮູບ ດ້ວຍຄວາມຊັດ
ເຈນສູງ ທີ່ຈະສ້າງພາບເປັນແບບ ພາໂນຣາມິກ ຂອງການທ່ອງທ່ຽວຕາມລຳແມ່ນໍ້າ
ແຫ່ງດັ່ງກ່າວໄດ້ເປັນເໝືອນຂອງຈິງ.
ມື້ນີ້ ທ່ານເອບຣາແຮມຊັນ ໄດ້ຈັດເອົາຮູບພາບຫຼາຍກວ່າ 20,000 ຢ່າງເຂົ້າໃສ່ຕື່ມ
ໃນແຜນທີ່ແມ່ນ້ຳ ພາທັກຊັນ ທີ່ໄດ້ຖ່າຍທຳ ໃນພາກສ່ວນນ້ອຍໆແຫ່ງນຶ່ງຂອງອ່າວ
ທີ່ເກັບກຳໄດ້ເວລາລ່ອງເຮືອໄປ.
ການທ່ຽວຊົມຕົວຈິງ ໃນແມ່ນ້ຳ ສິບເອັດສາຍ ໃນອ່າວ ຈີຊາພີກ ມີຂຶ້ນໄດ້ ດ້ວຍທຶນ
ຂອງກຸ່ມອະນຸລັກສະພາບແວດລ້ອມ ຈີຊາພີກ ຫຼື Chesapeake Conservancy
ແລະຈະສາມາດເຂົ້າຊົມໄດ້ໃນໜ້າແວັບໄຊນ໌: chesapeakeconservancy.org
ທ່ານໂຈເອລ ດັນ ປະທານກຸ່ມ
ອະນຸລັກສະພາບແວດລ້ອມ ຈີຊາພີກ
ກ່າວວ່າ“ສິ່ງທີ່ພວກເຮົາຢາກຈະເຮັດ
ກໍຄື ການຈັດຫາຂໍ້ມູນໄວ້ແລະສ້າງ
ແຮງດົນໃຈ ໃຫ້ຜູ້ຄົນ ຢາກເຂົ້າໄປ
ສຳພັດ ອອກໄປ ຄົ້ນຫາ ໄປຊົມ
ແມ່ນ້ຳລຳເຊໃນອ່າວຈີຊາພີກ,
ເພື່ອວ່າ ພວກເຂົາເຈົ້າຈຶ່ງຈະຢາກ
ພາກັນປົກປັກຮັກສາອ່າວດັ່ງກ່າວ
ນີ້ໄວ້.”
ທ່ານເອບຣາແຮມຊັນ ກ່າວວ່າ
ໃນຂະນະທີ່ ໄດ້ມີການທ່ຽວຊົມຕົວ
ຈິງນີ້ເກີດຂຶ້ນທີ່ເຫັນຄວາມສວຍງາມຂອງພວກແມ່ນ້ຳດັ່ງກ່າວນີ້ ພ້ອມດຽວກັນມັນກໍຈະເຜີຍແບໃຫ້ເຫັນບັນຫາສະພາບແວດລ້ອມຕ່າງໆນຳດ້ວຍ.
ທ່ານເອບຣາແຮມຊັນ ກ່າວວ່າ “ການເຊາະຂອງດິນຕາມແຄມຝັ່ງ ການມີຂີ້ເຫຽື້ອເຟື້ອ
ຝອຍ ການເຊາະໄຫຼຈາກພາຍຸຕ່າງໆ ການເຫັນຢາງລົດຟູຢ່າງຫຼວງຫຼາຍຢູ່ເທິງໜ້ານ້ຳ
ແລະພຽງແຕ່ໄດ້ເອົາ ສິ່ງດັ່ງກ່າວສະແດງໃຫ້ຄົນເຫັນ ມັນກໍຈະບອກໄດ້ວ່າມີຄວາມຈຳ
ເປັນທີ່ຈະຕ້ອງໄດ້ເກັບກວາດມ້ຽນມັດ ຮັກສາຄວາມສະອາດ ແລະເປັນຫ່ວງເປັນໃຍ
ເຖິງສະຖານທີ່ພວກເຮົາອາໄສຢູ່ນັ້ນຫຼາຍຂຶ້ນ ໃນສະພາບແວດລ້ອມແລະແມ່ນ້ຳລຳເຊຂອງພວກເຮົາ.”
ແມ່ນ້ຳ ເຊັ່ນ ພາທັກຊັນ ແລະແມ່ນ້ຳສາຍອື່ນໆ ທີ່ໄຫຼເຂົ້າສູ່ອ່າວ ຈີຊາພີກ ແມ່ນຢູ່ໃກ້ໆ
ກັບຫົວເມືອງໃຫຍ່ຫຼາຍໆເມືອງເຊັ່ນ ນະຄອນຫຼວງວໍຊີງຕັນ ແລະນະຄອນບອລຕິມໍ
ຈະເປີດໂອກາດໃຫ້ຜູ້ຄົນໄດ້ສຳພັດແລະມ່ວນຊື່ນເບີກບານ ກັບພວກແມ່ນ້ຳດັ່ງກ່າວທີ່ພວກເຂົາເຈົ້າໄດ້ມາເຫັນໃນອ່າວ ຈີຊາພີກ ນີ້.
ທ່ານດັນ ກ່າວຕື່ມວ່າ “ພວກຜູ້ຄົນຈະສາມາດນຳໃຊ້ແຜນທີ່ທ່ອງທ່ຽວ virtual tour
ນີ້ ເພື່ອວາງແຜນທ່ອງທ່ຽວຂອງເຂົາເຈົ້າຈາກໂຕະທີ່ບ້ານ ຫຼືບ່ອນເຮັດວຽກເຮັດການ
ກໍໄດ້ ທັງຈະສາມາດໃຊ້ມັນໄດ້ ໃນເວລາທ່ອງທ່ຽວທີ່ແທ້ຈິງ ໄປຕາມລຳແມ່ນໍ້າ ຫຼືໃນ
ໂທລະສັບມືຖືສະຫຼາດຂອງພວກເຂົາເຈົ້າ ຢູ່ໃສ ກໍໄດ້.”
ໃນທຸກມື້ນີ້ ພວກແມ່ນ້ຳທັງຫຼາຍເຫຼົ່ານີ້ ແມ່ນສ່ວນນຶ່ງຂອງເສັ້ນທາງທ່ອງທ່ຽວ
ປະຫວັດສາດແຫ່ງຊາດຂອງຮ້ອຍເອກຈອນ ສມິທ໌ ຊຶ່ງເປັນເສັ້ນທາງນຳທ່ຽວ
ອັນທຳອິດ ໃນປະຫວັດສາດຂອງສະຫະລັດອາເມຣິກາ.
ທ່ານສາມາດທີ່ຈະທ່ຽວຊົມທາງອິນເຕີເເນັດທີ່ Chesapeake Conservancy and Terrain 360.