ໄທ ມີຄວາມປາດຖະໜາຢາກເຂົ້າເປັນສະມາຊິກ ຂອງກຸ່ມ BRICS ປະເທດທໍາອິດຈາກຂົງເຂດເອເຊຍຕາເວັນອອກສ່ຽງໃຕ້, ເຊິ່ງເປັນກຸ່ມທາງດ້ານພູມສາດການເມືອງຂອງບັນດາປະເທດກໍາລັງພັດທະນາ ລວມມີ ບຣາຊີລ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້.
ຄະນະລັດຖະບານຂອງໄທ ໄດ້ອະນຸມັດຮ່າງເອກະສານຂໍສະໝັກເຂົ້າເປັນສະມາຊິກ ໃນວັນທີ 28 ພຶດສະພາ ທີ່ຜ່ານນີ້, ໂດຍສະແດງໃຫ້ເຫັນຄວາມຕັ້ງໃຈຂອງປະເທດ ທີ່ຈະເຂົ້າຮ່ວມນໍາກຸ່ມດັ່ງກ່າວ.
ແຕ່ບັນດານັກຊ່ຽວຊານສະເໜີໃຫ້ເຫັນວ່າ ການເຂົ້າເປັນສະມາຊິກ ອາດຈະສະໜອງໃຫ້ປະເທດໄທ, ເຊິ່ງເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງເອເຊຍຕາເວັນອອກສ່ຽງໃຕ້, ໂດຍສ່ວນໃຫຍ່ແມ່ນເປັນສັນຍະລັກ ແທນທີ່ຈະໄດ້ຮັບຜົນປະໂຫຍດຢ່າງຈິງຈັງ ລວມມີ ສັນຍາການຄ້າເສລີທີ່ມີຢູ່ແລ້ວ ກັບບັນດາປະເທດຕ່າງໆ ເຊັ່ນ: ຈີນ.
ແນວໃດກໍຕາມ, ລັດຖະບານຂອງນາຍົກລັດຖະມົນຕີ ທ່ານເສດຖາ ທະວີສິນ ມີແຜນຈະດໍາເນີນການຍື່ນຄຳຮ້ອງຂໍສະຫມັກຕໍ່ໄປ ໃນລະຫວ່າງກອງປະຊຸມສຸດຍອດຂອງກຸ່ມ BRICS ທີ່ຈະຈັດຂຶ້ນໃນເດືອນຕຸລາ ຢູ່ເມືອງຄາຊານ (Kazan), ປະເທດ ຣັດເຊຍ.
ໄທຄາດວ່າ ການເຂົ້າເປັນສະມາຊິກໃນກຸ່ມ BRICS ຂອງຕົນ ຈະເພີ້ມທະວີການມີສ່ວນຮ່ວມໃນນະໂຍບາຍເສດຖະກິດສາກົນ ແລະ “ສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກໃໝ່,” ອີງຕາມຖະແຫຼງການໂດຍໂຄສົກລັດຖະບານ ທ່ານຊາຍ ວາຊາຣົງ (Chai Wacharonke).
ທ່ານມິເຫຣາ ປາປາ (Mihaela Papa), ສະມາຊິກອາວຸໂສຂອງໂຮງຮຽນ Fletcher ຢູ່ທີ່ມະຫາວິທະຍາໄລ Tufts ກ່າວຕໍ່ VOA ຜ່ານທາງອີເມລວ່າ “ແນ່ນອນ, ການເຂົ້າຮ່ວມກຸ່ມ BRICS ຂອງໄທ ໝາຍເຖິງການເປີດວາລະ ແລະອິດທິພົນຂອງຈີນ ພ້ອມທັງ ຣັດເຊຍ ໃຫ້ຫຼາຍຂຶ້ນກວ່າເກົ່າ.”
ຄວາມກະຕືລືລົ້ນໃນການເຂົ້າຮ່ວມກຸ່ມ BRICS ຂອງໄທ ທີ່ສະຫນັບສະຫນູນຄວາມພະຍາຍາມໂດຍຜູ້ຮ່ວມກໍ່ຕັ້ງ ຈີນ ແລະ ຣັດເຊຍ ເພື່ອຂະຫຍາຍອິດທິພົນທາງດ້ານເສດຖະກິດຂອງພວກເຂົາ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້, ອີງຕາມການກ່າວຕໍ່ VOA ຂອງ ທ່ານຊຸມຢາ ບາວມິກ (Soumya Bhowmick), ສະມາຊິກສະມາຄົມຂອງອົງການ Observer Research Foundation ໃນເມືອງໂກລກາຕ້າ (Kolkata), ປະເທດອິນເດຍ.
ທ່ານກ່າວວ່າ “ໂດຍການເຂົ້າຮ່ວມໃນກຸ່ມ BRICS, ໄທ ຈະສາມາດປະກອບສ່ວນໃນການສ້າງອິດທິພົນດ້ານນະໂຍບາຍເສດຖະກິດທົ່ວໂລກຂອງກຸ່ມ, ໂດຍສະເພາະ ແມ່ນການສະໜັບສະໜູນເປົ້າໝາຍຍຸດທະສາດຢູ່ໃນພາກພື້ນ ຂອງ ຈີນ ແລະ ຣັດເຊຍ.”
ຟໍຣັມສະແດງຄວາມຄິດເຫັນ