ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຜູ້​ຊ່ຽວ​ຊານ​​ວ່າ: ລູກ​ສອນ​ໄຟ ຍິງ​ຈາກເຮືອ​ດຳນ້ຳ ​​ຂອງເກົາ​ຫຼິ​ເໜືອ ເປັນ​ໄພຂົ່ມ​ຂູ່ ຕໍ່​ພັນ​ທະ​ມິດຂອງ ​ສ​ຫ​ລ


ທະ​ຫານ​ເກົາ​ຫຼີ​ໃຕ້ຄົນ​ນຶ່ງ ຍ່າງ​ຜ່ານ​ໂທ​ລະ​ພາບ ທີ່​​ລາຍ​ງານ​ຂ່າວ ກ່ຽວ​ກັບ​ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟໃນວັນ​ທີ 2 ຕຸ​ລາ 2019.
ທະ​ຫານ​ເກົາ​ຫຼີ​ໃຕ້ຄົນ​ນຶ່ງ ຍ່າງ​ຜ່ານ​ໂທ​ລະ​ພາບ ທີ່​​ລາຍ​ງານ​ຂ່າວ ກ່ຽວ​ກັບ​ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟໃນວັນ​ທີ 2 ຕຸ​ລາ 2019.

ການ​ຍິງ​ລູກ​ສອນ​ໄຟ​ຈາກ​ເຮືອ​ດຳ​ນ້ຳ​ຂອງ​ເກົາ​ຫຼີ​ເໜື​ອ ມີ​ໄລ​ຍະ​ໄກ​ກວ່າ​ລູກ​ສອນ​ໄຟທີ່
​ປະ​ເທດດັ່ງ​ກ່າວ​ໄດ້ທຳ​ການ​ທົດ​ລອງ​ໃນຕອນ​ຕົ້ນ​ປີ​ນີ້ ແລະ​ໄດ້​ອ​ອ​ກ​ແບບມາ​ເພື່ອ​ຍິງ
ອອກ​ຈາກ​ເຮືອ​ດຳ​ນ້ຳ ທີ່​ມີຄ​ວາມ​ສາດ​ທຳການ​ຂົ່ມ​ຂູ່​ຕໍ່ບັນ​ດາ​ພັນ​ທະ​ມິດ​ສະ​ຫະ​ລັດ ຢູ່​
ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຂົງ​ເຂດເອ​ເຊຍໄດ້, ອີງ​ຕາມຄຳ​ເວົ້າ​ຂອງ​ບັນ​ດາ
ນັກ​ຊ່ຽວ​ຊານ​.

ທ່ານ​ໄມ​ເກີ​ລ ແອ​ລ​ເລີ​ແມນ ຜູ້​ອຳ​ນວຍ​ການ ໂຄງ​ການ​ນະ​ໂຍ​ບາຍດານບໍ່​ມີ​ໃຫ້​ມີ​ການ​
ເພີ້ມແສນ​ຍານຸພາບ ແລະນິວ​ເຄ​ລຍຢູ່​ສະ​ຖ​າ​ບັນ​ສຶກ​ສາ​ຍຸດ​ທະ​ສາດ ​ສາ​ກົນ (ISS) ກ່າວ
​ວ່າ “ລູກ​ສອນ​ໄຟທີ່​ຖືກ​ທົດ​ລອງນັ້ນ ແມ່ນ​ມີ​ໄລ​ຍະໄກ​ສູງສຸດ ຫຼາຍກວ່າ​ສອ​ງ​ເທົ່າຂອງ​
ລະ​ບົບ​ລູກ​ສ​ອນ​ໄຟ​ໄລ​ຍະ​ສັ້ນທີ່ເກົາ​ຫຼີ​ເໜືອໄດ້​ທົດ​ລອງ​” ຢູ່ໃນລະ​ດູ​ຮ້ອນຜ່ານ​ມາ​ນີ້.

ເກົາ​ຫຼີ​ເໜືອ​ໄດ້​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໃຕ້​ນ້ຳ​ ທີ່ເປັນ​ລູກ​ສອນ​ໄຟ​ຊະ​ນິດ​ໃໝ່ ໃນ​ວັນ​
ພຸດ​ທີ່​ຜ່ານມາ ຊຶ່ງ​ບິນ​ໄດ້ປະ​ມານ 450 ກິ​ໂລ​ແມັດຢູ່ນອກ​ຝັ່ງ​ທະ​ເລ​ຂອງ ເມືອງວອນ​
ຊານ​ຢູ່​ທາງ​ຕາ​ເວັນ​ອອກຂອງ​ປະ​ເທດດັ່ງ​ກ່າວ ກ່ອນມັນ​ຈະ​ຕົ​ກ​ລົງໄປ​ສູ່​ນານ​ນ້ຳ​ນອ​ກ​
ຝັ່ງ​ທ​ະ​ເລຂອງ​ຍີ່​ປຸ່ນ. ມັນ​ໄດ້ບິນ​ຂຶ້ນ​ສູງ​ສຸດເຖິງ 950 ກິ​ໂລ​ແມັດ ອີງ​ຕາມ​ຄຳ​ເວົ້າ​ຂອງ
ປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບເກົາ​ຫຼີ.

ທ່ານ​ອາຍ​ອານ ວິ​ລ​ລຽມ ຮອງ​ອຳ​ນວຍ​ການ​ໂຄງ​ການ​ປ້ອ​ງ​ກັນ​ລູກ​ສອນ​ໄຟ ຢູ່​ສູນ​ກາງ​
ຍຸ​ດ​ທະ​ສາດ ແລະ​ຄົ້ນ​ຄວ້າ​ສາ​ກົນ (CSIS) ກ່າວ​ວ່າ “ທີ່​ຈິງ​ແລ້ວ​ມັນເປັນ ລູກ​ສອນ​ໄຟ​
ຍິງໄລ​ຍະໄກສຸດ​ທີ່ມີເຊື້ອ​ເພີງເຕັມ ​ທີ່​ເກົາ​ຫຼີ​ເໜືອ​ໄດ້​ທົດ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ. ທ່ານ​ກ່າວ​
ອີກວ່າ “ເກົາ​ຫຼີ​ເໜືອ​ບໍ່​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຊະ​ນິດນີ້ເລີຍ​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG