ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາສັ່ງຂອງໝໍ ແລະຢາວາງຂາຍ ຢູ່ຮ້ານຄ້າ ກໍ່ໃຫ້ເກີດ ມົນລະພິດ ໃນແມ່ນ້ຳ ຂອງໂລກ


ພະນັກງານ ຮ້ານຂາຍຢາ ຊອກຫາຢາປົວພະຍາດ ໃນຂະນະທີ່ນາງ ທຳງານເພື່ອຕື່ມຢາສັ່ງຂອງໝໍ ໃຫ້ລູກຄ້າ ໃນຂະນະດຽວກັນ ເຮັດວຽກຢູ່ທີ່ຮ້ານຂາຍຢາ ໃນນະຄອນ ນິວ ຢອກ.
ພະນັກງານ ຮ້ານຂາຍຢາ ຊອກຫາຢາປົວພະຍາດ ໃນຂະນະທີ່ນາງ ທຳງານເພື່ອຕື່ມຢາສັ່ງຂອງໝໍ ໃຫ້ລູກຄ້າ ໃນຂະນະດຽວກັນ ເຮັດວຽກຢູ່ທີ່ຮ້ານຂາຍຢາ ໃນນະຄອນ ນິວ ຢອກ.

ແມ່ນ້ຳລຳທານ ແລະ ລະບົບນ້ຳສະອາດ ຂອງໂລກ ແມ່ນເຕັມໄປດ້ວຍມົນລະພິດ ຈາກ
ຢາສັ່ງຂອງໝໍ ແລະ ຢາທີ່ຂາຍຢູ່ຕາມຮ້ານຄ້າ ແລະມັນກຳລັງສົ່ງຜົນກະທົບ ຕໍ່ສະພາບ
ແວດລ້ອມ ແລະສັດປ່າ ອີງຕາມການກ່າວຂອງບັນດານັກຊ່ຽວຊານ.

ພວກນັກວິທະຍາສາດ ທີ່ໄດ້ໄປພົບປະກັນ ໃນວັນອັງຄານວານນີ້ ຢູ່ທີ່ນະຄອນ ວຽນນາ
ກ່າວວ່າ ຖ້າຫາກບໍ່ເອົາມາດຕະການແລ້ວ ບັນຫາກໍຈະເພີ້ມຂຶ້ນ ເຖິງ 65 ເປີເຊັນ ພາຍ
ໃນປີ 2050.

ພວກຢາຕ່າງໆ ທີ່ລວມທັງ ຢາແກ້ປວດ ຢາຮໍໂມນ ຢາແກ້ຄວາມຊຶມເສົ້າ ແລະ ຢາແກ້
ການຜິດພູມຕ້ານທານ ເປັນຕົ້ນ.

ພວກຢາສ່ວນຫຼາຍ ໃນທີ່ສຸດກໍຈະປົນເປືອເຂົ້າໄປໃນແຫລ່ງນ້ຳ ໂດຍຜ່ານການຖ່າຍເທ ຂອງມະນຸດ ແລະຂອງສັດ ເພາະວ່າມີພຽງແຕ່ສ່ວນນ້ອຍເທົ່ານັ້ນ ແມ່ນຈະຖືກກັ່ນກອງ
ໂດຍໂຮງງານບຳບັດນ້ຳເສຍ ຫຼື ເຊື່ອມຊຶມເຂົ້າໄປໃນລະບົບນິເວດ.

ພວກຢາທັງຫຼາຍ ເປັນສາເຫດກະຕຸ້ນທາງເພດ ຂອງພວກໝູ່ປາ ແລະ ພວກສັດເຄິ່ງບົກ
ເຄິ່ງນ້ຳ ແລະຢາຕ້ານການອັກເສບປະເພດນຶ່ງໄດ້ເຮັດໃຫ້ພວກແຮ້ງ ຢູ່ໃນປະເທດ
ອິນເດຍ ເກືອບຈະສູນພັນໄປ.

ບັນດານັກຊ່ຽວຊານ ຂອງອົງການສະຫະປະຊາຊາດ ຍັງໄດ້ກ່າວວ່າ ພວກຢາປົວ
ພະຍາດ ທີ່ຕົກໃສ່ສິ່ງແວດລ້ອມ ແມ່ນຊ່ອຍເຮັດໃຫ້ເຊື້ອໂຣກມີການຕ້ານທານຢາ.

ນັກຊ່ຽວຊານບາງສ່ວນ ກ່າວວ່າ ເທັກໂນໂລຈີ ແມ່ນບໍ່ພຽງພໍ ທີ່ຈະຮັບມືກັບບັນຫານີ້ໄດ້
ແລະ ຍັງຈະຕ້ອງໃຫ້ມີ ການຫລຸດຜ່ອນທີ່ເປັນລ້ຳເປັນສັນໃນການກາງຕໍ່ຢາປົວພະຍາດ
ເຫຼົ່ານີ້ ອີກດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG