ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ຊ່ຽວ​ຊານ ​ກ່າວ​ວ່າ ການ​ຜ່ອນ​ຜັນ ອາດ​ຈະ​ບໍ່​ຊ່ວຍ ປົດອາ​ວຸດ​ນິວ​ເຄ​ລຍ ​ຂອງ ເກົາ​ຫຼີ​ເໜືອ


​ພາບ​ພັນ​ທຶກ ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລ​ະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັນ​ຢູ່ກອງ​ປະ​ຊຸມ​ສຸດ ຍອດ ສິງ​ກະ​ໂປ​ ວັນ​ທີ 12 ມິ​ນາ 2018.
​ພາບ​ພັນ​ທຶກ ປະ​ທາ​ນາ​ທິບ​ໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລ​ະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ພົບ​ປະ​ກັນ​ຢູ່ກອງ​ປະ​ຊຸມ​ສຸດ ຍອດ ສິງ​ກະ​ໂປ​ ວັນ​ທີ 12 ມິ​ນາ 2018.

ບັນ​ດາ​ຜູ້​ຊ່ຽວ​ຊານ​ກ່າວ​ວ່າ ເຖິງ​ແມ່ນ​ວ່າ ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ ກ່ຽວ​ກັບ​ການ​ປົດ​ອາ​ວຸດ
​ນິວ​ເ​ຄລຍ ແຕ່ວໍ​ຊິງ​ຕັນ​ກໍ​ບໍ່ຄວນ​ຜ່ອນ​ຜັນແລະ​ບັນ​ເທົ​າ​ການ​ລົງ​ໂທດ​ຕໍ່​ເກົາ​ຫຼີ​ເໜືອ ​ຕາມ
ລຳ​ພັງ ເພື່ອ​ເປັນ​ຊ່ອງ​ທາງຊັກ​ຊວນ ໃຫ້​ມີ​ການ​ປົດ​ອາ​ວຸດນິວ​ເຄ​ລຍ ຈົນ​ກວ່າ​ພຽງ​ຢາງ
​ເອົາ​ບາດ​ກ້າວ​ທີ່​ສຳ​ຄັນ​ຕ່າງໆ ເພື່ອທັບ​ມ້າງ ​ອາ​ວຸດ​ນິວ​ເຄ​ລຍ ຂອງ​ຕົນ.

ທ່ານ​ສະ​ຕິບ ເບ​ກັນ ຜູ້​ຕາງ​ໜ້າ​ພິ​ເສດ​ສະ​ຫະ​ລັດຮັບ​ຜິດ​ຊອບກ່ຽວ​ກັບ​ເກົາ​ຫຼີ​ເໜືອ​ ​ຄວນ
ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງຝ່າຍເກົ​າ​ຫຼີ​ເໜືອ​ຂອງ​ທ່ານ ຫຼັງ​ຈາກການ​ເດີນ​ທາງ ໄປ​ເກົ​າ​ຫຼີ
​ເໜືອ​ ເທື່ອ​ທີ​ສີ່​ຂອງ ​ລັດ​ຖະ​ມົນ​ຕີ​ຕ່າງ​ປ​ະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ພ​ອມ​ພຽວ ໃນ​ວັນ
​ທີ 7 ຕຸ​ລາ. ແຕ່​ຄວາມ​ຫວັງ​ຂອງ​ທ່ານ​ເບ​ກັນ ໃນ​ການ​ສົນ​ທະ​ນາ ​ກ່ຽວ​ກັບ​ການ​ປົດອາ​
ວຸດ​ນິວ​ເຄ​ລຍ ​ກັບຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ ທ່ານ​ໂຈ ຊັນ ຮຸຍ ນັ້ນ​ບໍ່​
ໄດ້​ມີ​ຂຶ້ນ.

ນັບ​ແຕ່​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ເຫັ​ນ​ພ້ອມ​ໃຫ້ເກົາ​ຫຼີ​ເໜືອ​ປົດ​ອາ​ວຸດ​ນິວ​
ເຄລຍຢ່າງ​ສິ້ນ​ເຊີງ ຢູ່ກອງ​ປະ​ຊຸມ​ສຸດຍອດ​ວັນ​ທີ 12 ​ມິ​ຖຸ​ນາທີ່​ສິງ​ກະ​ໂປ ກັບ​ປະ​ທາ​
ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພຽງ​ຢາງ​ໄດ້​ຮຽກ​ຮ້ອງໃຫ້​ບັນ​ເທົາການ​ລົງ​ໂທດ
ແລະຈັດ​ຕັ້ງ​ປະ​ຕິ​ບັດມາດ​ຕະ​ການ ການ​ສ້າງ​ຕັ້ງ​ຢ່າງ​ເຊື່ອ​ໝັ້ນ ທີ່​ກ່າວ​ວ່າ​ຈະ​ຄ້ຳ​ປະ​
ກັນ​ຄວາມ​ປອດ​ໄພ​ຂອງ​ເກົາ​ຫຼີ​ເໜືອ.

ສອງ​ສາມ​ມື້​ຫຼັງ​ຈາກ​ການ​ເດີນ​ທາງ​ຂອງ​ທ່ານ​ພອມ​ພຽວ ​ໄປ​ພຽງ​ຢາງຫວ່າງ​ມໍ່​ໆ​ມາ​ນີ້ ​
ນັກ​ການ​ທູດ​ເກົາ​ຫຼີ​ເໜືອ​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ ​ກຳ​ມະ​ການ​ທີ 6 ຂອງ​ສະ​ມັດ​ຊາ​
ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ ທີ່​ເປັນ​ກອງ​ປະ​ຊຸມ​ສະ​ເພາະເພື່ອ​ພິ​ຈາ​ລະ​ນາກ່ຽວ​ກັບ​ຄຳ​
ຖາມຕ່າງໆ​ດ້ານ​ກົດ​ໝາຍ ເພື່ອ​ດັດ​ແປງ​ການ​ລົງ​ໂທດ​ທີ່​ໄດ້​ວາງ​ໄວ້​ຕໍ່​ເກົາ​ຫຼີ​ເໜືອ.

ທ່ານອິນ ໂຈ​ລ ກິມ ເລ​ຂາ​ທິ​ການ​ເອກ ຂອງຜູ້​ຕາງ​ໜ້າ​ເກົາ​ຫຼີ​ເໜືອ​ປະ​ຈຳ​ສະ​ຫະ​
ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ ກ່າວ​ວ່າ ບໍ່​ເປັນ​ທີ່​ປົກ​ກະ​ຕິ ທີ່​ສະ​ພາ​ຄວາມ​ໝັ້ນ​
ຄົງສະ​ຫະ​ປະ​ຊາ​ຊາດ ທີ່​ໄດ້​ກະ​ຕື​ລື​ລົ້ນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສະ​ພາບ
​ການ​ທີ່ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາ​ຫຼີ ຮັກ​ສາ​ຄວາມ​ມິດ​ງຽບ​ຢູ່​ກັບແນວ​ໂນ້ມ​ໃນທາງບວກ
ໃນປັດ​ຈຸ​ບັນຂອງ​ສັນ​ຕິ​ພາບ ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ແຫຼມ​ເກົາ​ຫຼີ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້.”

ທ່ານ​ສະ​ຕິບ ເບ​ກັນ ຜູ້​ຕາງ​ໜ້າ​ພິ​ເສດ​ສະ​ຫະ​ລັດຮັບ​ຜິດ​ຊອບກ່ຽວ​ກັບ​ເກົາ​ຫຼີ​ເໜືອ​.
ທ່ານ​ສະ​ຕິບ ເບ​ກັນ ຜູ້​ຕາງ​ໜ້າ​ພິ​ເສດ​ສະ​ຫະ​ລັດຮັບ​ຜິດ​ຊອບກ່ຽວ​ກັບ​ເກົາ​ຫຼີ​ເໜືອ​.

“ເຖິງ​ແມ່ນ​ວ່າ​ນຶ່ງ​ປີຜ່ານ​ມາ​ຫຼັງ​ຈາກ​ເກົາ​ຫຼີ​ເໜືອ ບໍ່​ໄດ້​ທົດ​ລອງ​ນິວ​ເຄ​ລຍ ແລະບໍ່​
ໄດ້​ຍິງທົ​ດ​ລອງ​ລູກ​ສອນ​ໄຟ ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ບໍ່​ທັນ​ໄດ້
​ລົ້ມ​ເລີກ ຫຼື ຜ່ອນ​ຜັນ​ການ​ລົງ​ໂທດ ໂດຍ​ການ​ຫັນ​ໜ້າ​ໄປ​ທາງ​ອື່ນບໍ່​ຮູ້​ບໍ່​ເຫັນຕໍ່​ບັນ
​ດາ​ຂໍ້​ບັງ​ຄັບ” ທີ່​ນັກ​ການ​ທູດ​ ຮຽ​ກຮ້ອງ​ໃຫ້​ສຳ​ຫຼວດ​ເບິ່ງມະ​ຕິສະ​ຫະ​ປະ​ຊາ​ຊາດ ​ທີ່
ບັງ​ຄັບໃຫ້​ທົບ​ທວນ​ເປັນ​ໄລ​ຍະ​ຂອງ​ການ​ລົງ​ໂທດ ໃນ​ຂະ​ນະ​ທີ່​ສະ​ພາບ​ການ​
ປ່ຽນ​ແປງ.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ເຈ​-ອິນ ກ່າວ​ຢູ່ກອງ​ປະ​ຊຸມ ສະ​ໄໝ​ສາ​ມັນ ທີ່​ອັງ​ການ​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 24 ກັນ​ຍາ 2018.
ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ເຈ​-ອິນ ກ່າວ​ຢູ່ກອງ​ປະ​ຊຸມ ສະ​ໄໝ​ສາ​ມັນ ທີ່​ອັງ​ການ​ສະ​ຫະ​ປະ​ຊາ​ຊາດ ວັນ​ທີ 24 ກັນ​ຍາ 2018.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ທ່ານ​ມູນ ເຈ​-ອິນ ຢູ່​ໃນ​ຄວາມ​ພະ​ຍ​າມ​ທີ່​ຈະ​ປັບ​ປຸງ​ຄວາ​ມ
​ສຳ​ພັນ​ກັບ​ເກົາ​ຫຼີ​ເໜືອ ໄດ້​ສະ​ໜັບ​ສະ​ໜູນຢາກ​ໃຫ້ມີ​ການບັນ​ເທົາ​ການລົງ​ໂທດແກ່
ພຽງ​ຢາງ ແລະ​ຄໍ້າ​ປະ​ກັນ​ຄວາມ​ປອດ​ໄພ​ ແລະ​ໄດ້​ພະ​ຍາ​ຍາມ​ຊັກ​ຊວນ​ໃຫ້​ສາ​ກົນ
​ສະ​ໜັບ​ສະ​ໜູ​ນ​ເປົ້າ​ໝາຍ​ຕ່າງໆ ໃນ​ຂະ​ນະ​ທີ່​ຢູ່​ໃນ​ຢູ​ໂຣບ​ອາ​ທິດ​ແລ້ວ​ນີ້. ທ່ານ​ມູນ
ກ່າວຢູ່ກອງ​ປະ​ຊຸມ​ນັກ​ຂ່າວຫວ່າງ​ມໍ່ໆ​ມາ​ນີ້ ​ໃນ​ນະ​ຄອນ​ຫຼວງ​ປາ​ຣີ ວ່າ “ຂ້າ​ພະ​ເຈົ້າ​
ເຊື່ອ​ໃນ​ຄວາມຕ້ອງ​ການຂອງ​ປະ​ຊາ​ຄົມ​ສາ​ກົນ ທີ່​ຈະ​ໃຫ້​ການ​ຄ້ຳ​ປະ​ກັນ​ວ່າ​ເກົາ​ຫຼີ
​ເໜືອ​ໄດ້​ເຮັດ​ທາງ​ເລືອກ​ທີ່​ຖືກ​ຕ້ອງໃນ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ. ພວກເຮົາ​ຕ້ອງ
​ຊຸກ​ຍູ້​ໃຫ້ເກົາ​ໃຫ້​ຫຼີເໜືອຕື່ມ​ເພື່ອ​ປົດ​ອາ​ວຸດນິວ​ເຄ​ລຍ ໂດຍ​ຜ່ອນ​ຜັນ​ການ​ລົງ​ໂທດ​
ຈາກ​ສະ​ຫະ​ປະ​ຊາດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG