ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໕ ມັງກອນ ໒໐໒໕

ເທັກໂນໂລຈີຂອງ ຣັດເຊຍ ອາດຍົກລະດັບຄວາມອາດສາມາດ ລູກສອນໄຟຂີປະນາວຸດ ICBM ຂອງ ເກົາຫຼີເໜືອ


ແຟ້ມຮູບ-ພາບດັ່ງກ່າວນີ້ ຖືກຖ່າຍ ແລະໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ KCNA ຂອງເກົາຫຼີເໜືອ ເມື່ອວັນທີ 31 ຕຸລາ 2024, ສະແດງໃຫ້ເຫັນການຍິງລູກສອນໄຟຂີປະນາວຸດຂ້າມທະວີບ ໃນລະຫວ່າງການທົດລອງຍິງ ໂດຍໜ່ວຍງານດ້ານລູກສອນໄຟຂອງລັດຖະບານ ຢູ່ຂົງເຂກທີ່ບໍ່ໄດ້ລະບຸເຖິງ, ໃນເກົາຫຼີເໜືອ.
ແຟ້ມຮູບ-ພາບດັ່ງກ່າວນີ້ ຖືກຖ່າຍ ແລະໄດ້ຮັບການເຜີຍແຜ່ໂດຍອົງການຂ່າວ KCNA ຂອງເກົາຫຼີເໜືອ ເມື່ອວັນທີ 31 ຕຸລາ 2024, ສະແດງໃຫ້ເຫັນການຍິງລູກສອນໄຟຂີປະນາວຸດຂ້າມທະວີບ ໃນລະຫວ່າງການທົດລອງຍິງ ໂດຍໜ່ວຍງານດ້ານລູກສອນໄຟຂອງລັດຖະບານ ຢູ່ຂົງເຂກທີ່ບໍ່ໄດ້ລະບຸເຖິງ, ໃນເກົາຫຼີເໜືອ.

ເທັກໂນໂລຈີດ້ານອະວະກາດຂອງຣັດເຊຍ, ຖ້າໄດ້ຖືກໂອນໄປໃຫ້ພຽງຢາງ ໃນການຊົດເຊີຍສຳລັບການສະໜັບສະໜູນສົງຄາມຂອງມົສກູ ຕໍ່ຢູເຄຣນ ອາດເສີມຂະຫຍາຍຄວາມອາດສາມາດຂອງລູກສອນໄຟຂີປະນາວຸດຂ້າມທະວີບ ຫຼື ICBM, ອີງຕາມການກ່າວຂອງບັນດານັກຊ່ຽວຊານ ສະຫະລັດ.

“DPRK ຫຼື ເກົາຫຼີເໜືອ ໄດ້ຮັບອຸປະກອນດ້ານການທະຫານຂອງຣັດເຊຍ ແລະການຝຶກຫັດ” ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນຜ່ານມາ ຢູ່ໃນນະຄອນຫຼວງໂຊລ. ທ່ານກ່າວຕື່ມວ່າ “ດຽວນີ້ ພວກເຮົາມີເຫດຜົນທີ່ເຊື່ອວ່າ ມົສກູ ມີເຈຕະນາຈະແບ່ງປັນເທັກໂນໂລຈີດ້ານອາວະກາດ ແລະດາວທຽມ ທີ່ກ້າວໜ້າໃຫ້ແກ່ພຽງຢາງ.”

ອີງຕາມເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ, ເກົາຫຼີເໜືອ ໄດ້ສົ່ງທະຫານກະປະມານ 12,000 ຄົນໄປປະຈຳການໃນ ຣັດເຊຍ ເຊິ່ງປະມານ 1,000 ຄົນໃນນັ້ນ ໄດ້ລົ້ມຕາຍໄປແລ້ວໃນການຕໍ່ສູ້ກັບທະຫານຢູເຄຣນ ໃນຂົງເຂດເຄີຣຄ໌ ຂອງຣັດເຊຍ.

ບັນດານັກການທູດຂັ້ນສູງ ແລະບັນດານັກວິເຄາະດ້ານການປ້ອງກັນ ໄດ້ກ່າວມາຫຼາຍເດືອນ ວ່າ ເກົາຫຼີເໜືອ ຄາດໝາຍວ່າ ຈະໄດ້ຮັບການຊ່ອຍເຫຼືອດ້ານເທັກນິກ ສຳລັບນິວເຄລຍ ແລະໂຄງການລູກສອນໄຟໃນການຕອບແທນ.

ທ່ານຣອບເບີດ ປີເຕີສ ນັກຄົ້ນຄວ້າ ດ້ານການຢັບຢັ້ງການໃຊ້ອາວຸດນິວເຄລຍ ແລະການປ້ອງກັນຂີປະນາວຸດ ຢູ່ທີ່ ມູນນິທິ ແຮຣິເທຈ໌ (Heritage Foundation) ໄດ້ສະເໜີແນະວ່າ ການຊ່ອຍເຫຼືອດ້ານເທັກນິກຂອງຣັດເຊຍໃດໆນັ້ນ ໜ້າຈະແນໃສ່ການພັດທະນາໂຄງການ ICBM ຂອງພຽງຢາງ ພາຍໃຕ້ການປິດບັງຂອງໂຄງການດາວທຽມທີ່ບໍ່ແມມ່ນດ້ານການທະຫານ, ອັນເປັນການແກ້ໄຂສຳລັບການສົ່ງຍານອະວະກາດໄປໃນອາວະກາດ ທີ່ສາມາດນຳໄປໃຊ້ກັບລູກສອນໄຟຂີປະນາວຸດໄດ້.

ທ່ານປີເຕີສ ກ່າວຕໍ່ ວີໂອເອພະແນກພາສາເກົາຫຼີ ໃນວັນອັງຄານ ວ່າ “ມັນເປັນຄວາມທ້າທາຍຫຼາຍທາງດ້ານການເມືອງສຳລັບຣັດເຊຍ ທີ່ຈະປະກາດວ່າ ຕົນຈະຊ່ອຍເຫຼືອເກົາຫຼີເໜືອ ກັບໂຄງການ ICBM ຂອງຕົນ.”

ທ່ານກ່າວຕື່ມວ່າ “ຊາວຣັດເຊຍ ສາມາດເຫັນການປົກປິດນີ້ ‘ທີ່ວ່າ ພວກເຮົາພຽງແຕ່ຊ່ອຍເກົາຫຼີເໜືອ ກັບໂຄງການດາວທຽມເທົ່ານັ້ນ.’ ແຕ່ຂ້າພະເຈົ້າບໍ່ຄິດວ່າ ຈະມີຜູ້ໃດຕົກໂງ່ໂດຍອັນນີ້.”

ອີງຕາມທ່ານປີເຕີສ ແລ້ວ ສອງພາກສ່ວນທີ່ເກົາຫຼີເໜືອ ຈະໄດ້ຮັບຜົນປະໂຫຍດຫຼາຍສົມຄວນຈາກໂຄງການອາວະກາດຂອງຣັດເຊຍ ກໍຄື: ຄວາມແມ່ນຢຳ ແລະຄວາມມີປະສິດທິພາບ ທັງສອງຢ່າງນີ້ ເຊິ່ງເປັນການນຳສົ່ງທີ່ສຳຄັນຍິ່ງ ຫົວນິວເຄລຍຢ່າງມີປະສິດທິຜົນ.

“ການສຳເອົາຊຸດຫົວນິວເຄລຍໄປຍັງເປົ້າໝາຍນັ້ນ ບໍ່ແມ່ນວຽກນ້ອຍໆ” ທ່ານປີເຕີສ ອະທິບາຍ ແລະກ່າວຕໍ່ໄປວ່າ “ແລະສະຫະລັດ ແລະຣັດເຊຍພ້ອມ ຕະຫຼອດໄລຍະ 35 ປີຜ່ານມາ ກໍຄິດຫາທາງອອກໄດ້ ທີ່ຈະນຳເອົາຫົວນິວເຄລຍ ໄປຍັງເປົ້າໝາຍ ໃນວິທີທາງທີ່ບໍ່ອາດເປັນໄປໄດ້ ໃນລະຫວ່າງສົງຄາມເຢັນ.”

ອ່ານຂ່າວນີ້ໃນພາສາອັງກິດ

Russian space technologies, if transferred to Pyongyang in compensation for its support of Moscow’s war on Ukraine, could enhance North Korea’s intercontinental ballistic missile capabilities, U.S. experts say.

“The DPRK [North Korea] is already receiving Russian military equipment and training,” U.S. Secretary of State Antony Blinken told reporters Monday in Seoul. “Now, we have reason to believe that Moscow intends to share advanced space and satellite technology with Pyongyang.” [[ https://www.voanews.com/a/blinken-china-north-korea-helping-drive-russia-s-war-in-ukraine/7925593.html ]]

According to U.S. defense officials, North Korea has deployed an estimated 12,000 troops to Russia, of which roughly 1,000 have already fallen casualty to fighting Ukrainians in Russia’s Kursk region. [[ https://www.defense.gov/News/Transcripts/Transcript/Article/4018066/pentagon-deputy-press-secretary-sabrina-singh-hosts-press-gaggle/ ]]

Top diplomats and defense analysts for months have said North Korea anticipates Russian technical assistance for nuclear and missile programs in exchange. ((EMBED with bolded text for publication: https://www.voanews.com/a/north-korea-eyes-russian-military-assistance-in-exchange-for-ukraine-troop-deployment-/7839366.html ))

Robert Peters, research fellow for nuclear deterrence and missile defense at the Heritage Foundation, suggested that any of Russia's technological assistance would likely aim to develop Pyongyang’s ICBM program under the guise of non-military satellite programs, as solutions for space launch vehicles can be applied to ballistic missiles.

“It would be politically very challenging for Russia to announce that it is going to help North Korea with its ICBM program,” Peters told VOA’s Korean Service on Tuesday. “Russians are able to have this fig leaf of, ‘Well, we’re just helping North Korea with a satellite program.’ But I don't think anyone's fooled by this.”

According to Peters, two areas where North Korea could sustantially from Russia’s space program: accuracy and reliability, both of which are crucial for delivering nuclear warheads effectively.

“Getting the actual warhead package on target is no small task,” he explained. “And the United States and also Russia has, over the past 35 years, figured out a way to get warheads on target in a way that was not possible during the Cold War.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG