ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ບັນດານັກຊ່ຽວຊານເຕືອນ ກ່ຽວກັບການໃຊ້ ວັກຊິນກັນໂຄວິດ-19 ແບບສຸກເສີນຂອງຈີນ


ພະນັກງານທໍາການກວດກາຄຸນນະພາບຂອງຢາ ຢູ່ໃນສະຖານທີ່ຫຸ້ມຫໍ່ຢາວັກຊີນຂອງບໍລິສັດ Sinovac Biotech ຂອງຈີນ, ທີ່ພັດທະນາຢາວັກຊີນກັນ COVID-19 ທີ່ກໍາລັງຢູ່ໃນໄລຍະການທົດລອງຢູ່ ໃນຂະນະທີ່ມີແຂກໄປຢ້ຽມຊົມໂຮງງານ ທີ່ຈັດຕັ້ງໂດຍລັດຖະບານ ໃນປັກກິ່ງໃນວັນ 24 ກັນຍາ, 2020
ພະນັກງານທໍາການກວດກາຄຸນນະພາບຂອງຢາ ຢູ່ໃນສະຖານທີ່ຫຸ້ມຫໍ່ຢາວັກຊີນຂອງບໍລິສັດ Sinovac Biotech ຂອງຈີນ, ທີ່ພັດທະນາຢາວັກຊີນກັນ COVID-19 ທີ່ກໍາລັງຢູ່ໃນໄລຍະການທົດລອງຢູ່ ໃນຂະນະທີ່ມີແຂກໄປຢ້ຽມຊົມໂຮງງານ ທີ່ຈັດຕັ້ງໂດຍລັດຖະບານ ໃນປັກກິ່ງໃນວັນ 24 ກັນຍາ, 2020

ໃນເດືອນສອງສາມເດືອນຜ່ານມານີ້ຈີນໄດ້ມີການສັກຢາປ້ອງກັນໄວຣັສໂຄໂຣນາເບື້ອງຕົ້ນ 3 ຊະ ນິດທີ່ກໍາລັງທົດສອບຄວາມປອດໄພແລະປະສິດທິຜົນຢູ່ໃຫ້ແກ່ປະຊາຊົນຫຼາຍແສນຄົນ.

ໃນຂະນະທີ່ໂລກຍັງລໍຖ້າຢາທີ່ຖືກພິສູດວ່າຕໍ່ສູ້ກັບການແຜ່ລະບາດຂອງພະຍາດໄດ້ຢູ່ນີ້, ຢ່າງໜ້ອຍມີຢາວັກຊີນທີ່ກໍາລັງພັດທະນາຢູ່ 3 ຊະນິດໄດ້ຖືກສັກໃຫ້ແກ່ຜູ້ຊ່ຽວຊານດ້ານການແພດແຖວໜ້າ, ພະນັກງານຂອງບໍລິສັດລັດ, ແລະເຈົ້າໜ້າທີ່ລັດຖະບານ ນັບຕັ້ງແຕ່ເດືອນກໍລະກົດເປັນຕົ້ນມາ ພາຍໃຕ້ໂຄງການນຳໃຊ້ແບບສຸກເສີນທີ່ໄດ້ຮັບການອະນຸມັດຈາກປັກກິ່ງ.

ກຸ່ມບໍລິສັດຊີວະພາບແຫ່ງຊາດຈີນ ຫລື CNBG, ເຊິ່ງເປັນບໍລິສັດຍ່ອຍຂອງບໍລິສັດລັດວິສາຫະກິດຊີໂນຟາມ (Sinopharm) ໄດ້ຄຸ້ມຄອງການສັກຢາວັກຊີນແບບທົດລອງ ທີ່ກໍາລັງພັດທະນາຢູ່ສອງຊະນິດ ໃຫ້ແກ່ປະຊາຊົນປະມານ 350,000 ຄົນ ຢູ່ນອກຫ້ອງທົດລອງທາງຄິນິກຂອງຕົນ, ອີງຕາມຄໍາເວົ້າຂອງປະທານກຸ່ມບໍລິສັດ CNBG. ບໍລິສັດດັ່ງກ່າວຍັງໄດ້ບໍລິຈາກຢາວັກຊີນທີ່ກໍາລັງພັດທະນາຢູ່ຊະນິດນຶ່ງ ທີ່ກຳລັງດຳເນີນການທົດລອງທາງດ້ານຄລີນິກ ຢູ່ 2 ແສນໂດສຢູ່ເມືອງວູຫານ (Wuhan), ເຊິ່ງເປັນບ່ອນທີ່ໄດ້ມີການລາຍງານວ່າມີການລະບາດເກີດຂຶ້ນທໍາອິດນັ້ນ.

ບໍລິສັດຜະລິດຢາອີກບໍລິສັດນຶ່ງ ຊື່ຊີໂນວັກ ໄບໂອເທັກ (Sinovac Biotech) ໄດ້ສັກໃຫ້ແກ່ພະນັກງານຂອງຕົນໃນສັດສ່ວນ 90 ເປີເຊັນ ແລະສະມາຊິກໃນຄອບຄົວຂອງພວກເຂົາເຈົ້າ, ຫລືປະມານ 3,000 ຄົນ, ອີງຕາມ ທ່ານຢິນ ເວດົງ (Yin Weidong), ຜູ້ອຳນວຍການໃຫຍ່ຂອງບໍລິສັດກ່າວໃນເດືອນນີ້.

ທ່ານຢິນ (Yin) ກ່າວຕໍ່ສື່ມວນຊົນຂອງທາງການຈີນວ່າ "ປັດຈຸບັນ, ປະຊາຊົນຫຼາຍໝື່ນຄົນ ໃນນະຄອນຫຼວງປັກກິ່ງ ຄວນໄດ້ຮັບການສັກຢາວັກຊີນຂອງ Sinovac,".

ໃນອີກດ້ານນຶ່ງຕ່າງຫາກ, ປັກກິ່ງກໍ່ໄດ້ໃຫ້ການອະນຸມັດໃນເດືອນມິຖຸນາໃຫ້ສະ ມາຊິກຂອງກຳລັງປະກອບອາວຸດໄດ້ຮັບການສັກຢາວັກຊີນທົດລອງທີ່ພັດທະນາໂດຍບໍລິສັດແຄນຊີໂນ ໄບໂອໂລຈິກສ໌ (CanSino Biologics), ເຊິ່ງແມ່ນບໍລິສັດການຢາຊີວະພາບທີ່ໄດ້ຮັບການສະໜັບສະໜູນ ຈາກທະຫານ.

ຜູ້ຊ່ຽວຊານຕ່າງປະເທດໄດ້ວິພາກວິຈານການນໍາໃຊ້ວັກຊີນທົດລອງກ່ອນການທົດລອງທາງດ້ານຄລີນິກສຳເລັດລົງ.

ດຣ. ອາເທີ ແຄບແລນ (Arthur Caplan), ຫົວໜ້າພະແນກຈັນຍາບັນດ້ານການແພດຂອງໂຮງຮຽນແພດສາດ Grossman ຂອງມະຫາວິທະຍາໄລຢອກ (York) ກ່າວວ່າ "ມັນບໍ່ສົມເຫດສົມຜົນ ແລະເປັນອັນຕະລາຍທີ່ຈະແຈກຢາຍຢາວັກຊີນທີ່ໄດ້ຮັບການທົດລອງໜ້ອຍທີ່ສຸດ ທີ່ບໍ່ມີການພິມເຜີຍແຜ່ໃດໆກ່ຽວກັບມັນເລີຍນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG