ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ຊ່ຽວຊານກ່າວວ່າ ເກົາຫລີເໜືອມີທ່າທີວ່າເພີ້ມຄວາມເຄັ່ງຕຶງ ເພື່ອເພີ້ມຜົນປະໂຫຍດ


ວັນທີ 15 ກັນຍາ, ປີ 2021, ຮູບພາບທີ່ນໍາອອກເຜີຍແຜ່ໂດຍອົງການສູນກາງຂ່າວທາງການເກົາຫລີຂອງເກົາຫລີເໜືອ ຫລື KCNA ສະແດງໃຫ້ເຫັນການທົດລອງຍິງລູກສອນໄຟ ທີ່ຍິງຂຶ້ນຈາກລາງລົດໄຟ. (Photo by STR / KCNA VIA KNS / AFP)
ວັນທີ 15 ກັນຍາ, ປີ 2021, ຮູບພາບທີ່ນໍາອອກເຜີຍແຜ່ໂດຍອົງການສູນກາງຂ່າວທາງການເກົາຫລີຂອງເກົາຫລີເໜືອ ຫລື KCNA ສະແດງໃຫ້ເຫັນການທົດລອງຍິງລູກສອນໄຟ ທີ່ຍິງຂຶ້ນຈາກລາງລົດໄຟ. (Photo by STR / KCNA VIA KNS / AFP)

ນັກວິເຄາະກ່າວວ່າ ເກົາຫລີເໜືອກໍາລັງເພີ້ມລະດັບການຂົ່ມຂູ່ ເພື່ອພະຍາຍາມກົດດັນລັດຖະບານຂອງທ່ານໄບເດັນແລະເພື່ອໃຫ້ໄດ້ຮັບອຳນາດໃນການຕໍ່ລອງຫຼາຍຂຶ້ນ ໃນການເຈລະຈາກັບສະຫະລັດໃນອະນາຄົດ.

“ເກົາຫລີເໜືອໄດ້ກ້າວຂຶ້ນອີກຂັ້ນ ຂອງການທົດລອງ ຈາກລູກສອນໄຟຄຣູສ ທີ່ບໍ່ໄດ້ມີການຫ້າມ
ໄປເປັນການຍິງລູກສອນໄຟຂີປະນາວຸດໄລຍະໃກ້ ເຊິ່ງມີການຫ້າມ ແລະທົດລອງໄປເມື່ອເດືອນມີນາທີ່ຜ່ານມາ,” ນັ້ນຄືຄຳເວົ້າຂອງທ່ານສກັອດທ໌ ຊນາຍເດີ (Scott Snyder), ຜູ້ອໍານວຍການຂອງໂຄງການນະ ໂຍບາຍລະຫວ່າງຊາດສະຫະລັດກັບເກົາຫລີທີ່ອົງການສະພາຄວາມສຳພັນຕ່າງ ປະເທດ.

ທ່ານຊນາຍເດີ ກ່າວຕື່ມວ່າ “ມັນມີເຫດຜົນທີ່ຈະຄາດການລ່ວງໜ້າ ເຖິງຄວາມເປັນໄປໄດ້ໃນຂັ້ນຕອນ ທີ່ເພີ້ມຂຶ້ນເປັນຂັ້ນໆ ໃນຂອບເຂດຂອງການທົດລອງດັ່ງກ່າວ ໂດຍຂຶ້ນຢູ່ກັບເກົາຫລີເໜືອທີ່ຈະປະເມີນເຖິງການຕອບໂຕ້ ຂອງທ່ານໄບເດັນ ຕໍ່ການທົດລອງນີີ້ແນວໃດໍ.”

ເກົາຫລີເໜືອໄດ້ທຳທົດລອງຍິງລູກສອນໄຟຫລາຍຄັ້ງ ໃນອາທິດທີ່ຜ່ານມາ. ໃນມື້ວັນເສົາແລະມື້ວັນອາທິດ ເປັນການຍິງລູກສອນໄຟແບບຄຣູສໄລຍະໄກຊະນິດ ໃໝ່, ແລະໃນມື້ວັນພຸດ ໄດ້ມີການຍິງລູກສອນໄຟຂີປະນາວຸດໄລຍະໃກ້ໂດຍຍິງ ຂຶ້ນຈາກລາງ.

ລູກສອນໄຟຄຣູສໄລຍະໄກບິນໄດ້ໃນລັດສະໝີ 1,500 ກິໂລແມັດ ກ່ອນທີ່ຈະຕົກລົງຢູ່ໃນເຂດນ່ານນໍ້າຂອງເກົາຫລີເໜືອ. ລູກສອນໄຟຂີປະນາວຸດ ທີ່ບິນໄດ້ 800 ກິໂລແມັດ ແລະຕົກລົງໃນທະເລນອກແຄມຝັ່ງທາງທິດຕາເວັນອອກຂອງເກົາຫລີເໜືອ, ອີງຕາມລາຍງານ ຂອງອົງການຂ່າວ KCNA ຂອງທາງການຂອງເກົາຫລີເໜືອ.

ເກົາຫລີເໜືອໄດ້ອະທິບາຍວ່າ ການທົດລອງຍິງລູກສອນໄຟຄຣູສຊະນິດໃໝ່ ໃນຊ່ວງທ້າຍອາທິດທີ່ຜ່ານມາວ່າ ແມ່ນ “ອາວຸດທາງຍຸດທະສາດ ທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ” ແລະລູກສອນໄຟຂີປະນາວຸດໄລຍະສັ້ນນັ້ນແມ່ນ “ລູກສອນໄຟທີ່ຍິງຂຶ້ນຈາກທາງລົດໄຟໄດ້.”

ການທົດລອງແບບຕໍ່ເນື່ອງເຫລົ່ານີ້ ມີຂຶ້ນຫຼັງຈາກໄດ້ມີການມິດງຽບເລີ້ມມາແຕ່ເດືອນມີນາ ຫລັງຈາກເກົາຫລີເໜືອໄດ້ທົດລອງຍິງລູກສອນໄຟຂີປະນາວຸດໄລຍະໃກ້ ຊະນິດໃໝ່.

ໃນຂະນະທີ່ລູກສອນໄຟຄຣູສ ບໍ່ໄດ້ລະເມີດຕໍ່ການລົງໂທດຂອງອົງການສະຫະປະຊາຊາດຕໍ່ເກົາຫລີເໜືອ, ແຕ່ລູກສອນໄຟຂີປະນາວຸດລະເມີດຫລາຍຂໍ້ຂອງ
ມະຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG