ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີ​ມນັກ​ຊ່ຽວຊານ​ນາໆ​ຊາດ​ ​ໄດ້​ໄປ​ຮອດ​ບ່ອນ​ຖ້ຽວ​ບິນ MH 17 ຕົກແລ້ວ (ສະໄລດ໌/ວີດີໂອ)


ທະຫານຢູເຄຣນ ຄົນນຶ່ງ ຢືນຍາມຢູ່ໃກ້ກັບ ຂະບວນລົດ ຂອງອົງການ​ຄວາມ​ໝັ້ນຄົງ​ແລະ​ການ​ຮ່ວມ​ມື​ ໃນ​ຢູ​ໂຣບ ທີ່ພະຍາຍາມເຂົ້າໄປຍັງ​ບ່ອນ​ຖ້ຽວ​ບິນ MH 17 ຂອງສາຍ​ການບິນ​ມາ​ເລ​ເຊຍ ຕົກ ຢູ່ຂົງເຂດເມືອງ Donetsk ໃນພາກຕາເວັນອອກ ຂອງຢູເຄຣນ, ວັນທີ 31 ກໍລະກົດ 2014.
ທະຫານຢູເຄຣນ ຄົນນຶ່ງ ຢືນຍາມຢູ່ໃກ້ກັບ ຂະບວນລົດ ຂອງອົງການ​ຄວາມ​ໝັ້ນຄົງ​ແລະ​ການ​ຮ່ວມ​ມື​ ໃນ​ຢູ​ໂຣບ ທີ່ພະຍາຍາມເຂົ້າໄປຍັງ​ບ່ອນ​ຖ້ຽວ​ບິນ MH 17 ຂອງສາຍ​ການບິນ​ມາ​ເລ​ເຊຍ ຕົກ ຢູ່ຂົງເຂດເມືອງ Donetsk ໃນພາກຕາເວັນອອກ ຂອງຢູເຄຣນ, ວັນທີ 31 ກໍລະກົດ 2014.

ທີ​ມນັກ​ຊ່ຽວຊານ​ນາໆ​ຊາດ​ຄະນະ​ນຶ່ງ ​ໄດ້​ໄປ​ຮອດ​ບ່ອນ​
ຖ້ຽວ​ບິນ MH 17 ຂອງສາຍ​ການບິນ​ມາ​ເລ​ເຊຍ ຕົກ ​ໃນ
​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ​ເປັນ​ເທື່ອ​ທຳ​ອິດ​ ໃນ​ວັນ
​ພະຫັດ​ມື້​ນີ້ ຫລັງ​ຈາກ​ໄດ້​ພະຍາຍາມ ​ຢ່າງບໍ່​ສຳ​ເລັດຜົນ
ມາ​ເປັນ​ເວລາ​ຫລາຍມື້ ຍ້ອນ​ຄວາມ​ຮຸນ​ແຮງ​ ຢູ່​ໃນເຂດ​
ດັ່ງກ່າວ​ທີ່​ຄວບ​ຄຸມ​ໂດຍ​ພວກ​ຢາກ​ແບ່ງ​ແຍກ​ດິນ​ແດນ​ນັ້ນ.

ອົງການ​ຄວາມ​ໝັ້ນຄົງ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບ​ ໄດ້​ປະກາດ
​ໃຫ້​ຊາບກ່ຽວ​ກັບການ​ເຄື່ອນ​ໄຫວ​ດັ່ງກ່າວ​ໃນ​ມື້​ນີ້. ການ​ເຂົ້າ​ໄປ
​ເຖິງ​ບໍລິ​ເວນ​ດັ່ງກ່າວ ​ແມ່ນ​ໝາຍ​ຄວາມ​ວ່າ ບັດ​ນີ້ ຄະນະ​ຊ່ຽວຊານ
ຈະ​ສາມາດ​ເລີ້ມ​ຕົ້ນ​ເກັບ​ກຳ​ເອົາ​ຫລັກ​ຖານ​ທີ່​ສຳຄັນໆ​ຈາກ​ບ່ອນ​
ເຮືອບິນ​ຕົກ ​ຕະຫລອດ​ທັງຊາກ​ສົບ ​ທີ່​ຍັງບໍ່​ໄດ້​ຖືກ​ຍົກຍ້າຍ​ ​ແລະ​ຈັດ​ສົ່ງ​ໄປ​ຍັງ​ເນ​ເທີ​ແລນ
​ເພື່ອ​ພິສູດ​ຊື່​ສຽງເທື່ອນັ້ນ.

ສ່ວນ​ທາງຢູ​ເຄຣນ ​ກໍໄດ້​ປະ​ກາດ ຍຸດ​ການ​ຕໍ່ສູ້ກັບ​ພວກແບ່ງ​ແຍກດິນ​ແດນ​ນິຍົມຣັດ​ເຊຍ
​ໃນພາກ​ຕາ​ເວັນ​ອອກຂອງ​ຢູ​ເຄຣນ ​ເປັນ​ເວລານຶ່ງມື້ ​ເພື່ອ​ປ່ອຍໃຫ້ບັນດາ​ນັກ​ສືບສວນ​
ສອບ​ສວນ​ສາ​ກົນ ​ເຂົ້າ​ໄປເຖິງ​ບໍລິ​ເວນ ຂອງເຮືອບິນຕົກ​ນັ້ນ.


ລັດຖະບານ Kyiv ກ່າວ​ວ່າ ການ​ເອົາບາດ​ກ້າວດັ່ງກ່າວໃນວັນ​ພະຫັດ​ມື້ນີ້ ​ແມ່ນ​ເປັນ​ການ
​ສະໜອງຕອບ​ຄຳຮຽກຮ້ອງ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban
Ki-moon ​ທີ່​ຂໍໃຫ້​ຍຸດຕິ​ການ​ຕໍ່ສູ້​ກັນ​ ​ແລະ​ປ່ອຍ​ໃຫ້​ທີ​ມສືບສວນ​ນໆ​ຊາດ​ເຂົ້າ​ໄປ.

ບັນດາຄອບ​ຄົວ​ຂອງ​ພວກ​ໄດ້​ຮັບເຄາະຮ້າຍຈາກເຮືອບິນ​ຕົກ​ນັ້ນ ຊຶ່ງ​ໄດ້​ເຮັດ​ໃຫ້ ລູກ​ເຮືອ
​ພ້ອມ​ດ້ວຍ​ຜູ້​ໂດຍສານ​ທັງ​ໝົດ 298 ຄົນ​ເສຍ​ຊີວິດ ​ໃນ​ວັນ​ທີ 17 ກໍລະກົດ​ທີ່​ຜ່ານ​ມານັ້ນ
ຍັງ​ລໍຖ້າ​ດ້ວຍ​ຄວາມ​ກະຕືລື​ລົ້ນ ຢາກໃຫ້ບັນດາ​ນັກ​ສືບສວນ​ສອບ​ສວນ​ສາ​ກົນ ​ເຂົ້າ​ໄປ​ເຖິງ
​ຈຸດ​ເກີດ​ເຫດ. ໂດຍເຊື່ອ​ກັນ​ວ່າ​ ຍັງ​ມີ​ຊິ້ນ​ສ່ວນສົບຢູ່​ສະຖານທີ່​ເກີດ​ເຫດ ຫຼັງຈາກ ຊາກ​ສົບ
ປະມານ 200 ຊຸດ​ ​ໄດ້​ຖືກ​ນຳ​ສົ່ງໄປ​ຍັງ​ເນ​ເທີ​ແລນ​ແລ້ວ ​ເພື່ອ​ພິສູດ​ຊື່​ສຽງ ​ໃນ​ອາທິດ​ແລ້ວ​ນີ້.

UKRAINE VO
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG