ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນ​ດາ​ ຜູ້​ຊ່ຽວ​ຊານ ກວດ​ສອບ ເບິ່ງຄວາມ​ກ້າ​ວ​ໜ້າ ​ໃນການ​ເດີ​ນ​ທາງ ໄປ​ເກົາ​ຫຼີ​ເໜືອ ຂອງ ທ່ານ​ພອມ​ພຽວ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ສຫລ ທ່ານ​ໄມ​ຄ໌ ພອມ​ພຽວ ເດີນ​ທາງ​ໄປ​ເຖິງ​ຖານ​ທັບ​ອາ​ກາດ​ໂອ​ຊານ ໃນ​ເມືອງປີ​ຢັງ​ເຕັກ ໃນ​ເກົາ​ຫຼີ​ໃຕ້ ວັນ​ທີ 7 ຕຸ​ລາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ ສຫລ ທ່ານ​ໄມ​ຄ໌ ພອມ​ພຽວ ເດີນ​ທາງ​ໄປ​ເຖິງ​ຖານ​ທັບ​ອາ​ກາດ​ໂອ​ຊານ ໃນ​ເມືອງປີ​ຢັງ​ເຕັກ ໃນ​ເກົາ​ຫຼີ​ໃຕ້ ວັນ​ທີ 7 ຕຸ​ລາ 2018.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ​ຮ້ອງ​ການ​ເດີນ​ທາງ​ຂອງ​ທ່ານ​
ໄປ​ພຽງ​ຢາງ ​ຫວ່າງ​ມໍ່ໆ​ມ​າ​ນີ້ວ່າ ​ປະ​ສົບ​ຜົນ​ສຳ​ເລັດ ແຕ່​ວ່າ​ບັນ​ດາ​ຜູ້​ຊ່ຽວ​ຊານ​ທີ່​ມີ​ປະ​ສົບ
​ການ​ໃນ​ການ​ເຈ​ລະ​ຈາ​ກັບ​ພຽງ​ຢາງຍັງ​ບໍ່ທັນ​ເປັນ​ທີ່​ຈະແຈ້ງ​ວ່າ ​ທ່ານ​ໄດ້​ບັນ​ລຸຫຍັງ​ແທ້
ໃນ​ການ​ພົບ​ປະ​ຂອງ​ທ່ານ​ກັບ​ຜູ້​ນຳເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ນັ້ນ.

ທ່ານ​ພອມ​ພຽວ ໄດ້ເດີນ​ທາງ​ເທື່ອ​ທີສີ່ໄປ​ພຽງ​ຢາງໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ແລະ​ໄດ້​ພົບ
​ກັບ​ທ່ານ​ກິມ ເພື່ອ​ຫາ​ລື​ກ່ຽວ​ກັບ​ບາດ​ກ້າວ​ຕ່າງໆ ທີ່​ເກົາ​ຫຼີ​ເໜືອພໍ​ທີ່​ຈະເອົາ​ໄດ້ ເພື່ອ​ກ້າວ
​ໄປ​ສູ່​ການເປັນ​ປະ​ເທດ​ປອດ​ອາ​ວຸດ​ນິວ​ເຄ​ລຍ ແລະ​ກະ​ກຽມ​ຕໍ່​ການ​ປະ​ຊຸມ​ສຸດ​ຍອດ​ເທື່ອ
​ທີ​ສອງ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ​ທ​ຣຳ ແລະ​ທ່ານ​ກິມ.

ເມື່ອເດີນ​ທາງໄປ​ເຖິງ​ນະ​ຄອນ​ຫຼວງ​ໂຊລ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ຫຼັງ​ຈາ​ກໄດ້​ພົບ​ປະກັບ
ຜູ້​ນຳ​ເກົາ​ຫຼີ​ເໜືອ​ຢູ່ພຽງ​ຢາງ​ແລ້ວ ທ່ານ​ພອມ​ພຽວ​ກ່າວ​ວ່າ “ມີ​ຄວາມ​ກ້າວ​ໜ້າ​ທີ່ສຳ​ຄັນ”
​ໃນ​ການ​ສົນ​ທະ​ນາ​ກັບ​ທ່ານກິມ ແລະເຂົາ​ເຈົ້າ “ໃກ້​ຈະ” ຕົກ​ລົງ​ກ່ຽວ​ກັບ​ລາຍ​ລະ​ອຽ
​ຂອງ​ກອງປະ​ຊຸມ​ສຸດຍອດຄັ້ງ​ທີ​ສອງ.

ທ່ານ​ພອມ​ພຽວ​ຍັງ​ກ່າວ​ວ່າ ທ່ານ​ກິມ​ຍັງ​ເຫັນ​ພ້ອມ​ທີ່​ຈະ​ເປີດ ບ່ອນ​ທົດ​ລອງ​ນິວ​ເຄ​ລຍ​
ຂອງ​ເກົາ​ຫຼີ​ເໜືອ​ຢູ່​ທີ່ພັງ​ກາຍ-ຣີ ແລະບ່ອນ​ທົດ​ລອງ​ຈັກ​ລູກ​ສອນ​ໄຟ​ໂຊແຮ ໃຫ້​ແກ່​ບັນ​
ດາ​ຜູ້ກວດ​ກາ​ສາ​ກົນ.

ທ່ານ​ເອເວິນສ໌ ຣີ​ແວ​ຣ ອະ​ດີດ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຕ່າງ​ປະ​ເ​ທ​ດ​ຄົນ​ນຶ່ງ ຜູ້​ທີ່​ໄດ້​ເຈ​ລະ​ຈາ​
ກັບ​ເກົາ​ຫຼີ​ເໜືອ ແລະ​ບັດ​ນີ້​ ເປັນ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ ຢູ່ສະ​ຖາ​ບັນ​ບ​ຣຸກກິ່ງ ກ່າວ​ວ່າ
“ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ຢ່າງ​ຖີ່​ຖ້ວນ​ກ່ຽວ​ກັບ​ຮ່ອງ​ຮອຍ​ຂອງ​ກ້າວ​ໜ້າ​ທີ່​ສຳ​ຄັນໃດໆ ​ທີ່ໄດ້
​ມີ​ຂຶ້ນ​ກ່ຽວ​ກັບ​ການປົດ​ອາ​ວຸດ​ນິວ​ເຄ​ລຍ ແຕ່​ບໍ່​ໄດ້​ພົບ​ເຫັນ​ຫຍັງ​ໝົດ.”

ທ່ານ​ເຄນ ກາວ​ສ໌ ຫົວ​ໜ້າ​ຫ້ອງ​ການ​ກຸ່ມ​ພົວ​ພັນ​ສາ​ກົນ ຢູ່​ສູນ​ກາງວິ​ເຄາະກອງເຮືອຍັງ
​ມີ​ຄວາມ​ສົງ​ໄສຢູ່ວ່າ ​ໄດ້​ມີ​ການ​ເອົາ​ບາດ​ກ້າວທີ່​ມີຄ​ວາມ​ໝາຍໃດໆ​ໃນ ​ລະ​ຫວ່າງ​ການ
​ພົບ​ປະ​ເທື່ອ​ຫ​ລ້າ​ສຸດ​ຂອງ​ທ່ານ​ພອມ​ພຽວ​ກັບ​ທ່ານ​ກິມ.​

ຮູບ​ພາຍ​ຈາກ​ດາວ​ທຽມ ວັນ​ທີ 23 ພຶດ​ສະ​ພາ 2018 ໂດຍ​ດີ​ຈີ​ຕອນກ​ໂລບ ສະ​ແດງ​ໃຫ້​ເຫັນ​ບ່ອນ​ທົດ​ລອງອາ​ວຸດ​ນິວ​ເຄ​ລຍພັງ​ກາຍ-ຣີ ໃນ​ເກົາ​ຫຼີ​ເໜືອ.
ຮູບ​ພາຍ​ຈາກ​ດາວ​ທຽມ ວັນ​ທີ 23 ພຶດ​ສະ​ພາ 2018 ໂດຍ​ດີ​ຈີ​ຕອນກ​ໂລບ ສະ​ແດງ​ໃຫ້​ເຫັນ​ບ່ອນ​ທົດ​ລອງອາ​ວຸດ​ນິວ​ເຄ​ລຍພັງ​ກາຍ-ຣີ ໃນ​ເກົາ​ຫຼີ​ເໜືອ.

ທ່ານ​ກາວ​ສ໌ ກ່າວ​ວ່າ “ຂ້າ​ພະ​ເຈົ້າປະ​ຫຼາດໃຈ​ນ້ອຍ​ນຶ່ງ ​ທີ່​ທ່ານ​ກ່າວ​ວ່າ ໄດ້​ມີ​ຄວາມ​ຄືບ
​ໜ້າ​ທີ່​ສຳ​ຄັນ ເພາະ​ວ່າ​ບໍ່​ມີ​ຜູ້​ໃດ​ປາ​ກົດ​ວ່າ​ມີ​ຂໍ້​ມູນ​ໃດໆສະ​ເໜີ​ແນະ​ວ່າ ມີບາງ​ສິ່ງ​ບາງ
​ຢ່າງ​ທີ່​ສຳ​ຄັນ​ໄດ້​ເກີດ​ຂຶ້ນ.”

ທ່ານ​ຣີ​ແວ​ຣກ່າວ​ວ່າ ເກົາ​ຫຼີ​ເໜືອໄດ້ສວຍໃຊ້​ບ່ອນ​ທົດ​ລອງ​ຂອງ​ຕົນ​ເປັນ “​ເຫ​ຍື່ອ​ຕໍ່​
ລອງ” ເພື່ອ​ໄດ້​ຮັບ​ການ​ຜ່ອນ​ຜັນ​ຈາກ​ສະ​ຫະ​ລັດ.

ຮູ​ບ​ພາບ​ຈາກ​ດາວ​ທຽມ ວັນ​ທີ 22 ກໍ​ລະ​ກົດ 2018 ສະ​ແດງ​ໃຫ້​ເຫັນ​ອັນ​ທີ່​ກຸ່ມ​ຄົ້ນ​ຄວ້າ​ສະ​ຫະ​ລັດ ກ່າວ​ວ່າ​ສະ​ຖານ​ທີ່​ຍິງ​ຈະ​ຫຼວດ​ໄດ້​ຖືກ​ທັບ​ມ້າງ​ເປັນ​ບາງ​ສ່ວນ ທີ່​ຖານ​ຍິງ​ໂຊເຮ ເກົາ​ຫຼີ​ເໜືອ.
ຮູ​ບ​ພາບ​ຈາກ​ດາວ​ທຽມ ວັນ​ທີ 22 ກໍ​ລະ​ກົດ 2018 ສະ​ແດງ​ໃຫ້​ເຫັນ​ອັນ​ທີ່​ກຸ່ມ​ຄົ້ນ​ຄວ້າ​ສະ​ຫະ​ລັດ ກ່າວ​ວ່າ​ສະ​ຖານ​ທີ່​ຍິງ​ຈະ​ຫຼວດ​ໄດ້​ຖືກ​ທັບ​ມ້າງ​ເປັນ​ບາງ​ສ່ວນ ທີ່​ຖານ​ຍິງ​ໂຊເຮ ເກົາ​ຫຼີ​ເໜືອ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG