ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດ​ມາ​ເລ​ເຊຍ ໄດ້ຮັບອະນຸຍາດ​ ໃຫ້​ເຂົ້າ​ໄປ​ໃນບໍລິ​ເວ​ນ ເຮືອບິນຕົກ ໃນຢູເຄຣນ (ວີດີໂອ)


ຕຳຫລວດ ເນເທີແລນ (ຂວາ) ແລະ ຕຳຫລວດ ອອສເຕຣເລຍ ໂອ້ລົມກັນຢູ່ໃນເມືອງ Donetsk ຢູ່ພາກຕາເວັນອອກຂອງ ຢູເຄຣນ ເມື່ອ ວັນທີ 27 ກໍລະກົດ 2014.
ຕຳຫລວດ ເນເທີແລນ (ຂວາ) ແລະ ຕຳຫລວດ ອອສເຕຣເລຍ ໂອ້ລົມກັນຢູ່ໃນເມືອງ Donetsk ຢູ່ພາກຕາເວັນອອກຂອງ ຢູເຄຣນ ເມື່ອ ວັນທີ 27 ກໍລະກົດ 2014.

ມາ​ເລ​ເຊຍ​ກ່າວ​ວ່າ ຕົນ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັບ ພວກ​ຢາກ​ແບ່ງ​
ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ​ຂອງ​ຢູ​ເຄຣນ​ແລ້ວ ​ເພື່ອ​ອຳນວຍ​
ໃຫ້ຕຳຫລວດ​ເຂົ້າ​ໄປ​ຍັງ​ບໍລິ​ເວນ​ເຮືອບິນມາ​ເລ​ເຊຍ ທີ່​ຖືກ​ຍິງ
​ຕົກ​ນັ້ນ​ໄດ້ ​ໃນ​ພາກ​ເໜືອ​ຂອງ​ຢູ​ເຄຣນ.

ຫ້ອງ​ວ່າການນາຍົກລັດຖະມົນຕີ Najib Razak ກ່າວ​ວ່າ
ຕຳຫລວດ​ມາ​ເລ​ເຊຍຈະ​ໄດ້​ຮັບ​ອະນຸຍາດ​ ໃຫ້​ເຂົ້າ​ໄປ​ໃນ
​ບໍລິ​ເວ​ນນັ້ນ “​ເພື່ອ​ສະໜອງ​ການ​ຄຸ້ມ​ຄອງ​ໃຫ້​ແກ່​ພວກ​
ນັກ​ສືບສວນ​ເຮືອບິນ​ຕົກ​ນາໆ​ຊາດ.”

​ໃນ​ວັນ​ອາທິດ​ມື້​ນີ້​ເຊັ່ນ​ກັນ ນາຍົກ​ລັດຖະມົນຕີ​ອອສ​ເຕຣ​ເລຍ
ທ່ານ Tony Abbott ກ່າວ​ວ່າ ອອສ​ເຕຣ​ເລຍກໍ​ຈະ​ສົ່ງ​ຕຳຫລວດ ທີ່​ບໍ່​ປະກອບ​ອາ​ວຸດ ​
ໄປ​ຍັງ​ບໍລິ​ເວນ​ເຮືອບິນ​ຕົກ​ ໃນ​ເຂດ​ທີ່​ພວກ​ກະບົດ​ຄວບ​ຄຸມ​ນັ້ນ ຊຶ່ງ​ຈະ​ເປັນ​ສ່ວນ​ນຶ່ງ​ ຂອງ
​ກຳລັງຕຳຫລວດ ​ທີ່​ນຳພາ​ໂດຍ​ໂຮ​ລລັງ ​ເພື່ອ ຄຸ້ມ​ກັນ​ບໍລິ​ເວ​ນດັງ​ກ່າວ​ໃຫ້ປອດ​ໄພ ​ແລະ​
ຊ່ວຍ​ກູ້​ເອົາ​ສິ່ງ​ເສດ​ເຫລືອ​ ຂອງ​ພວກ​ໄດ້​ຮັບ​ເຄາະ.

UKRAINE PLANE SOTVO
please wait
Embed

No media source currently available

0:00 0:00:40 0:00


ຊາກ​ສົບ 227 ສົບ ​ໄດ້​ຖືກ​ຈັດ​ສົ່ງ​ໄປ​ຍັງ​ເນ​ເທີ​ແລນດ໌ ຫລື​ໂຮ​ລລັງ​ແລ້ວ ມາ​ຮອດ​ປັດຈຸ​ບັນ
​ແຕ່ພວກ​ສັງ​ເກດ​ການ​ ໃນ​ຢູ​ເຄຣນ​ເວົ້າ​ວ່າ ຍັງ​ມີ​ຊາກ​ສົບ ຈຳນວນ​ນຶ່ງ​ ຢາຍຢູ່​ບໍລິ​ເວນເຮືອ
ບິນ​ຕົກ ທ່າມກາງ​ຄວາມ​ຮ້ອນ​ເອົ້າ ຂອງ​ລະດູຮ້ອນ. ​ເຂົາ​ເຈົ້າ​ກ່າວ​ວ່າ ຄວາມ​ເປັນ​ຫ່ວງ​
ດ້ານ​ຄວາມ​ປອດ​ໄພ​ ເຮັດ​ໃຫ້​ບໍ່​ກ້າ​ເຂົ້າ​ໄປ​ກູ້​ເອົາ​ສົບ ​ທີ່​ຍັງ​ເຫລືອ​ນັ້ນ.

ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ນິຍົມຣັດ​ເຊັຍ​ໄດ້​ຖືກ​ຖີ້ມ​ໂທດ​ໃສ່ ວ່າ​ເປັນຜູ້ຍິງ​ຖ້ຽວ​ບິນ 17
ຂອງ​ສາຍການບິ​ນມາ​ເລ​ເຊຍຕົກ ໂດຍ​ລູກ​ສອນ​ໄຟຕໍ່ຕ້ານ​ອາກາດ​ສະຍານ ​ເຮັດ​ໃຫ້​ທັງ
​ໝົດ 298 ຄົນ​ໃນ​ເຮືອບິນ​ເສຍ​ຊີ​ວິດ.

ຂະນະ​ດຽວ​ກັນ ການ​ຕໍ່ສູ້ຍັງ​ດຳ​ເນີນ​ໄປ ​ໃນ​ເມືອງ Donetsk ຢູ່​ພາ​ກຕາ​ເວັນ​ອອກ​ຂອງ
ຢູ​ເຄຣນ ໃກ້ໆ​ກັນ​ນັ້ນ ​ໃນ​ຂະນະ​ທີ່​ກຳລັງ​ທະຫານ ​ຂອງ​ຢູ​ເຄຣນດິ້ນຮົນ ໃນ​ການໂຈມ​ຕີ​
ໃສ່ບໍ​ລິ​ເວນ​ຕ່າງໆ ​ທີ່ພວກ​ກະບົດ​ຄວບ​ຄຸມຢູ່​ນັ້ນ.

​ໂຄສົກ​ລັດຖະບານ​ຢູ​ເຄຣນ ກ່າວໃນ​ວັນ​ເສົາ​ວານ​ນີ້ວ່າ ກຳລັງ​ທະຫານ​ພວກ​ມຸ້ງ​ໜ້າ​ເຂົ້າ​ໄປ
​ໃນ​ເມືອງ ​ແລະຣັດ​ເຊຍກໍຍັງສືບ​ຕໍ່​ເຕົ້າ​ໂຮມ​ກຳລັງ​ທະຫານ​ຂອງ​ຕົນ ຢູ່​ຕາມຊາຍ​ແດນ​ພາກ
​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

UKRAINE VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG