ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​ ຄົງ​ຈະ​ບໍ່​ພະ​ຍາ​ຍາມ ເກ້ຍ​ກ່ອມໃຈ ​ເກົາຫຼີ​ເໜືອ ​ໃຫ້ຢຸດ​ທົດ​ລອງ​ລູກ​ສອນ​ໄຟ ແລະອາ​ວຸດ​ນິວ​ເຄ​ລຍ, ຕາມ​ທີ່ນັກ​ຊ່ຽວ​ຊານ​ເວົ້າ


(ພາບ​ໃນ​ແຟມ) ທ່ານ Kim Jong Un, ຜູ້​ນຳ​ເກົາຫຼີ​ເໜືອ​ພົບ​ກັຍ ປະ​ທານ​ປະ​ເທດ​ຈີນ, ທ່ານ​ສີ ຈິ້ນ​ຜິງ, ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງຂອງ​ຈີນ (ພາບ​ເອົາ​ມາ​ພິມເຜີຍ​ແຜ່ ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ເຫົາ​ຫລີ​ເໜືອ, ວັນ​ທີ 10 ມັງ​ກອນ, 2019.
(ພາບ​ໃນ​ແຟມ) ທ່ານ Kim Jong Un, ຜູ້​ນຳ​ເກົາຫຼີ​ເໜືອ​ພົບ​ກັຍ ປະ​ທານ​ປະ​ເທດ​ຈີນ, ທ່ານ​ສີ ຈິ້ນ​ຜິງ, ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງຂອງ​ຈີນ (ພາບ​ເອົາ​ມາ​ພິມເຜີຍ​ແຜ່ ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ເຫົາ​ຫລີ​ເໜືອ, ວັນ​ທີ 10 ມັງ​ກອນ, 2019.

​ເນື່ອງ​ຈາກວ່າ ​ສາຍ​ພົວພັນ​ກັບ​ວໍ​ຊິງ​ຕັນຊຸດ​ໂຊມ​ລົງ ປັກ​ກິ່ງ​ຈຶ່ງຂ້ອນ​ຂ້າງວ່າ ຈະບໍ່ເອົາ​ໃຈ​ໃສ່​ຕໍ່​ຄຳຮ້ອງຂໍ​ຂອງ​ສະ ຫະລັດ ​ແລະ​ເກົາຫລີ​ໃຕ້ທີ່ໃຫ້ຮຽກຮ້ອງ​ເກົາຫລີ​ເໜືອ ຍຸຕິ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ແລະ​ອາວຸດ​ນິວ​ເຄລຍ ​ແລະ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ ຢູ່​ແຫຼມ​ເກົາຫຼີລົງ, ອີງ​ຕາມ​ນັກ​ຊ່ຽວຊານ​ເວົ້າ.

​ເພື່ອ​ຕອບ​ໂຕ້ຕໍ່​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດເປັນ​ຈຳ​ນວນ​ຫລາຍ ແບບ​ທຳ​ລາຍ​ສະຖິຕິ​ຂອງ​ເກົາຫຼີ​ເໜືອ​ໃນ​ປີ​ນີ້ ​ແລະ​ສິ່ງ​ທີ່​ຈະ​ເປັນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 7 ທີ່​ຄາດ​ວ່າ​ ຈະ​ມີຂຶ້ນ​ໃນ​ຕະຫຼອດ​ປີ​ນີ້, ວໍ​ຊິງ​ຕັນ ​ແລະໂຊ​ລ ໄດ້ຮຽກຮ້ອງ​ໃຫ້​ຈີນ​ໃຊ້​ອຳ ນາດຕໍ່​ລອງ​ທີ່​ໄດ້​ປຽບ​ຂອງ​ຕົນ ​ຕໍ່​ເກົາຫຼີ​ເໜືອ ​ເພື່ອ​ສະກັດ​ກັ້ນ​ລະ​ບອບການ​ປົກ​ຄອງ ປະ​ເທດດັ່ງ​ກ່າວ ​ບໍ່​ໃຫ້​ດຳ​ເນີນ​ການ​ທົດ​ລອງ​ຕໍ່​ໄປ​ອີກ. ຈີນ​ແມ່ນ​ຄູ່ຄ້າ​ໃຫຍ່​ທີ່​ສຸດ​ແລະ​ເປັນ​ພັນ​ທະ​ມິດຂອງ​ເກົາ​ຫຼີ​ເໜືອມາ​ແຕ່​ດົນ​ນານ.

​ເພື່ອ​ປຶກສາ​ຫາລື​ກັນກ່ຽວ​ກັບ “ພຶດຕິ​ກຳ​ທີ່​ເຮັດ​ໃຫ້​ຂາດສະຖຽນ​ລະ​ພາບ ​ແລະ​ເພີ່ມ​ທະ​ວີ ຂຶ້ນນັບ​ມື້​ຂອງ​ເກົາຫຼີ​ເໜືອນັ້ນ,” ຜູ້ຕາງໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ​ປະຈຳ​ເກົາຫຼີ​ເໜືອ, ທ່ານ​ຊຸງ ກິມ (Sung Kim) ​ໄດ້​ພົບກັບ​ຜູ້ຕາງໜ້າ​ພິ​ເສດ​ຂອງຈີນ​ກ່ຽວ​ກັບ​ວຽກ​ງານ​ແຫຼມ​ເກົາຫຼີ, ທ່ານ​ຫລີວ ຊຽງ​ໝິງ (Liu Xiaoming) ​ໃນ​ວັນ​ທີ 7 ທັນວາ​ຜ່ານ​ມານີ້, ອີງ​ຕາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ, ທ່ານເນດ ໄ​ພ​ຣ​ສ໌ (Ned Price).

ທ່ານ​ກິມ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ທຸກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຕ້ອງ​ປະ​ຕິ​ບັດພາ​ລະ​ກິດ​ຂອງ​ຕົນ​ ແລະ​ປະ​ຕິ​ບັດ​ການ​ລົງ​ໂທດ​ຢ່າງ​ຄົບ​ຖ້ວນຕໍ່​ລະ​ບອບ​ການ​ປົກ​ຄອງ​ປະ​ເທດ​ດັ່ງ​ກ່າວ” ຢູ່ໃນ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກັບ​ທ່ານຫຼີວ, ອີງຕາມ​ທີ່​ທ່ານ​ໄພ​ຣສ໌ກ່າວ​ໃນ​ວັນ​ທີ 8 ທັນ​ວາ​ນີ້.

ມື້ຕໍ່ມາ, ໂຄສົກກະຊວງການຕ່າງປະເທດຈີນ, ທ່ານໝາວ ນິງ (Mao Ning) ກໍ ກ່າວວ່າ ປັກກິ່ງຫວັງວ່າທຸກຝ່າຍຈະ "ແກ້ໄຂບັນຫາຄວາມເປັນ​ຫ່ວງຂອງກັນແລະກັນ ດ້ວຍວິ​ທີ່​ທີ່​ມີຄວາມກ້ຳ​ເກິ່ງສົມດູນໂດຍສະເພາະແມ່ນຄວາມກັງວົນທີ່ຖືກຕ້ອງຊອບ​ທຳຂອງ ສປປ ເກົາ​ຫລີ.

​ວີ​ໂອ​ເອພະ​ແນກ​ພາ​ສາ​ເກົາ​ຫລີ ​ໄດ້​ຕິດ​ຕໍ່​ຫາ​ສະຖານທູດ​ຈີນ​ປະຈຳ​ວໍ​ຊິງ​ຕັນ​ເພື່ອ​ຂໍ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໄປ​ໄດ້​ຂອງ​ປັກ​ກິ່ງ ​ແຕ່​ກໍບໍ່​ໄດ້​ຮັບ​ຄຳ​ຕອບ​ໃດໆ.

ການສົນທະນາກັນຂອງທ່ານກິມ ແລະ​ທ່ານ​ຫລີວ ມີ​ຂຶ້ນພາຍ​ຫລັງໄດ້ມີ​ການ​ໃຊ້ ຄວາມພະຍາຍາມຂອງປະທາ ນາທິບໍດີສະຫະລັດ, ທ່ານ​ໂຈ ໄບ​ເດັນທີ່ຈະຊັກຊວນ ໃຫ້ປະທານາທິບໍດີຈີນ, ທ່ານ​ສີ ຈິ້ນ​ຜິງ ສົ່ງຂໍ້ຄວາມໄປຍັງພຽງຢາງວ່າ ຄວນຍຸ​ຕິ ການທົດລອງລູກສອນໄຟຂີປະນາວຸດຂ້າມທະວີບ (ICBMs) ໃນຂະ​ນະ​ທີ່ທັງສອງ ທ່ານພົບກັນຢູ່ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ ຢູ່ນອກກອງປະຊຸມສຸດຍອດ​ກຸ່ມ G-20 ທີ່ເກາະ ບາຫລີ ຂອງອິນໂດເນເຊຍ ໃນວັນທີ 14 ພະຈິກຜ່ານ​ມາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG