ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຊ່ຽວ​ຊານ​ເວົ້າ​ວ່າ ຈີນ​ເຫັນ​ວ່າ ການເຄື່ອນ​ໄຫວ​ຫລ້າ​ສຸດ ​ໃນການ​ເປັນ​ພັນ​ທະ​ມິດ​ ຂອງ​ສະ​ຫະ​ລັດ​ກັບ​ເກົາ​ຫລີ​ໃຕ້ ເປັນໄພ​ຂົ່ມ​ຂູ່


(ພາບ​ໃນ​​ແ​ຟມ) ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈັບ​ມື​ກັບ ປະ​ທາ​ນາ​ທິ​ບໍ​ດີ ຢູນ ຊຸກ ຢອ​ລ ຂອງ​ເກົາ​ຫລີ​ໃຕ້ ຂະ​ນະ​ທີ່​ພວກ​ເພິ່ນ​ພົບ​ການຢູ່​ຫ້ອງ​ການ​ຮູບ​ຊົງ​ໄຂ່ໃນ​ທຳ​ນຽບ​ຂາວ, ວັນ​ທີ 26 ເມ​ສາ, 2023
(ພາບ​ໃນ​​ແ​ຟມ) ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຈັບ​ມື​ກັບ ປະ​ທາ​ນາ​ທິ​ບໍ​ດີ ຢູນ ຊຸກ ຢອ​ລ ຂອງ​ເກົາ​ຫລີ​ໃຕ້ ຂະ​ນະ​ທີ່​ພວກ​ເພິ່ນ​ພົບ​ການຢູ່​ຫ້ອງ​ການ​ຮູບ​ຊົງ​ໄຂ່ໃນ​ທຳ​ນຽບ​ຂາວ, ວັນ​ທີ 26 ເມ​ສາ, 2023

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ຖະ​ແຫຼ​ງການ​ຮ່ວມ​ທີ່​ວໍ​ຊິງ​ຕັນ ​ແລະ ​ໂຊ​ລປະກາດອອກ​ມາ ​ເພື່ອ​ຊຸກຍູ້​ການ​ສະກັດ​ກັ້ນ​ດ້ານ​ນິວ​ເຄລຍຂອງ​ເກົາຫຼີ​ເໜືອ​ໄດ້​ເຮັດ​ໃຫ້​ປັກ​ກິ່ງ​ອອກ​ມາ​ຕຳ​ໜິ ​ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຖື​ວ່າການ​ເປັນ​ພັນທະ​ມິດ​ທີ່​ເຂັ້ມ​ແຂງ​ຂຶ້ນ​ດັ່ງ​ກ່າວ​ເປັນ​ການ​ຂົ່ມຂູ່​ຕໍ່​ຂົງ​ເຂດ​ທີ່​ຕົນ​ມີອິດ​ທິພົນ​ຢູ່ນັ້ນ​.

"ພວກ​ເຮົາ​ໄດ້​ສັງ​ເກດ​ເຫັນ​ ເນື້ອ​ໄນ​ທີ່​ກ່ຽວ​ຂ້ອງ​ຂອງ​ຖະ​ແຫຼງການ​ວໍ​ຊິງ​ຕັນ," ນັ້ນ​ຄື ຄຳ​ເວົ້າ​ຂອງ​ທ່ານ ຫລີວ ເປັງ​ຢູ (Liu Pengyu), ​ໂຄສົກ​ຂອງ​ສະຖານທູດ​ຈີນ​ປະຈຳ​ວໍ​ຊິງ​ຕັນ ທີ່ກ່າວ​ຕໍ່​ວີ​ໂອ​ເອ ​ໃນ​ວັນ​ອັງຄານ​ວານ​ນີ້.

ທ່ານ​ກ່າວ​ຕໍ່​ໄປ​ວ່າ "ການ​ປະພຶດຂອງສະຫະລັດແມ່ນຜົນມາຈາກແນວ​ຄວາມ​ຄິດ​ໃນ ສົງຄາມເຢັນ. ສິ່ງ​ທີ່​ສະ​ຫະ​ລັດໄດ້​ເຮັດ​ ນັ້ນກໍ​ຄື ​ເຮັດ​ໃຫ້​ເກີດ​ການ​ປະ​ເຊີນ​ໜ້າ​ກັນ​ໃນ​ກຸ່ມ, ບ່ອນທຳລາຍ​ລະບົບ​ການ​ບໍ່​ແຜ່​ຜາຍ​ນິວ​ເຄຼຍ ​ແລະທຳລາຍ​ຜົນ​ປະ​ໂຫຍ​ດ ທາງຍຸດ​ທະ​ສາດ​ຂອງ​ປະ​ເທດ​ອື່ນ.”

ຖະ​ແຫຼງການ​ວໍ​ຊິງ​ຕັນ​ທີ່​ປະທານາທິບໍດີສະ​ຫະ​ລັດ, ທ່ານໂຈ ໄບ​ເດັນ ​ແລະ​ປະທາ ນາທິບໍດີ​ເກົາຫຼີໃຕ້, ທ່ານຢູນ ຊຸກ ຢອ​ລ (Yoon Suk Yeol) ​ໄດ້​ປະກາດ​ໃນ​ວັນ​ທີ 26 ​ເມສາຜ່ານ​ມາ​ນີ້ ມີ​ມາດ​ຕະການ​ຊຸກຍູ້​ການ​ສະກັດ​ກັ້ນ​ການ​ໂຈມ​ຕີ​ດ້ວຍ​ນິວ​ເຄຼຍຂອງເກົາຫຼີເໜືອ.

ປະ​ເທດພັນທະມິດເຫລົ່າ​ນີ້ ໄດ້ຕົກລົງທີ່ຈະຂະຫຍາຍສິ່ງ​ທີ່​ເປັນຄໍາເວົ້າຂອງໂຊລ ໃນການວາງແຜນການ​ດ້ານນິວເຄລຍຂອງສະຫະລັດ ໂດຍຜ່ານອົງການທີ່ສ້າງຂຶ້ນໃຫມ່ ທີ່ເອີ້ນວ່າ ກຸ່ມທີ່ປຶກສາດ້ານນິວເຄຼຍ ຫລື NCG ແລະຈະສົ່ງເຮືອດໍານ້ໍາ​ບັນ​ທຸກລູກສອນໄຟຂີປະນາວຸດນິວເຄລຍຂອງສະຫະລັດ ຫລື SSBN ໄປເກົາຫຼີໃຕ້ເປັນປະຈໍາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG