ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຊ່ຽວຊານ​​ເວົ້າວ່າ ການ​ຂວ້ຳ​ບາດ​ທາງ​ການທູດ ຂອງ ​ສຫລ ​ຕໍ່​​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ ຈະ​​ທຳ​ລາຍ​​ຄວາມຫວັງ​ ທາງ​ການ​ທູດຂອງ​​​ໂຊ​ລ​​


ພະ​ນ​ັກ​ງານ​ນັ່ງ​ຢູ່​ໃກ້​ກັບ​ກະ​ດານທີ່​ມີ​ເຄື່ອງ​ໝາຍ​ງານ​ກິ​ລາ​ລະ​ດູ​ໜາວ 2022 ຢູ່​ສູນ​ກິ​ລາ​ລອຍ​ນ້ຳ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັ​ນ​ທີ 1 ເມ​ສາ 2021
ພະ​ນ​ັກ​ງານ​ນັ່ງ​ຢູ່​ໃກ້​ກັບ​ກະ​ດານທີ່​ມີ​ເຄື່ອງ​ໝາຍ​ງານ​ກິ​ລາ​ລະ​ດູ​ໜາວ 2022 ຢູ່​ສູນ​ກິ​ລາ​ລອຍ​ນ້ຳ​ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັ​ນ​ທີ 1 ເມ​ສາ 2021

ນັກ​ຊ່ຽວຊານ​ກ່າວ​ວ່າ ການ​ຂວ້ຳ​ບາດ​ທາງ​ການ​ທູດ ​ຂອງ​ສະຫະລັດ​ຕໍ່ການ​ແຂ່ງ​ຂັນ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຄວາມ​ພະຍາຍາມ​ຂອງໂຊ​ລ​ໃນ​ການ​ຟື້ນ​ຟູ​ສາຍ​ສຳ​ພັນ​ທາງການ​ທູດ​ກັບ​ເກົາຫລີ​ເໜືອ.

ໃນອາທິດແລ້ວນີ້, ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນກ່າວວ່າ ຄະ​ນະ ລັດ​ຖະ​ບານຂອງ​ທ່ານ "ກຳ​ລັງພິຈາລະນາ" ການຂວ້ຳ​ບາດທາງການທູດຕໍ່ການ ແຂ່ງຂັນກິລາໂອລິມປິກລະດູໜາວປີ 2022 ທີ່​ຈະ​ຈັດໃນເດືອນກຸມພານັ້ນ.

ການຂວ້ຳ​ບາດດັ່ງກ່າວ ​ໝາຍ​ຄວາມ​ວ່າ​ສະຫະລັດ​ຈະ​ບໍ່​ສົ່ງ​ເຈົ້າ​ໜ້າ​ທີ່​ລັດຖະບານ​ເຂົ້າ​ຮ່ວມ​ງານ​ກິລາ​ລະດູ​ໜາວທີ່​ວ່ານີ້ ​ເຖິງ​ແມ່ນ​ວ່າຕົນ ຈະ​ອະນຸຍາດ​ໃຫ້​ນັກ​ກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນກໍ​ຕາມ.

ກຸ່ມ​ປົກ​ປ້ອງສິດທິມະນຸດຫຼາຍກຸ່ມ ແລະສະມາຊິກລັດຖະສະພາບາງຄົນໄດ້ຮຽກ ຮ້ອງໃຫ້ມີການຂວ້ຳ​ບາດທາງການທູດຂອງສະຫະລັດ ຕໍ່ການແຂ່ງຂັນກິລາໂອລິມປິກປັກກິ່ງ, ໂດຍອ້າງເຖິງການລະເມີດສິດທິມະນຸດຂອງປັກກິ່ງ.

​ເກົາຫຼີ​ໄດ້​ຊຸກຍູ້​ໃຫ້​ມີການ​ປະກາດ​ໃນ​ການ​ສິ້ນ​ສຸດ​ສົງຄາມ​ເກົາຫຼີ. ສົງຄາມ​ຄັ້ງ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ສັນຍາ​ສະ​ຫງົບ​ເສິກ​ຂອງເກົາຫຼີ​ໃນ​ປີ 1953, ​ເຊິ່ງໄດ້ປະກາດ​ການຢຸດ​ຍິງ​ຫລາຍກວ່າສັນ​ຍາ​ສັນຕິພາບ​ໂດຍ​ເຕັມ.

ອ​່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG