ບັນດານັກວິທະຍາສາດເກົາຫລີເໜືອ ພາກັນອົນລະວົນໃນການຊອກຫາສາເຫດວ່າ
ເປັນຫຍັງຈະຫລວດລະຍະໄກ ທີ່ມີການໂຄສະນາອອກຂ່າວຢ່າງກວ້າງຂວາງຂອງເຂົາ
ເຈົ້າ ຈຶ່ງໄດ້ຕົກລົງສູ່ທະເລ ບໍ່ດົນຫລັງຈາກໄດ້ຍິງຂື້ນໄປ ໃນວັນສຸກມື້ນີ້ ຊຶ່ງໄດ້ສ້າງຄວາມ
ອັບອາຍຂາຍໜ້າໃຫ້ແກ່ຜູ້ນໍາໃໝ່ຂອງເກົາຫຼີເໜືອ ທ່ານ Kim Jong Un.
ໂທລະພາບລັດຖະບານເກົາຫລີເໜືອຮັບຮູ້ວ່າ ຈະຫລວດ Unha 3 ທີ່ມີສາມທ່ອນ ໄດ້
ແຕກອອກຈາກກັນພຽງນຶ່ງນາທີຫຼັງຈາກໄດ້ຖືກຍິງຂື້ນໄປຊຶ່ງໄດ້ຕົກລົງມາສູ່ທະເລເຫລືອງ
ຢ່າງບໍ່ໄດ້ສ້າງຄວາມເສຍຫາຍ ຢູ່ນອກຝັ່ງທະເລຂອງເກົາຫລີໃຕ້.
ໃນຂະນະທີ່ພຽງຢາງບໍ່ໃຫ້ການອະທິບາຍໄດໆວ່າ ເກີດມີຫຍັງຜິດພາດ ກອງບັນຊາການ
ເຂດເໜືອຂອງສະຫະລັດ ຊຶ່ງໄດ້ຕິດຕາມເບິ່ງການຍິງຈະຫລວດຢ່າງໃກ້ຊິດກ່າວວ່າ ສອງ
ທ່ອນສຸດທ້າຍຂອງຈະຫລວດກໍປະ ກົດວ່າໄດ້ເກີດຫລົ້ມແຫລວໂດຍເຮັດລູກຈະຫລວດ
ດັ່ງກ່າວຕົກລົງສູ່ທະເລ.
ທ່ານ Morris Jones ນັກວິໄຈດ້ານອາວະກາດອິດສະຫຼະ ຊຶ່ງເປັນຜູ້ ທີ່ໄດ້ຕິດຕາມເບິ່ງ
ໂຄງການຈະຫລວດຂອງເອເຊຍ ກ່າວຕໍ່ວີໂອເອວ່າ ຄວາມຫລົ້ມແຫລວປະກົດວ່າໄດ້ເກີດ
ຂື້ນ ເວລາຈະຫຼວດທ່ອນທີນຶ່ງພະຍາຍາມແຍກໂຕອອກຈາກຈະຫຼວດທີ່ຍັງເຫຼືອຢູ່ທັງສອງ
ທ່ອນ.
ບັນດາເຈົ້າໜ້າທີ່ຍີ່ປູ່ນ ທີ່ໄດ້ພາກັນຕຽມພ້ອມຢ່າງສຸດຂີດເພາະອາດຈະເກີດມີຊາກຂອງ
ຈະຫລວດຕົກລົງມາໃສ່ ກ່າວວ່າ ຈະຫລວດໄດ້ຍິງຂື້ນສູ່ອາກາດປະມານນຶ່ງນາທີ ເຖິງລະ
ດັບຄວາມສູງ 120 ກິໂລແມດກ່ອນ ມັນຈະແຕກອອກຈາກກັນ ເປັນ 4 ປ່ຽງ.
ທ່ານ Jones ກ່າວວ່າ ຖ້າໂຕເລກດັ່ງກ່າວຫາກເປັນຄວາມຈິງ ດັ່ງນັ້ນຈະຫລວດໄດ້ຂື້ນ
ໄປເຖິງຊັ້ນເທິງຂອງ “ອະວະກາດ” ແຕ່ທ່ານກໍກ່າວວ່າ ທ່ອນທຳອິດຂອງຈະຫລວດ ບໍ່ປາ
ກົດວ່າມີແຮງຂັບດັນພຽງພໍ ເພື່ອສົ່ງດາວທຽມເປັນຜົນສໍາເລັດ ເຂົ້າສູ່ວົງໂຄຈອນ.
ເບິ່ງວີດີໂອກ່ຽວກັບການວິເຄາະຂອງຊ່ຽວຊານສະຫະລັດ:
ເຈົ້າໜ້າທີ່ປ້ອງກັນປະເທດເກົາຫລີໃຕ້ກ່າວວ່າ ປັດຈຸບັນນີ້ເຂົາເຈົ້າກໍາ ລັງພາກັນຊອກຫາ
ຊາກຂອງຈະຫລວດດັ່ງກ່າວ ຊຶ່ງຕົກລົງມາປະມານ 165 ກິໂລແມັດຫ່າງຈາກຝັ່ງທະເລ
ຂອງກຸງໂຊລ. ທ່ານ Jone ກ່າວຕື່ມອີກວ່າ ມີທ່າທາງວ່າສະຫະລັດ ກໍຈະສົ່ງເຮືອດໍານໍ້າ
ໄປເກັບເອົາ ຊາກຂອງຈະຫລວດນີ້ຄືກັນ.
ເກົາຫລີເໜືອໄດ້ດຳເນີນຄວາມພະຍາຍາມຜ່ານມາແລ້ວເພື່ອສົ່ງດາວ ທຽມຂຶ້ນສູ່ວົງໂຄ
ຈອນໃນປີ 1998 ແລະ 2009 ຊຶ່ງມີການເຊື່ອກັນ ຢ່າງກວ້າງຂວາງວ່າ ໄດ້ປະສົບກັບ
ຄວາມຫລົ້ມແຫລວນັ້ນ. ການພະ ຍາມເທື່ອສຸດທ້າຍໄຊ້ເວລາພຽງ 40 ວິນາທີເທົ່ານັ້ນ
ຫລັງຈາກຍິງຂື້ນໄປ.
ແຕ່ເກົາຫລີເໜືອຢືນຢັດວ່າ ຕົນໄດ້ປະສົບຜົນສໍາເລັດ ຢ່າງໜ້ອຍກໍ ໃນການສົ່ງດາວທຽມ
ໜ່ວຍນຶ່ງຂື້ນສູ່ອາວະກາດ ແລະກໍາລັງອອກອາກາດ ສຽງເພງທີ່ຮັກຊາດ.