ບັນດານັກຄົ້ນຄວ້າຂອງລັດຖະບານສະຫະລັດກ່າວວ່າຢາປິ່ນປົວພະຍາດໂຄວິດ-19 ທີ່ກໍາລັງທົດລອງຢູ່ບໍ່ມີປະສິດຕິຜົນໃນການປິ່ນປົວຄົນເຈັບທີ່ນອນໂຮງໝໍ ທີ່ມີໄວຣັສໂຄໂຣນາສາຍພັນໃໝ່ຢູ່ໃນຂັ້ນທີ່ຮ້າຍແຮງແລ້ວ.
ສະຖາບັນພະຍາດພູມແພ້ແລະພະຍາດຕິດແປດແຫ່ງຊາດໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນຈັນວານນີ້ ໂດຍກ່າວວ່າ ຕົນຈະບໍ່ຮັບເອົາຄົນເຈັບໃໝ່ເຂົ້າມາຮ່ວມໃນການທົດລອງການໃຊ້ຢາທີ່ຢູ່ໃນຂັ້ນທົດລອງທີ່ເອີ້ນວ່າ bamlanivimab ນັ້ນ.
ຢາ ທີ່ພັດທະນາໂດຍບໍລິສັດຜະລິດຢາຂອງສະຫະລັດ, Eli Lilly ແລະບໍລິສັດຊີວະພາບ AbCellera ທີ່ຕັ້ງຢູ່ການາດາ ແມ່ນສ່ວນນຶ່ງຂັ້ນຕອນການປິ່ນປົວທີ່ຮູ້ກັນວ່າ ເປັນພູມຕ້ານທານຂອງຮ່າງກາຍ monoclonal, ເຊິ່ງຜະລິດເພື່ອເຮັດໃຫ້ເປັນຈຸລັງພູມຕ້ານທານ ທີ່ພວກນັກວິທະຍາສາດຫວັງວ່າ ຈະສາມາດຕໍ່ສູ້ກັບໄວຣັສໄດ້. ການປິ່ນປົວດ້ວຍການໃຊ້ພູມຕ້ານທານຂອງຮ່າງກາຍ ແມ່ນຄ້າຍຄືກັບວິທີການທີ່ໃຊ້ປິ່ນປົວໃຫ້ປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ພາຍ ຫຼັງທີ່ທ່ານໄດ້ຖືກກວດພົບວ່າ ມີພະຍາດໂຄວິດ-19 ໃນຕົ້ນເດືອນນີ້.
ການທົດລອງທາງຄລີນິກໄດ້ຖືກຢຸດຊົ່ວຄາວໃນຕົ້ນເດືອນນີ້ໂດຍຜູ້ຕິດຕາມກວດ ກາອິດສະຫລະ ຍ້ອນເປັນຫ່ວງດ້ານຄວາມປອດໄພ. ການສຶກສາຄົ້ນຄວ້າເຊິ່ງໄດ້ເລີ້ມຕົ້ນຂຶ້ນໃນເດືອນສິງຫາ ແມ່ນເພື່ອແນໃສ່ຮັບເອົາຄົນປ່ວຍທີ່ນອນໂຮງໝໍ 10,000 ຄົນ ທີ່ຕິດໄວຣັສໂຄໂຣນາຢູ່ໃນສະຫະລັດ.
Eli Lilly ໄດ້ຍື່ນຄໍາຮ້ອງໄປຫາອົງການອາຫານ ແລະຢາຂອງສະຫະລັດແລ້ວ ເພື່ອຂໍອະນຸຍາດແບບສຸກເສີນ ສຳລັບຢາທີ່ຈະໃຊ້ໃນກໍລະນີຄົນຕິດເຊື້ອພະຍາດໂຄວິດ-19 ທີ່ບໍ່ຮຸນແຮງ ຫາຂັ້ນປານກາງໂດຍອີງຕາມຜົນໄດ້ຮັບເບື້ອງຕົ້ນຈາກການທົດລອງທາງຄລີນິກທີ່ແຕກຕ່າງກັນ.
ສະຫະລັດກຳລັງຢູ່ໃນສະພາບການທີ່ມີຈໍານວນກໍລະນີຄົນຕິດພະຍາດໂຄວິດ-19 ລາຍໃໝ່ພຸ້ງສູງຂຶ້ນຢ່າງແຮງ,ໂດຍທີ່ມີຄົນທີ່ຖືກຢັ້ງຢືນວ່າ ເປັນພະຍາດນີ້ ຫຼາຍກ່ວາ 66,000 ຄົນໃນວັນຈັນວານນີ້, ອີງຕາມຂໍ້ມູນທີ່ເປີດເຜີຍອອກມາໂດຍສູນຊັບພະຍາກອນດ້ານໄວຣັສໂຄໂຣນາຈອນສ໌ ຮອບຄິນສ໌ (Johns Hopkins). ຈຳນວນຜູ້ຕິດເຊື້ອໃໝ່ໄດ້ຜັກດັນຫລາຍເມືອງແລະຫລາຍລັດໃຫ້ຕົກໄປສູ່ຈຸດວິກິດ, ລວມທັງເມືອງແອລ ພາໂຊ (El Paso) ຂອງລັດເທັກຊັສທີ່ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ, ບ່ອນທີ່ມີຈຳນວນຄົນຕິດເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນເປັນ 3 ເທົ່າໂດຍມີຄົນປ່ວຍເພີ່ມຂຶ້ນເຖິງຫຼາຍກວ່າ 800 ຄົນໃນໄລຍະ ສາມອາທິດຜ່ານມານັ້ນ.